ໃນຕອນເຊົ້າ ວັນທີ 10 ພະຈິກ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ຊີ້ນໍາ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງເຊກອງ ມີທ່ານ ເຫຼັກໄຫຼ ສີວິໄລ, ເຈົ້າແຂວງເຊກອງ ນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.
ໃນໂອກາດນີ້, ທ່ານ ເຈົ້າແຂວງເຊກອງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງໆ ພາຍໃນແຂວງ ເຊິ່ງອັນພົ້ນເດັ່ນເຫັນວ່າ: ການເກັບລາຍຮັບເຂົ້າງົບປະມານ 10 ເດືອນ ປີ 2023 ສາມາດປະຕິບັດໄດ້ 227,44 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 113,05%, ຄາດຄະເນໝົດປີຈະປະຕິບັດໄດ້ 120%; ດ້ານລາຍຈ່າຍປະຕິບັດໄດ້ 308,24 ຕື້ກີບ ເທົ່າກັບ 72,11% ຂອງແຜນການ, ຄາດຄະເນໝົດປີຈະສາມາດປະຕິບັດໄດ້ຕາມແຜນ; ການນໍາເຂົ້າສິນຄ້າ ປະຕິບັດໄດ້ 8,97 ລ້ານໂດລາ ເທົ່າກັບ 28,37% ຂອງແຜນການ; ການສົ່ງອອກສິນຄ້າ ປະຕິບັດໄດ້ 233,46 ລ້ານໂດລາ ເທົ່າກັບ 628,42% ຂອງແຜນການ (ເກີນດຸນການຄ້າເກືອບ 6 ເທົ່າຕົວ),ໃນນັ້ນ ການສົ່ງອອກສ່ວນຫຼາຍແມ່ນ ໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາ. ການລົງທຶນ ສາມາດປະຕິບັດໄດ້ 1.042,12 ຕື້ກີບ, ກວມເອົາ 39,22% ຂອງ GDP. ໃນນັ້ນ: ທຶນຂອງລັດ 73,13 ຕື້ກີບ, ກວມເອົາ 3,74%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 119 ຕື້ກີບ ກວມເອົາ 11,41%; ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 50 ລ້ານກ່ວາໂດລາ ກວມເອົາ 81,56% ຂອງທຶນທັງໝົດ. ອັນທີ່ພົ້ນເດັ່ນ ການກໍ່ສ້າງເຂື່ອນໄຟຟ້າອີມູນ ສຳເລັດ 99%, ເຂື່ອນໄຟຟ້າຫ້ວຍລະແງ ສໍາເລັດ 95% ແລະ ໂຄງການປັບປຸງ-ສ້ອມແປງເຂື່ອນໄຟຟ້າເຊຂະໝານ 3 ສໍາເລັດ 100% ແລະ ໄດ້ເປີດນໍາໃຊ້ເຄື່ອງຈັກແລ້ວ. ນອກນັ້ນ, ໂຄງການພັດທະນາດ່ານສາກົນດາກຕະອອກ-ນາມຢາງ, ໂຄງການລ້ຽງງົວ ຂອງບໍລິສັດ NTF, ໂຄງການຂຸດຄົ້ນແຮ່ບົກຊິດ, ໂຄງການໄຟຟ້າພະລັງລົມ ແລະ ອື່ນໆ ກໍໄດ້ເລັ່ງຈັດຕັ້ງປະຕິບັດມີຄວາມຄືບໜ້າດີ. ສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແຂວງໄດ້ສຸມໃສ່ສັງລວມ ແລະ ຈັດສັນລົດບໍລິຫານຂອງລັດ ຕາມລະບຽບກຳນົດໄວ້; ໄດ້ຮີບຮ້ອນສຳຫຼວດຄືນໃໝ່ຖານລາຍຮັບໃນທົ່ວແຂວງ ໃຫ້ມີຄວາມຊັດເຈນ ແລະ ຖືກຕ້ອງ; ໄດ້ສຸມໃສ່ເກັບລາຍຮັບເຂົ້າງົບປະມານ ຈາກຖານຕ່າງໆໃນທົ່ວແຂວງ ໃຫ້ຄົບຖ້ວນ, ໂດຍສຸມໃສ່ລາຍຮັບຈາກພາສີທີ່ດິນ, ຄ່າເຊົ່າ-ສຳປະທານທີ່ດິນ, ຄ່າທຳນຽມຕ່າງໆ, ລວມທັງ ພັນທະຈາກໂຄງການໃຫຍ່ໆ ທີ່ຈັດຕັ້ງປະຕິບັດຢູ່ແຂວງ ແລະ ລາຍຮັບວິຊາການ; ໄດ້ເລັ່ງທວງໜີ້ສິນພັນທະອາກອນ ແລະ ພັນທະໄມ້ ຕິດພັນກັບການຊຳລະສະສາງໜີ້ໂຄງການລົງທຶນຂອງລັດ; ໄດ້ເປັນເຈົ້າການປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເປັນຕົ້ນ ການໃຊ້ພະລັງງານໄຟຟ້າ, ນ້ຳປະປາ, ການນຳໃຊ້-ການສ້ອມແປງພາຫະນະ, ການຕ້ອນຮັບແຂກພາຍໃນ-ຕ່າງປະເທດ ແລະ ອື່ນໆ; ໄດ້ເອົາໃຈໃສ່ແກ້ໄຂບັນຫາຮ້ານແລກປ່ຽນເງິນຕາ ເປັນບູລິມະສິດ ໂດຍໄດ້ແຕ່ງຕັ້ງເຈົ້າໜ້າທີ່ ຕິດຕາມ, ກວດກາແບບປິດລັບ ຕໍ່ເປົ້າໝາຍທີ່ມີພຶດຕິກຳລັກລອບແລກປ່ຽນເງິນຕາຜິດກົດໝາຍ; ໄດ້ສຸມໃສ່ກວດກາຄືນ ແລະ ດັດສົມຄືນໃໝ່ບັນດາບໍລິສັດ ທີ່ເຮັດໜ້າທີ່ນຳເຂົ້າ-ສົ່ງອອກ ໃນທົ່ວແຂວງ; ໄດ້ຊີ້ນຳ, ຊຸກຍູ້ ການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ບາງປະເພດສິນຄ້າ; ໄດ້ເອົາໃຈໃສ່ຄຸ້ມຄອງ, ດັດສົມລາຄາສິນຄ້າ ບາງປະເພດ, ທັງໂຄສະນາປຸກລະດົມທົ່ວສັງຄົມ ນຳໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ. ນອກນັ້ນ ໄດ້ເອົາໃຈໃສ່ປັບປຸງຂອດຂັ້ນການອະນຸມັດການລົງທຶນພາຍໃນແຂວງ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີຂະແໜງການກ່ຽວຂ້ອງ ປະກອບຄຳເຫັນ ໂດຍສະເພາະ ການລາຍງານ ແລະ ສະເໜີບາງວຽກງານເພີ່ມເຕີມ. ຫຼັງຈາກນັ້ນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ໃນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກປັດໃຈພາຍໃນ ແລະ ພາຍນອກ ຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດເຮົາ. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຕິດຕາມ ແລະ ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ ແລະ ໃນສື່ສັງຄົມອອນລາຍ; ເອົາໃຈໃສ່ພັດທະນາ, ສົ່ງເສີມ ແລະ ດຶງດູດການທ່ອງທ່ຽວພາຍໃນແຂວງ ຕິດພັນກັບການໂຄສະນາເຜີຍແຜ່ທ່າແຮງ ແລະ ມູນເຊື້ອອັນດີງາມຕ່າງໆຂອງຊາດ-ຂອງແຂວງ ເພື່ອໃຫ້ນັກທ່ອງທ່ຽວ ແລະ ຄົນຮຸ່ນໃໝ່ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງ, ທັງສາມາດນໍາໃຊ້ທ່າແຮງຈາກການທ່ອງທ່ຽວ ສ້າງລາຍຮັບຕົວຈິງໃຫ້ແກ່ປະຊາຊົນ; ສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເຂົ້າສູ່ວຽກງານຕົວຈິງໃຫ້ປະສົບຜົນສຳເລັດ ໂດຍສະເພາະ ການປະຕິບັດບັນດາມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ, ການຜະລິດຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ, ການແກ້ໄຂລົດທີ່ນຳເຂົ້າບໍ່ຖືກຕ້ອງ, ການຄຸ້ມຄອງບັນດາຫົວໜ່ວຍທຸລະກິດ ນຳເຂົ້າ ແລະ ສົ່ງອອກສິນຄ້າ, ການຊໍາລະສະສາງສິນຄ້າສົ່ງອອກ ແລະ ອື່ນໆ ໂດຍໃຫ້ເປັນເຈົ້າໃນການຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ; ເພີ່ມທະວີດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໃຫ້ຫຼາຍ, ດໍາເນີນຂັ້ນຕອນອະນຸມັດໂຄງການໃຫ້ໄວ, ການນໍາເຂົ້າທຶນ ຕ້ອງຜ່ານລະບົບທະນາຄານ ແລະ ແລກປ່ຽນເປັນເງິນກີບ ກ່ອນນໍາໄປໃຊ້ຈ່າຍ; ກະກຽມສະເຫຼີມສະຫຼອງ ແລະ ສຳມະນາ ວັນສຳຄັນທາງດ້ານປະຫວັດສາດຂອງຊາດ ໃຫ້ມີເນື້ອໃນ, ເປັນຂະບວນການຟົດຟື້ນ ແລະ ບົນຈິດໃຈປະຢັດ; ຈັດຕັ້ງຜັນຂະຫຍາຍ ຜົນການຢ້ຽມຢາມຕ່າງປະເທດ ຂອງການນໍາຂັ້ນສູງ ໃນໄລຍະຜ່ານມາ ໂດຍສະເພາະ ເອກະສານທີ່ໄດ້ລົງນາມຮ່ວມມືດັ່ງກ່າວ; ເອົາໃຈໃສ່ຄຸ້ມຄອງແຮງງານພາຍໃນໃຫ້ດີ ໂດຍສ້າງເງື່ອນໄຂໃຫ້ເຂົາເຈົ້າມີວຽກເຮັດງານທຳ ໃນຂົງເຂດວຽກງານການຜະລິດ, ການພັດທະນາໂຄງການຕ່າງໆ ຢູ່ພາຍໃນແຂວງ ໄປຄຽງຄູ່ກັບການສົ່ງເສີມວຽກງານການຮຽນ-ການສອນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ; ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິຂອງສູນກາງພັກ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ເຂົ້າສູ່ທຸກຂົງເຂດວຽກງານຕົວຈິງ ໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ; ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບ ຕິດພັນແໜ້ນກັບການເຊີດຊູນ້ຳໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ ແລະ ເຊີດຊູຄວາມຮັບຜິດຊອບ ປະຕິບັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍ ໃຫ້ມີຜົນສຳເລັດ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.



