ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ສິງກະ ໂປ, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນ ລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 28 ກັນຍາ 2022, ທີ່ ທໍານຽບປະທານາ ທິບໍດີ Istana, ໂດຍໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ພະນະທ່ານ ນາຍົກລັດຖະມົນຕີ ລີ ຊຽນ ລຸງ ພ້ອມດ້ວຍພັນລະຍາ ແລະ ຄະນະ. ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງ ການ, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ນາງ ຮາລິມາ ຢາຄອບ, ປະທາ ນາທິບໍດີ ແຫ່ງ ສາທາລະນາລັດ ສິງກະໂປ. ຈາກນັ້ນ, ກໍ່ໄດ້ມີການພົບປະສອງຝ່າຍ ຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສ. ສິງກະໂປ.
ໃນການພົບປະສອງຝ່າຍຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນ ລີ ຊຽນ ລຸງ ໄດ້ສະແດງຄວາມຍິນດີຕ້ອນຮັບ ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢ້ຽມຢາມ ສິງກະໂປ ໃນຄັ້ງນີ້. ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ທ່ານ ພັນຄໍາ ວິພາວັນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມ ສິງກະໂປ ໃນຄັ້ງນີ້ ຈະເປັນຂີດໝາຍອັນສໍາຄັນ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ທັງເປັນການຢືນຢັນຄືນເຖິງຄວາມມຸ້ງໝັ້ນຂອງລັດຖະບານ ແຫ່ງ ສປປ ລາວ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ສິງ ກະໂປ ໃຫ້ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.
ໃນພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ໂດຍສະ ເພາະແມ່ນການຮ່ວມມືສອງຝ່າຍທາງດ້ານການເມືອງ, ດ້ານການຄ້າ-ການລົງທຶນ, ດ້ານພະລັງງານ, ສິ່ງ ແວດລ້ອມ, ການສຶກສາ, ວັດທະນະທໍາ, ການທ່ອງທ່ຽວ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕອນ ແລະ ດ້ານອື່ນໆ. ພ້ອມກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສິງກະໂປ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ທີ່ຈະໄດ້ຈັດສໍາມະນານັກທຸລະກິດຂຶ້ນ ໃນໂອກາດຢ້ຽມຢາມຄັ້ງນີ້, ເຊິ່ງເປັນການເຜີຍແຜ່ນະໂຍບາຍດ້ານການລົງທຶນຂອງສອງປະເທດ, ນໍາສະເໜີກາລະໂອກາດການເຮັດທຸລະກິດ ແລະ ການລົງທຶນ ຢູ່ປະເທດຂອງກັນ ແລະ ກັນ ທັງເປັນການສ້າງໂອກາດພົບປະແລກ ປ່ຽນ ລະຫວ່າງເຈົ້າໜ້າທີ່ ແລະ ນັກທຸລະກິດຮ່ວມກັນ ແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະ ຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ. ຕົວເລກການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ມີມູນຄ່າ 362 ລ້ານໂດລາາ ສະຫະລັດ ລວມມີ 83 ໂຄງການ, ຊຶ່ງຈັດເປັນອັນດັບທີ 10 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ສໍາລັບ ມູນຄ່າການຄ້າສອງຝ່າຍ, ໃນປີ 2021 ມີ 115,9 ລ້ານໂດລາ ສະຫະລັດ, ສປປ ລາວ ສົ່ງອອກມີມູນຄ່າປະມານ 90,9 ລ້ານໂດລາ ສະຫະລັດ ແລະ ນໍາເຂົ້າປະມານ 52 ລ້ານໂດລາ ສະຫະລັດ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວກັນນີ້, ພະນະທ່ານ ພັນຄໍາ ວິພາວັນ ກໍ່ສະເໜີຕໍ່ທ່ານ ລີ ຊຽນ ລຸງ ເພື່ອຊຸກຍູ້ໃຫ້ໄດ້ເຊີນຊວນນັກລົງທຶນສິງກະໂປ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນຂົງເຂດບໍລິການປິ່ນອ້ອມໂລຈິດສະຕິກ ກໍ່ຄື ໃນ 9 ຂະແໜງການທີ່ ສປປ ລາວ ໄດ້ສົ່ງເສີມ ແລະ ໃຫ້ນະໂຍບາຍພິ ເສດ ຄື: ຂະແໜງການຄົ້ນຄວ້າວິໃຈທີ່ນໍາໃຊ້ເຕັກໂນໂລຊີສູງທີ່ທັນສະໄໝ, ຂະແໜງກະສິກໍາສະອາດປອດສານພິດ, ອຸດສາຫະກໍາປຸງແຕ່ງຜະ ລິດຕະພັນກະສິກໍາ, ການພັດທະນາອຸດສາຫະກໍາທ່ອງທ່ຽວ, ການສຶກສາ, ສາທາ ລະນະສຸກ, ການພັດທະນາພື້ນຖານໂຄງລ່າງ, ທະນາຄານນະໂຍບາຍ-ສະຖາບັນການເງິນ ແລະ ສູນການຄ້າທີ່ທັນສະໄໝ. ພ້ອມດຽວກັນນັ້ນ, ພະນະທ່ານ ພັນຄໍາ ວິພາວັນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ ການຊ່ວຍເຫຼືອ ສປປ ລາວ ຕະ ຫຼອດມາ ໂດຍສະເພາະແມ່ນ ວຽກງານສົ່ງເສີມຂີດຄວາມສາມາດ ໃຫ້ແກ່ພະ ນັກງານລັດ, ດ້ານການພັດທະນາຊັບພະ ຍາກອນມະນຸດ, ການສະໜອງທຶນການສຶກສາ ແລະ ທຶນຝຶກອົບຮົບ, ການສົ່ງອາສາສະໝັກມາຊ່ວຍເຫຼືອວຽກຊຸມຊົນ, ການຊ່ວຍເຫຼືອໃນໄລ ຍະເກີດໄພພິບັດສັນຄູກັ້ນນໍ້າ ເຊປຽນ-ເຊນໍ້ານ້ອຍ ແຕກທີ່ແຂວງອັດຕະປື ລວມທັງການຊ່ວຍເຫຼືອໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ. ນອກຈາກນີ້, ພະນະທ່ານ ພັນຄໍາ ວິພາວັນ ຍັງໄດ້ແຈ້ງວ່າ ສປປ ລາວ ກຽມພ້ອມທີ່ຈະຮ່ວມມືກັບ ສິງກະໂປ ແລະ ປະເທດສະມາຊິກອາຊຽນອື່ນໆ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໂດຍສະເພາະການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂອບວຽກອາຊຽນ. ລວມທັງວຽກງານສົ່ງເສີມຂີດຄວາມສາມາດ ໃຫ້ແກ່ພະນັກງານຂອງລັດຕະຫຼອດໄລຍະ 30 ປີຜ່ານມາ ໂດຍສະເພາະການປະກາດໃຫ້ການຊ່ວຍເຫຼືອແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ພ້ອມດຽວກັນນີ້, ພະນະທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຍັງໄດ້ເຊື້ອເຊີນ ພະນະທ່ານ ລີ ຊຽນ ລຸງ , ນາຍົກລັດຖະມົນຕີ ສ. ສິງກະໂປ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ, ເຊິ່ງທ່ານນາຍົກລັດຖະ ມົນຕີ ສິງກະໂປ ກໍໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນດັ່ງກ່າວ ແລະ ຈະເດີນທາງໄປຢ້ຽມຢາມທາງການທີ່ ສປປ ລາວ ໃນໂອກາດທີ່ສະດວກ.
ພາຍຫຼັງສໍາເລັດການພົບປະສອງຝ່າຍ, ທັງສອງນາຍົກລັດຖະມົນຕີ ລາວ ແລະ ສິງກະໂປ ໄດ້ຮ່ວມກັນເປັນສັກຂີພິຍານການລົງນາມບົດບັນທຶກຄວາມເຂົ້າໃຈ 4 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ລະຫວ່າງ ກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ. ສິງກະໂປ, 2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານປ້ອງກັນສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການບໍລິຫານຈັດສັນຊັບພະຍາກອນທາງນໍ້າ, 3) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂົງເຂດເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດີຈິຕອນ, ແລະ 4) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານພະລັງ ງານ.
ໃນໂອກາດຢ້ຽມຢາມ ສິງກະໂປ ຄັ້ງນີ້, ພະນະທ່ານ ພັນຄໍາ ວິພາວັນ ຍັງໄດ້ເປັນກຽດຂຶ້ນກ່າວເປີດກອງປະຊຸມພົບປະພາກທຸລະກິດ ລາວ-ສິງກະໂປ, ພ້ອມທັງ ໄດ້ຢ້ຽມຢາມ ໂຮງຮຽນວິຊາຊີບນັນຢາງໂພລີເທັກນິກ (Nanyang Polytechic) ແລະ ຍັງໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທາມັນ ຊັນມູກາຣັດນັນ (Tharman Shanmugaratnam), ລັດຖະມົນຕີອາວຸໂສ, ລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ. ສິງກະໂປ ອີກດ້ວຍ ແລະ ນໍາພາຄະນະ. ນອກນີ້, ພະນະ ທ່ານ ພັນຄໍາ ວິພາວັນ ພ້ອມດ້ວຍພັນລະ ຍາ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມສວນພຶກສາຊາດ ສິງກະໂປ (National Garden, Singapore Botanic Garden) ເພື່ອຕັ້ງຊື່ດອກໄມ້ຕາມປະເພນີທີ່ເຄີຍປະຕິບັດຂອງຝ່າຍສິງກະໂປ. ໂດຍໄດ້ໃສ່ຊື່ດອກໄມ້ວ່າ “ພັນຄໍາ ສີຈັນ ວິພາວັນ (Phankham Sichanh Viphavanh)”.
ຂ່າວໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ
ພາບໂດຍ: ກົມປະຊາສໍາພັນ, ຫສນຍ






