ວັນທີ 21 ທັນວາ 2021, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ຢ້ຽມຢາມດ່ານສາກົນບໍ່ເຕນ ( ຈຸດ ກວດກາ ດ່ານເຂົ້າ -ອອກ ), ສູນຈຳກັດບໍລິເວນ ແລະ ໂຮງຫມໍພາກສະ ຫນາມ ໃຊ້ ປິ່ນປົວຜູ້ຕິດເຊື້ອໂຄວິດ – 19 ແລະ ສະຖານີລົດໄຟບໍ່ເຕນ.

ໂອກາດທີ່ທ່ານຮອງປະທານປະເທດ ໄດ້ໄປຢ້ຽມຢາມດ່ານສາກົນບໍ່ເຕ່ນ-ບໍ່ຫານ ໂດຍທ່ານ ຄໍາໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ ນຳພາຄະນະ . ໂອກາດນີ້ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກ ທ່ານ ຄໍາຕຸ່ນ ລຽນຂັນ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ ຫົວໜ້າຄຸ້ມຄອງດ່ານສາກົນບໍ່ເຕ່ນ ວ່າ: ປັດຈຸບັນດ່ານສາກົນ ບໍ່ເຕນ ເບື້ອງ ສປປ ລາວ ລວມມີ 72 ຫນ້າວຽກເຂົ້າເພື່ອໃຫ້ບໍລິ ການດ່ານ ເປັນຕົ້ນ ຕຳຫຼວດກວດຄົນເຂົ້າ – ອອກເມືອງ, ພາສີ, ກັກ ກັນພືດ-ສັດຕະວະແພດ, ອາຫານ ແລະ ຢາ-ຄວບຄຸມພະຍາດຕິດຕໍ່, ໂຍທາທິການ ແລະ ຂົນສົ່ງ, ອາ ກອນ-ຊັບສິນ ແລະ ຫ້ອງການບໍລິການດ່ານ, ເຊີ່ງສະພາບໃນປັດຈຸບັນທີ່ມີການລະບາດຂອງເຊື້ອ ພະຍາດໂຄວິດ- 19 ເຮັດໃຫ້ການບໍລິການດ່ານສາກົນ ບໍ່ເຕນ -ບໍ່ຫານ ເກີດມີຄວາມຫຍຸ້ງຍາກ, ສັບສົນ ເນື່ອງຈາກວ່າດ່ານປະເພ ນີທີ່ມີການພົວພັນລະຫວ່າງ ສປປ ລາວ- ສປ ຈີນ ຢູ່ໃນແຕ່ລະຈຸດ ມີກາປິດ ໃຫ້ການບໍລິການ ມີພຽງດ່ານສາກົນບໍ່ເຕນ-ບໍ່ຫານ ທີ່ເປີດໃຫ້ບໍລິການ, ຈື່ງເຮັດໃຫ້ລົດຂົນ ສົ່ງສິນຄ້າຈາກ ລາວ ແລະ ຈີນ ມາໃຊ້ບໍລິການພຽງຈຸດດຽວ ເກີດຄວາມແອອັດ, ລ້າຊ້າ, ໂຊເຟີລົດທີ່ຈະຂ້າມໄປ-ມາ ຕ້ອງໄດ້ມີການກັກໂຕ ແລະ ໃນລະຫວ່າງ ວັນທີ່ 5 ເດືອນ ຕຸລາ ຫາ – ວັນທີ 10 ເດືອນ ພະຈິກ ທາງ ສ ປຈີນ ໄດ້ປິດໃຫ້ບໍລິການເພື່ອເພີ່ມຄວາມເຂັ້ມງວດ ໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19.

ຈາກນັ້ນທາງ ຄະນະໄດ້ໄປຢ້ຽມຢາມເບີ່ງສູນຈຳກັດບໍລິເວນ ແລະ ໂຮງຫມໍພາກສະຫນາມໃຊ້ປິ່ນປົວ ຜູ້ຕິດເຊື້ອໂຄວິດ – 19 ທີ່ທາງ ສປ ຈີນໄດ້ຈັດສ້າງຂຶ້ນເຊີ່ງແຕ່ລະມຶ້ເຮັດໃຫ້ ຜູ້ຄົນເຂົ້າ – ອອກຖືກກວດພົບເຊື້ອ ແລະ ມີກໍລະນີຕ້ອງສົງໄສໃນການຕິດເຊື້ອພະຍາດໂຄວິດ – 19 ມາໃຊ້ບໍລການ ຖືກຈຳກັດບໍລິເວນ ແລະ ໄດ້ຮັບການປິ່ນປົວເປັນຈຳນວນ ຫຼາຍ ແລະ ທາງຄະນະໄດ້ໄປຢ້ຽມຢາມສະຖານີລົດໄຟຢູ່ຈຸດສະຖານີບໍ່ເຕ່ນທີ່ເລີ່ມໃຫ້ບໍລິ ການມາ ແຕ່ວັນທີ່ 3 ທັນວາ 2021 ເປັນຕົ້ນມາ.
ຂ່າວຍັງໃຫ້ຮູ້ຕື່ມວ່າ: ມາໃນວັນທີ 22 ທັນວາ 2021 ນີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນ້ຳທາ. ໂດຍການຕ້ອນຮັບຂອງທ່ານ ຄຳໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະນໍາຂັ້ນແຂວງ ແລະ ພະ ນັກງານຫຼັກແຫຼ່ງ ຢູ່ທີ່ຫໍວັດທະນະທໍາແຂວງ ຈາກນັ້ນ ທ່ານ ເຈົ້າແຂວງ ໄດ້ລາຍງານສະພາບ ການ ພັດທະນາ ຂອງແຂວງໂດຍຫຍໍ້ ໂດຍສະເພາະ ແຜນພັດ ທະນາເສດຖະກິດ -ສັງຄົມ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ ເປົ້າໝາຍຕົ້ນຕໍ, ວຽກງານຈຸດສຸມ, ການຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ.

