ວັນທີ 29 ທັນວາ 2021, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມຮັບຟັງການໂອ້ລົມ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນທຸລະກິດຊັ້ນນຳດີເດັ່ນ ສຄອຊ ໃນໄລຍະໂຄວິດ-19 ປະຈໍາປີ 2021 ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໂດຍການເປັນປະທານ ຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາ ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຕາງໜ້າຈາກ ພາກລັດ, ຄະນະທີ່ປຶກສາ, ຄະນະບໍລິຫານງານ ຂອງ ສຄອຊ ພ້ອມດ້ວຍສະມາຊິກ ເຂົ້າຮ່ວມຫຼາຍກວ່າ 150 ທ່ານ.
ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ເພື່ອຮັບຟັງທິດຊີ້ນໍາ ແລະ ທິດທາງແຜນການຂອງ ລັດຖະບານ ກໍ່ຄື ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຜນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ທິດທາງແກ້ໄຂບັນຫາທີ່ເປັນອຸປະສັກ ຕໍ່ການດໍາເນີນທຸລະກິດ, ແລະ ຮັບຟັງການລາຍງານສະພາບການດໍາເນີນທຸລະກິດ ໃນຂະແໜງທຸລະກິດຕ່າງໆ ພ້ອມດ້ວຍພິທີມອບລາງວັນທຸລະກິດດີເດັ່ນ ເພື່ອຍ້ອງຍໍຊົມເຊີຍ, ເປັນຂວັນກໍາລັງໃຈ ໃຫ້ ບັນດາຫົວໜ່ວຍທຸລະກິດ ທີ່ເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທີ່ສາມາດນໍາວິສາຫະກິດຂອງຕົນ ຂ້າມຜ່ານວິກິດຕ່າງໆທີ່ເກີດຂື້ນຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ແລະ ຊົມເຊີຍ ບັນດາວິສາຫະກິດ ທີ່ມີທ່າແຮງປະກອບສ່ວນທາງດ້ານທຶນຮອນ, ວັດຖຸປັດໃຈຕ່າງໆ ສົມທົບໃຫ້ແກ່ລັດຖະບານ ໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ COVID-19 ທັງເປັນການປະກອບສ່ວນອັນສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.
ໃນນີ້ມີທັງໝົດ 106 ບໍລິສັດ ທີ່ຜ່ານການຄັດເລືອກໄດ້ຮັບລາງວັນ ຂອງຄະນະຮັບຜິດຊອບ ຊຶ່ງປະກອບມີ 13 ຂະແໜງການ ແລະ ມີຫົວໜ່ວຍທຸລະກິດຈາກທ້ອງຖິ່ນຈຳ ນວນ 11 ບໍລິສັດ ຈາກ 5 ແຂວງ, ບໍລິສັດທີ່ໄດ້ຮັບລາງວັນໃນຄັ້ງນີ້ ລ້ວນແລ້ວແຕ່ແມ່ນບໍລິສັດທີ່ມີຄວາມສາມາດໂດດເດັ່ນ, ປະກອບສ່ວນພັນທະອາກອນໃຫ້ແກ່ລັດ, ມີຜົນງານໃນການປະກອບສ່ວນຊວ່ຍເຫຼືອສັງຄົມ, ມີການບໍລິຫານທີ່ມີປະສິດທິຜົນ, ປະກອບສ່ວນຕໍ່ການສ້າງຄວາມເຂັ້ມແຂງໃຫ້ສະພາການຄ້າ ແລະ ອຸດສາຫະກໍາ ແລະ ສາມາດນໍາພາ ວິສາຫະກິດຂອງຕົນ ຜ່ານຜ່າວິກິດ ທີ່ເກີດຈາກສະພາບເສດຖະກິດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້.
Loading...