ໃນຕອນແລງ ຂອງວັນທີ 30 ມັງກອນ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຢໍ. ບາທາຣ໌ບີເລັກ (Yo. BAATARBILEG), ສະມາຊິກສະພາຄູຣານໃຫຍ່, ປະທານຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ ປະຈໍາສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 28 ມັງກອນ ຫາ ວັນທີ 3 ກຸມພາ 2023.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ຢໍ. ບາທາຣ໌ບີເລັກ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດ ທີ່ມີມູນເຊື້ອອັນດີ ງາມ ມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າ ການນຳຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໂດຍສະເພາະ ໄລຍະກ່ອນ ເກີດການແຜ່ລະບາດ ຂອງພະຍາດໂຄວິດ-19. ຄຽງຄູ່ກັນນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ ກໍ່ມີການພົວພັນຮ່ວມມືກັນ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນ ຂະແໜງກະສິກຳ, ສາທາລະນະສຸກ, ສຶກສາ (ການພັດທະນາຊັບພະຍາ ກອນມະນຸດ) ແລະ ອື່ນໆ ຊຶ່ງການພົວພັນຮ່ວມມືເຫຼົ່ານັ້ນ ລ້ວນແຕ່ມີປະສິດທິພາບ ແລະ ປະສິດທິຜົນ ເປັນຢ່າງດີ. ອັນພົ້ນເດັ່ນ ໃນປີ 2022 ຜ່ານມາ ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ ແລະ ມົງໂກລີ, ມົງໂກລີ-ລາວ ໂດຍໄດ້ຈັດກິດຈະກຳຕ່າງໆຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດດັ່ງກ່າວ ຢ່າງມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ. ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄຳເຊື້ອເຊີນ ຜ່ານທ່ານ ຢໍ. ບາທາຣ໌ບີເລັກ ໄປເຖິງທ່ານ ນາຍົກລັດຖະມົນຕີ ແລະ ທ່ານ ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ເພື່ອມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ, ທັງໄດ້ສະເໜີວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ພ້ອມກັນນີ້ ກໍຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ມົງໂກລີ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນກອບການຮ່ວມມື ຂອງສອງຝ່າຍ ແລະ ຫຼາຍຝ່າຍ ຕື່ມອີກ.
ໃນໂອກາດດຽວກັນ, ທ່ານ ຢໍ. ບາທາຣ໌ບີເລັກ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດເບື້ອງຕົ້ນ ໃນການ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ສອງມື້ຜ່ານມາ. ພ້ອມກັນນັ້ນ ກໍ່ໄດ້ສະເໜີທ່ານ ນາຍົກລັດຖະມົນຕີ ສືບຕໍ່ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມື ທາງດ້ານເສດຖະກິດ ຂອງສອງປະເທດ ໂດຍສະເພາະ ການຄ້າ, ການລົງທຶນ, ການຜະລິດກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ນັບມື້ມີຜົນສຳເລັດຫຼາຍຂຶ້ນເປັນກ້າວໆ, ເນື່ອງຈາກ ໃນເງື່ອນໄຂປັດຈຸບັນ ແມ່ນມີສິ່ງອຳນວຍຄວາມສະດວກຫຼາຍຂຶ້ນກວ່າເກົ່າຫຼາຍ ໂດຍສະເພາະ ການຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ-ຈີນ, ລວມທັງ ແຜນການຮ່ວມມືຂົງເຂດວຽກງານຄົມມະນາຄົມ ໃນຕໍ່ໜ້າ ໂດຍສະເພາະການພິຈາລະນາ ເປີດສາຍການບິນໂດຍກົງ ລະຫວ່າງ ລາວ-ມົງໂກລີ ແລະ ມົງໂກລີ-ລາວ ໃນເວລາ ແລະ ເງື່ອນໄຂທີ່ເໝາະສົມ.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ


