ຕອນເຊົ້າວັນທີ 12/08/2022 ທີ່ສຳນັກງານທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ (LaoVietBank) ສາຂາ ຊຽງຂວາງ, ໄດ້ຈັດພິທີຕ້ອນຮັບການຢ້ຽມຢາມຂອງ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ຊຽງຂວາງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງສາຂາຄົບຮອບ 10 ປີ.
ພິທີດັ່ງກ່າວ ທ່ານ ບູຍເຈື່ອງຢາງ, ຫົວໜ້າ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ສາຂາ ຊຽງຂວາງ ໄດ້ລາຍງານໂດຍຫຍໍ້ ຜົນການດຳເນີນທຸລະກິດ ແລະ ວຽກງານຊ່ວຍເຫຼືອສັງຄົມຂອງສາຂາຊຽງຂວາງໃນໄລຍະຜ່ານມາ. LaoVietBank ສາຂາ ຊຽງຂວາງ ເປັນໜຶ່ງໃນບັນດາທະນາຄານທຸລະກິດຢູ່ແຂວງຊຽງຂວາງ ທີ່ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະກອບສ່ວນເຂົ້າງົບປະມານຂອງແຂວງເປັນປົກກະຕິ.
ນອກຈາກວຽກງານວິຊາສະເພາະ ສາຂາຍັງເອົາໃສ່ເປັນພິເສດຕໍ່ກັບວຽກງານຊ່ວຍເຫຼືອສັງຄົມ. ເຊິ່ງໃນໄລຍະຜ່ານມາ ຫຼາຍຄັ້ງທີ່ສາຂາໄດ້ແບ່ງປັນນ້ຳໃຈຊ່ວຍເຫຼືອຜູ້ທຸກຍາກຢູ່ເຂດຊົນນະບົດຫ່າງໄກສອກຫຼີກ.
ໃນພິທີ ທ່ານ ບຸນຈັນ ສີວົງພັນ ໄດ້ມີຄຳເຫັນພົບປະໂອ້ລົມກັບພະນັກງານ, ການນຳສາຂາ ແລະ ຍັງໄດ້ກ່າວຕີລາຄາສູງຕໍ່ກັບວຽກງານວິຊາສະເພາະ, ໝາກຜົນຂອງການດຳເນີນທຸລະກິດ ແລະ ການປະກອບສ່ວນຊ່ວຍເຫຼືອສັງຄົມຂອງ LaoVietBank ສາຂາ ຊຽງຂວາງໃນໄລຍະຜ່ານມາ. ເນື່ອງໃນໂອກາດວັນສ້າງຕັ້ງສາຂາຄົບຮອບ 10 ປີ ທ່ານເຈົ້າແຂວງໄດ້ມອບກະຕ່າດອກໄມ້ເປັນຂອງຂວັນ ແລະ ອວຍພອນໃຫ້ສາຂານັບມື້ນັບພັດທະນາຍິ່ງໆຂຶ້ນ.
ຕອນທ້າຍພິທີ ທ່ານ ບູຍເຈື່ອງຢາງ, ຫົວໜ້າສາຂາ ໄດ້ກ່າວສະແດງຄວາມຂອບໃຈມາຍັງການນໍາແຂວງ ທີ່ຍາມໃດກໍມີຄວາມເປັນຫ່ວງ ເປັນໃຍ. ໄດ້ລົງມາຢ້ຽມຢາມຖາມຂ່າວອວຍພອນໃນໂອກາດວັນສຳຄັນ ແລະ ທ່ານ ບູຍເຈື່ອງຢາງ ຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານເຈົ້າແຂວງ.
ການລົງມາຢ້ຽມຢາມໃນຄັ້ງນີ້ຍິ່ງມີຄວາມໝາຍ ເມື່ອທ່ານເຈົ້າແຂວງພ້ອມດ້ວຍຄະນະ ແລະ ພະນັກງານສາຂາ ເດີນທາງໄປວາງພວງມາລາຢູ່ຕໍ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອະນຸສາວະລີ ຮ່ວມສຳພັນ ນົກຮົບນິລະນາມ ລາວ – ຫວຽດນາມ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຜູ້ນຳແສນເຄົາລົບຮັກ ແລະ ນັກຮົບປະຕິບັດ.
ຂ່າວ;ພາບ: ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ
May be an image of 1 person, standing and indoor
May be an image of 10 people, people sitting and people standing
May be an image of 11 people, people standing and indoor
May be an image of 3 people and people standing
Loading...