ໃນວັນທີ 16 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະ ມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກ ງານ ຢູ່ແຂວງຄຳມ່ວນ ໂດຍໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກ ຂອງທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວ ຂ້ອງ.
ການເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງ ຄໍາມ່ວນ ໃນຄັ້ງນີ້, ຄະນະຂອງທ່ານ ນາ ຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຄງ ການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງບໍລິສັດ ລາວ-ຄາຍຢວນ ຈຳກັດ ແລະ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ທີ່ຕັ້ງຢູ່ບ້ານນາມະລາດ ແລະ ບ້ານດົງໃຕ້, ເມືອງທ່າແຂກ ຕາມລໍາດັບ; ໂຄງການປູກໝາກມ່ວງ ຂອງບໍລິສັດ ເຫີໜານຊາງຈິວ ຢູ່ບ້ານດົງໝາກບ້າ, ເມືອງເຊບັ້ງໄຟ; ໂຮງ ຮຽນມັດທະຍົມວິຊາຊີບຕົວແບບມິດ ຕະພາບ ລາວ-ຫວຽດນາມ ຢູ່ບ້ານສອງເໝືອງ, ເມືຶອງໜອງບົກ; ໂຄງການກໍ່ສ້າງຊົນລະປະທານ ບ້ານຊຽງຫວາງ, ເມືອງໜອງບົກ; ແລະ ເຂົ້າຮ່ວມພິທີເປີດງານແຂ່ງຂັນກິລາເປຕັງ ທົ່ວປະເທດ ຄັ້ງທີ XII ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ເດີ່ນກິລາໃນຮົ່ມຂອງແຂວງ.
ໃນການໄປເຄື່ອນໄຫວຢ້ຽມຢາມ ແຕ່ລະສະຖານທີ່, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍ ຕໍ່ຄວາມເອົາໃຈໃສ່ ໃນການພັດທະນາກິດ ຈະການຂອງຕົນ ເຮັດໃຫ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດ ຕາມແຜນທີ່ກຳນົດໄວ້. ພ້ອມດຽວກັນນັ້ນ, ທ່ານນາຍົກລັດ ຖະມົນຕີ ກໍ່ໄດ້ຊີ້ນໍາໃຫ້ແຕ່ລະຂະແໜງການ ແລະ ຜູ້ປະກອບການ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ: (1) ໃຫ້ສອງບໍລິສັດ ທີ່ຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ກັບຂະແໜງການກ່ຽວຂ້ອງ ກວດກາຄືນ ການຈັດຕັ້ງປະຕິບັດວຽກງານຂອງຕົນ, ລວມທັງການປະຕິບັດສັນຍາສຳປະທານ ໂດຍສະເພາະບັນຫາ ທີ່ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຂຶ້ນ ອັນໃດເຮັດໄດ້ແລ້ວ, ອັນໃດຍັງຄົງຄ້າງ ເພື່ອເຮັດໃຫ້ການເຄື່ອນໄຫວກິດຈະການ ຖືກຕ້ອງສອດຄ່ອງກັບສັນຍາສຳປະທານ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ຮັບປະກັນ ການປະຕິບັດສິດ ແລະ ພັນທະຢ່າງຄົບຖ້ວນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະເທດຊາດ, ປະຊາຊົນ ແລະ ບໍລິສັດຜູ້ລົງທຶນ ຢ່າງສົມສ່ວນ ຕາມທີ່ກຳນົດໄວ້; (2) ໃຫ້ບໍລິສັດຜູ້ລົງທຶນປູກໝາກມ່ວງ ສ້າງເງື່ອນໄຂ ຖ່າຍທອດຄວາມຮູ້ ທາງດ້ານເຕັກນິກ ທີ່ໄດ້ນໍາໃຊ້ເຂົ້າໃນການປູກໝາກມ່ວງ ໃຫ້ແກ່ປະຊາຊົນທ້ອງຖິ່ນ ນຳໄປໝູນໃຊ້ໃນຄອບຄົວ ເພື່ອໃຫ້ເຂົາເຈົ້າສາມາດ ສ້າງເປັນເສດຖະກິດຄອບຄົວ ໃຫ້ດີຂຶ້ນເປັນກ້າວໆ; ສ້າງແຜນຮອງຮັບ ໃນການປຸງແຕ່ງໝາກມ່ວງ ທີ່ບໍ່ໄດ້ມາດຕະຖານຂອງຜູ້ຊື້ ຫຼື ບໍ່ສາມາດສົ່ງອອກໄປຂາຍຕ່າງປະເທດນັ້ນ ໃຫ້ກາຍເປັນຜະລິດຕະພັນໃດໜຶ່ງ. (3) ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ແມ່ນໃຫ້ເອົາໃຈໃສ່ປົກປັກຮັກສາ ແລະ ນຳໃຊ້ໄດ້ຍາວນານ ໃຫ້ມີຄວາມສະອາດຈົບງາມ, ມີສີຂຽວ (ປູກຕົ້ນໄມ້ເປັນຮົ່ມ ແລະ ຕົ້ນໄມ້ປະດັບ), ມີສະພາບແວດລ້ອມທີ່ດີ; ຄູອາຈານ ແລະ ນັກຮຽນ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ໃຫ້ມີຜົນສຳເລັດ ໂດຍສະເພາະ ເປັນຄູສອນດີ-ສອນເກັ່ງ, ເປັນນັກຮຽນດີ-ຮຽນເກັ່ງ, ເປັນເຈົ້າການ ປະກອບສ່ວນພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນຍຸດທະ ສາດ ກໍ່ຄືແຜນພັດທະນາປະ ເທດຊາດ ໃນແຕ່ລະໄລຍະ. (4) ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງຊົນລະປະທານ ບ້ານຊຽງຫວາງ ໃຫ້ສຳເລັດຕາມແຜນທີ່ກຳນົດໄວ້, ຮັບປະກັນດ້ານມາດຕະຖານເຕັກນິກ, ຄຸ້ມຄອງ ໃຫ້ສາມາດນຳໃຊ້ໄດ້ຍາວນານ, ມີປະສິດ ທິພາບ ແລະ ປະສິດທິຜົນ.
ໃນພິທີເປີດງານແຂ່ງຂັນກິລາເປຕັງ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ກ່າວຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນ ທີ່ໄດ້ເອົາໃຈໃສ່ກະກຽມດ້ານຕ່າງໆ ເຮັດໃຫ້ມີຄວາມພ້ອມໃນການແຂ່ງຂັນ 100% ພ້ອມທັງ ສະແດງເຊື່ອໝັ້ນວ່າ ບັນດາຄະນະນໍາ, ກໍາມະການຕັດສີນ, ຄະນະຄູຝຶກ ແລະ ນັກກິລາທຸກຄົນ ຈະເສີມຂະ ຫຍາຍຈິດໃຈຟົດຟື້ນປະຕິ ວັດ ເຮັດໃຫ້ງານແຂ່ງຂັນຄັ້ງນີ້ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ປະຕິບັດຕາມລະບຽບ ແລະ ກະຕິກາຂອງການແຂ່ງຂັນ ຢ່າງເຂັ້ມງວດ, ມີຄວາມຍຸຕິທຳ, ໂປ່ງໃສ, ມີຄວາມສາມັກຄີ, ຮັບປະກັນໄດ້ ຄວາມສະ ຫງົບ -ປອດໄພ, ທັງສອດຄ່ອງເນື້ອໃນຈິດໃຈ 5 ຫຼັກມູນ ຂອງການສຶກສາ (ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານສຶກສາ, ພາລະສຶກສາ ແລະ ສິລະປະສຶກສາ) ເປັນຢ່າງດີ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ



