ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 21 ແລະ ປິດລົງ ໃນຕອນແລງ ວັນທີ 22 ມີນາ 2022 ທີ່ສຳນັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ ແລະ ຜູ້ຕາງໜ້າຈາກກະ ຊວງເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ພ້ອມທັງ ໄດ້ຕົກລົງ ແລະ ມີທິດຊີ້ນຳ ຕໍ່ບັນດາເອກະ ສານສຳຄັນ ດັ່ງນີ້:

1. ຮ່າງບົດສະຫຼຸບຕີລາຄາການປະຕິບັດວຽກງານຈຸດສຸມ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນ ເມສາ 2022 ຂອງລັດຖະບານ, ຊຶ່ງກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງບົດສະຫຼຸບລາຍງານດັ່ງກ່າວ ແລະ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງເນື້ອໃນ ຕາມການປະກອບຄໍາເຫັນ ຂອງສະ ມາຊິກລັດຖະບານ ໃຫ້ຄົບຖ້ວນ, ສົມບູນ ຂຶ້ນຕື່ມ. ນອກຈາກນີ້ ກໍໄດ້ຊີ້ນໍາໃຫ້ຂະແໜງການກ່ຽວ ຂ້ອງ ສືບຕໍ່ຈັດຕັ້ງປະຕິບັດວຽກ ງານຈຸດສຸມປະຈຳເດືອນ ເມສາ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນເອງ; ຖ້າຫາກບັນ ຫາໃດເຄັ່ງຮ້ອນຮີບດ່ວນ ກໍ່ໃຫ້ຄົ້ນຄວ້າຫາວິທີການແກ້ໄຂ ອະທິ ບາຍຊີ້ແຈງ ໃຫ້ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບ ພ້ອມທັງ ລາຍງານຄວາມຄືບໜ້າ ຕໍ່ກອງປະຊຸມລັດ ຖະບານ ໃນເດືອນຕໍ່ໄປ.
2. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່) ແລະ ຮ່າງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ປັບປຸງບາງມາດຕາ). ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາສອງຮ່າງກົດໝາຍດັ່ງກ່າວ, ພ້ອມທັງ ຊີ້ນຳຂະແໜງການກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະ ບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ແທດເໝາະກັບເງື່ອນໄຂຕົວຈິງ, ສາມາດຄຸ້ມຄອງວຽກງານດັ່ງກ່າວ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງປັບ ປຸງແລ້ວ ໃຫ້ສົມທົບກັບກະຊວງຍຸຕິທຳ ແລະ ຫ້ອງວ່າການສຳນັກ ງານນາ ຍົກລັດຖະມົນຕີ ເພື່ອຮຽບຮຽງຄືນ ແລ້ວສົ່ງຂໍຄຳເຫັນ ຈາກທ່ານຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ເພື່ອໃຫ້ທັນນຳສະ ເໜີພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ໃນຂັ້ນຕໍ່ໄປ.
3. ຮ່າງລັດຖະບັນຍັດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາ ສີຂາອອກ (ສະບັບປັບປຸງ) ແລະ ຮ່າງດໍາລັດ ວ່າດ້ວຍໃບເກັບເງິນ (ສະບັບປັບປຸງ). ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາສອງນິຕິກຳດັ່ງກ່າວ, ພ້ອມທັງ ຊີ້ນຳຂະແໜງການກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະ ບານ ເປັນຕົ້ນ ຊື່ຂອງຮ່າງດຳລັດ, ການນຳໃຊ້ຄຳສັບ, ການໃຫ້ນິຍາມເພີ່ມຕື່ມບາງຄຳສັບ, ການກຳນົດມາດຕະການຄຸ້ມຄອງວຽກງານ ແລະ ອື່ນໆ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ ສອດຄ່ອງກັບຕົວຈິງ, ສາ ມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
4. ຮ່າງດໍາລັດ ວ່າດ້ວຍພົນລະ ເມືອງກິດຕິມະສັກ, ຮ່າງດຳລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດ ແຍ່ງທາງດ້ານເສດຖະກິດເອກະ ຊົນ ແລະ ຮ່າງດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ກອງປະ ຊຸມ ເຫັນດີດ້ານຫຼັກການ ຮັບຮອງຮ່າງດຳລັດດັ່ງກ່າວ ໂດຍໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດເງື່ອນໄຂຕ່າງໆ ແລະ ຂັ້ນຕອນ ການເປັນພົນລະເມືອງກິດຕິມະສັກ; ການກໍານົດ ຄະນະຮັບຜິດຊອບຄົ້ນຄວ້າ ແລະ ພິຈາ ລະນາ ການເປັນພົນລະເມືອງກິດຕິມະສັກ; ການກຳນົດສິດ ແລະ ພັນທະ ຂອງພົນລະເມືອງກິດຕິມະສັກ; ໄລຍະເວລາ ແລະ ກົນໄກ ໃນການຄົ້ນຄວ້າ, ການອະນຸມັດ ແລະ ການມອບນາມ ມະຍົດ ພົນລະເມືອງກິດຕິມະ ສັກ; ສ່ວນ ຮ່າງດຳລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ຮ່າງດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກໍ່ໃຫ້ປັບປຸງເນື້ອໃນ ໃຫ້ຄົບຖ້ວນ, ຮັດກຸມ, ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ມີຢູ່ແລ້ວ ເພື່ອຮັບປະກັນການຈັດຕັ້ງປະຕິບັດຕົວຈິງ ມີປະສິດທິຜົນ.
5. ຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງ ຢູ່ ສປປ ລາວ. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດ ທະສາດດັ່ງກ່າວ, ພ້ອມທັງ ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດວິທີການ ແລະ ກົນໄກການບໍລິ ຫານຄຸ້ມຄອງວຽກງານ; ຈັດລຽງບູລິມະສິດ ຂອງວຽກງານ; ຂຶ້ນແຜນງົບປະມານຮັບໃຊ້ວຽກງານ; ສ້າງແຜນພັດທະນາບຸກຄະລາກອນ ຮັບໃຊ້ວຽກງານ; ແຜນວຽກໂຄສະນາເຜີຍແຜ່; ການເກັບກຳຂໍ້ມູນພື້ນທີ່ ແລະ ລະເບີດບໍ່ທັນແຕກ ເພື່ອວາງແຜນແກ້ໄຂ ໃຫ້ລະອຽດ ແລະ ຈະແຈ້ງ; ນອກ ຈາກນັ້ນ ກໍ່ໃຫ້ຖອດຖອນບົດ ຮຽນຄືນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ ເພື່ອນຳມາເປັນຂໍ້ມູນ ປັບປຸງຮ່າງແຜນຍຸດທະສາດ ໃຫ້ມີເນື້ອໃນແທດຕົວຈິງ, ສາມາດຈັດຕັ້ງປະຕິບັດ ມີຄວາມຄືບໜ້າໄວ, ມີປະສິດພາບ, ປະສິດທິຜົນສູງ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາກົດໜ່ວງຖ່ວງດຶງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ຢ່າງແທ້ຈິງ.

ສໍາລັບແຜນວຽກຈຸດສຸມ ປະຈຳເດືອນເມສາ 2022 ຊຶ່ງແມ່ນໄລ ຍະບຸນປີໃໝ່ລາວ ແລະ ໃນສະ ພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງມີທ່າອ່ຽງເພີ່ມສູງ ຂຶ້ນ, ລັດຖະບານ ຈະສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດ ຖະກິດຂອງປະເທດເຮົາ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ ຕາມແຜນທີ່ກຳນົດໄວ້ ໂດຍສະເພາະ ສຸມໃສ່ປະຕິບັດດຳລັດວ່າດ້ວຍລົດຂອງລັດ, ແກ້ໄຂລົດນຳເຂົ້າບໍ່ຖືກກົດ ໝາຍ, ການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງ ໃນລະດັບທີ່ກໍານົດໄວ້, ຄຸ້ມຄອງລາຄານໍ້າມັນເຊື້້ອໄຟ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ- ສັງ ຄົມ ຂອງປະເທດເຮົາ ຢ່າງໜັກ ຜ່ອນຄາຍລົງ.
ສໍາລັບແຜນວຽກລະອຽດ ໃນແຕ່ລະຂົງເຂດ ມີດັ່ງນີ້:
1) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ສືບຕໍ່ຈັດຕັ້ງປະຕິບັດແຜນງານໂຄງການຂອງສອງກໍາລັງ ປກຊ- ປກສ ໂດຍຕິດພັນຢ່າງສະນິດແໜ້ນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ດ້ວຍມາດຕະການຕ່າງໆ ໃຫ້ແຂງແຮງກວ່າເກົ່າ ທັງສຸມກໍາລັງເຂົ້າໃນປ້ອງກັນຕາມຊາຍແດນ ເພື່ອສະກັດກັ້ນ ການລັກລອບເຂົ້າເມືອງ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ.
2) ຂົງເຂດເສດຖະກິດ.
– ສືບຕໍ່ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃນການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ, ຊຸກຍູ້ການຈັດເກັບລາຍຮັບ ດ້ວຍມາດຕະການຕ່າງໆ ລວມທັງການຕິດຕັ້ງອຸປະກອນຈັດເກັບລາຍຮັບແບບທັນສະໄໝໃຫ້ສຳເລັດ, ສືບຕໍ່ອອກໃບຕາດິນໃຫ້ບັນລຸຕາມແຜນ ຕິດພັນກັບການສ້າງຖານລາຍຮັບໃຫ້ຫຼາຍຂຶ້ນ. ສືບຕໍ່ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ຕາມທິດປະຢັດ ແລະ ຕ້ານການຟຸມເຟືອຍ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ແລະ ຮັບປະກັນ ການປະຕິ ບັດລາຍຈ່າຍເງິນເດືອນພະນັກ ງານ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ທັນຕາມແຜນ.
– ສືບຕໍ່ສົມທົບ ແລະ ຈັດສັນງົບປະມານ ເຂົ້າໃສ່ການປະຕິບັດແຜນພັດທະນາເສດຖະກິດສັງຄົມ.
– ສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ດ້ວຍມາດຕະການຕ່າງໆ ທີ່ກໍານົດໄວ້, ປັບປຸງກົນໄກການຊໍາລະສະສາງໃນຂະແໜງການຕ່າງໆ ແບບທັນສະໄໝ ໂດຍຜ່ານລະບົບທະນາຄານ ໃຫ້ຫຼາຍຂຶ້ນ.
– ສືບຕໍ່ຊຸກຍູ້ການຜະລິດໃນລະດູແລ້ງ ເພື່ອຮັບປະກັນການສະ ໜອງສະບຽງອາຫານໃຫ້ແກ່ສັງຄົມ ໄດ້ຕາມຄວາມຕ້ອງການ ແລະ ເປັນສິນຄ້າສົ່ງອອກ ຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກ ໃນການສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍແດນໃນທົ່ວປະເທດ.
– ສືບຕໍ່ຄຸ້ມຄອງລາຄາສິນຄ້າ ລວມທັງນໍ້າມັນເຊື້ອໄຟທຸກປະເພດ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ.
– ສືບຕໍ່ຄຸ້ມຄອງການຂຸດຄົ້ນ- ສົ່ງອອກແຮ່ທາດຕ່າງໆ ໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງ ໃຫ້ມີປະສິດທິຜົນສູງຂຶ້ນ.
– ສືບຕໍ່ຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະທີ 2, ການກໍ່ສ້າງທາງດ່ວນ, ໂຄງການໂລຈິດສະຕິກ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ ລວມທັງຊຸກຍຸ້ພາກສ່ວນກ່ຽວຂ້ອງປັບປຸງການບໍລິການ ລົດໄຟ ລາວ-ຈີນ ໃຫ້ມີຄວາມສະດວກຂຶ້ນ.
– ສືບຕໍ່ຜັນຂະຫຍາຍ ນະໂຍບາຍການພັດທະນາເສດຖະກິດດີຈີຕອນ ໃຫ້ເປັນຮູບປະທໍາໃນບາງຂົງເຂດໃຫ້ໄດ້ຮັບຜົນດີຂຶ້ນ.
3). ຂົງເຂດວັດທະນະທໍາ-ສັງຄົມ:
– ສືບຕໍ່ເປີດການຮຽນ-ການສອນ ທຸກສາຍ ແບບເຊິ່ງໜ້າ ແລະ ຮູບແບບຕ່າງໆ ໃນສະຖານການສຶກ ລວມທັງປຸກລະດົມນັກຮຽນ-ນັກສຶກສາ ຕາມເກນອາຍຸ ທີ່ກະຊວງສາທາລະນະສຸກກຳນົດໄວ້ ໃຫ້ໄປຮັບວັກຊິນປ້ອງກັນໂຄວິດ-19 ຕາມແຜນການ. ນອກຈາກນັ້ນ, ກໍກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຂົ້າຮ່ວມງານມະຫາກໍາກິລາ ຊີເກມ ຄັ້ງທີ 35 ທີ່ຈະຈັດຂຶ້ນຢູ ສສ ຫວຽດນາມ.
– ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການກວດຫາເຊື້ອ, ການຈໍາກັດບໍລິເວນ, ການປິ່ນປົວ, ການສັກວັກຊີນ ແລະ ການປະຕິບັດນະໂຍບາຍຕ່າງໆ ໃຫ້ແກ່ເປົ້າໝາຍກ່ຽວຂ້ອງ ຢ່າງເປັນລະບົບ.
– ສືບຕໍ່ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມ ການປະຕິບັດບົດບາດຂອງຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ແຂງແຮງກວ່າເກົ່າ ຕິດພັນກັບການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດ ແລະ ຕອບໂຕ້ສະພາບຫາງສຽງຂອງສັງຄົມ ທີ່ເຄື່ອນໄຫວໂຄສະນາໂຈມຕີ ບິດເບືອນຕໍ່ແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຮົາໃຫ້ທັນກັບສະພາບການ.
4). ຂົງເຂດການປົກຄອງ ແລະ ຍຸຕິທໍາ.
– ຮີບຮ້ອນປັບປຸງຮ່າງກົດໝາຍສ້າງໃໝ່ ແລະ ສະບັບປັບປຸງ ທີ່ຂະແໜງການຕົນຮັບຜິດຊອບ ເພື່ອສະເໜີຄະນະປະຈຳສະພາແຫ່ງຊາດ ນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຕາມແຜນທີ່ວາງໄວ້.
– ສືບຕໍ່ກະກຽມການສະຫຼຸບຕີລາຄາການປະຕິບັດວຽກງານ 3 ສ້າງ, ການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.
– ສືບຕໍ່ເອົາໃຈໃສ່ກວດກາ ແລະ ປະຕິບັດຄໍາຕັດສິນຂອງສານໃຫ້ຖືກຕ້ອງ ແລະ ບັນລຸຕາມແຜນການ ທີ່ໄດ້ກໍານົດໄວ້.
5). ວຽກງານການຕ່າງປະເທດ:
– ສືບຕໍ່ຕິດຕາມສະພາບການຂອງໂລກ ທີ່ມີການຜັນແປຢ່າງສັບສົນ ແລະ ເຄັ່ງຮ້ອນ ຢ່າງໃກ້ຊິດ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ໃຫ້ເປັນລະບົບ. ນອກຈາກນັ້ນ, ກໍໃຫ້ຂຶ້ນແຜນ ການເຄື່ອນໄຫວວຽກງານການຕ່າງປະເທດຂອງການນໍາ ໃຫ້ສອດຄ່ອງກັບສະພາບການຜັນແປ ໃນແຕ່ລະໄລຍະ, ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນຂອງການພົບປະລະຫວ່າງ ການນໍາຂອງພັກ-ລັດ ເຮົາ ກັບບັນດາປະເທດເພື່ອນມິດ ແລະ ກອງປະຊຸມທີ່ສໍາຄັນຕ່າງໆ ທີ່ພົວພັນເຖິງປະເທດພວກເຮົາ ໃຫ້ຖືກຕ້ອງ-ທັນການ ແລະ ໄດ້ຮັບຜົນດີ.
ເພື່ອໃຫ້ທິດທາງວຽກຈຸດສຸມ ເດືອນເມສາ ປີ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ບັນດາຂະແໜງການຂັ້ນສູນກາງ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນ ຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງ ທັງສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ.

ນອກຈາກນັ້ນ, ໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພີ່ມຄວາມເອົາໃຈໃສ່ໃນການປະສານ ທັງພາກລັດ ແລະ ພາກທຸລະກິດ ເພື່ອອໍານວຍຄວາມສະດວກໃນການແກ້ໄຂບັນຫາ ຕາມພາລະບົດບາດ ແລະ ເປັນເຈົ້າໃນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃຫ້ສໍາເລັດຕາມແຜນທີ່ກຳນົດໄວ້ ແລະ ໃຫ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ລັດຖະບານຊາບ ເປັນປົກກະຕິ ແລະ ທັນກັບສະພາບການ.
ທັງໝົດນັ້ັນ ແມ່ນຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022.
ສໍາລັບເດືອນ ເມສາ ເຊິ່ງເປັນເດືອນແຫ່ງການສະເຫຼີມສະຫຼອງບຸນປີໃໝ່ລາວ, ຂ້າພະເຈົ້າ ຂໍອວຍພອນ ໃຫ້ບັນດາທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພະລານະໄມສົມບູນ, ປອດໄພຈາກພະຍາດໂຄວິດ-19, ສໍາເລັດທຸກໜ້າທີ່ວຽກງານຂອງຕົນ, ແຕ່ໃນສະພາບທີ່ການລະບາດຂອງພະຍາດໂຄວິດ-19 ສາຍພັນ ໂອມິຄຣອນ ໃນທົ່ວໂລກ ແລະ ປະເທດອ້ອມຂ້າງ ສົມທົບກັບ ການເລີ່ມມີລາຍງານຈຳນວນຜູ້ຕິດເຊື້ອ ສາຍພັນດັ່ງກ່າວນີ້ ພາຍໃນປະເທດ ເພິ້ມຂຶ້ນ ໃນແຕ່ລະວັນ, ຂ້າພະເຈົ້າ ຖືໂອກາດນີ້ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ຈົ່ງສະຫຼອງປີໃໝ່ລາວດ້ວຍຄວາມປະຢັດມັດທະຍັດ, ກະທັດຮັດ ຖືກຕ້ອງຕາມຮີດຄອງປະເພນີ. ບັນຫາສຳຄັນ ໃຫ້ເອົາໃຈໃສ່ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ-ຄວາມປອດໄພ ແລະ ຮ່ວມໃຈກັນປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ ຕາມມາດຕະການຂອງຄະນະສະເພາະກິດ ແຕ່ລະຂັ້ນວາງອອກຢ່າງເຂັ້ມງວດ .

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