ໂດຍອິງໃສ່ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍເພີ່ມທະວີການນຳພາຊີ້ນຳຂອງຄະ ນະພັກແຕ່ລະຂັ້ນໃນການຈັດຕັ້ງປະ ຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ວ່າດ້ວຍ ເພີ່ມທະວີການຊີ້ນຳຂອງຄະນະ ພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ ໄຂບັນຫາຢາເສບຕິດ; ມະຕິຂອງສະພາແຫ່ງ ຊາດ ວ່າດ້ວຍການຮັບຮອງເອົາ 2 ວາລະແຫ່ງ ຊາດ ແລະ ອິງໃສ່ບັນດາມະຕິ, ຄໍາສັ່ງ, ດໍາລັດ ທີ່ກ່ຽວຂ້ອງກັບ 2 ວາລະແຫ່ງຊາດທີ່ຂັ້ນເທີງວາງອອກ, ແຂວງໄດ້ອອກມະຕິແຕ່ງຕັ້ງຄະນະຊີ້ນຳລວມ ແລະ ກອງເລຂາຊ່ວຍວຽກ ເພື່ອຮັບຜິດຊອບຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດດັ່ງກ່າວ ເຊີ່ງແມ່ນສະຫາຍເລຂາພັກແຂວງ-ເຈົ້າແຂວງເປັນຫົວໜ້າຊີ້ນຳໂດຍກົງ ແລະ ປະກອບມີບັນດາຮອງ ເລຂາພັກແຂວງ,ຄະນະປະຈຳພັກແຂວງ, ຄະນະບໍລິຫານງານພັກແຂວງ ແລະ ພະແນກການກ່ຽວ ຂ້ອງຈຳນວນໜຶ່ງ ແລະ ໄດ້ຊີ້ນໍາໃຫ້ແຕ່ລະພະແນກການຂັ້ນແຂວງ ແລະ ບັນດາເມືອງແຕ່ງຕັ້ງຄະນະຮັບຜິດຊອບ ສະເພາະໃນຂະແໜງການຕົນເອງຕື່ມອີກ, ປັດຈຸບັນແມ່ນໄດ້ສໍາເລັດການສ້າງແຜນດໍາເນີນງານ ຂອງຄະນະຮັບຜິດຊອບ ຊຶ່ງກໍານົດແຈ້ງວ່າຂັ້ນຕອນການເຊື່ອນຊືມ ແລະ ຜັນຂະຫຍາຍເອກະສານ ແມ່ນໃຫ້ສໍາ ເລັດໃນເດືອນ ທັນວາ ປີ 2021 ນີ້, ຜ່ານການຈັດຕັ້ງປະ ຕິບັດຕົວຈິງ ການຈັດຕັ້ງເຊື່ອມຊືມເອກະສານແມ່ນສໍາ ເລັດເປັນສ່ວນໃຫຍ່ແລ້ວ ຍັງມີແຕ່ບາງຈຸດ ຊຶ່ງຈະໄດ້ສືບຕໍ່ໃຫ້ສໍາເລັດໃນທ້າຍເດືອນ ທັນວາ ນີ້ ສ່ວນວຽກງານພັກ-ພະນັກງານ ແລະ ວຽກງານກວດກາ. ພາຍຫຼັງສໍາເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ປັບປຸງ-ກໍ່ສ້າງພັກ, ຄົ້ນຄວ້າບັນຈຸຊັບຊ້ອນໜ້າທີ່ວຽກງານ ເປັນຕົ້ນແມ່ນໄດ້ສ້າງຕັ້ງຄະນະພັກຮາກ ຖານໃໝ່, ສ້າງຕັ້ງໜ່ວຍພັກເອກະລາດ ແລະ ໜ່ວຍພັກຂື້ນກັບຄະນະ ພັກຮາກຖານຈໍານວນໜຶ່ງ; ໄດ້ຍຸບໜ່ວຍພັກ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທັງມອບ ໂອນວຽກ ແລະ ພະນັກງານໄປຂຶ້ນກັບພະ ແນກການຕ່າງໆທີ່ກ່ຽວ ຂ້ອງ , ປັດຈຸບັນແຂວງຫຼວງນໍ້າທາມີ 5 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ມີ 90 ຄະນະພັກຮາກ ຖານ, 677 ໜ່ວຍພັກ; ມີສະມາຊິກພັກທັງໝົດ 12.833 ສະຫາຍ, ຍິງ 3.583 ສະຫາຍ, ທຽບໃສ່ປີ 2020 ເພີ່ມຂຶ້ນ 101 ສະຫາຍ, ຍິງ 28 ສະຫາຍ; ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 557 ໜ່ວຍພັກ ເທົ່າກັບ 83% ຂອງຈໍານວນໜ່ວຍພັກທັງໝົດ.

ໃນໂອກາດນີ້ ທ່ານ ຮອງປະທານປະເທດ ໄດ້ໂອ້ລົມໃຫ້ທິດຊີ້ນຳ ແກ່ຄະນະພັກຄະນະນຳຂອງແຂວງເປັນຕົ້ນຄະນະປະຈຳຕ້ອງເປັນ ຫົວຈັກຫຼັກແຫຼ່ງເພື່ອຊີ້ນຳ – ນຳພາ ດ້ວຍຄວາມຫນັກແໜ້ນໃນທຸກຂົງເຂດວຽກງານ, ສືບຕໍ່ເອົາໃຈໃສ່ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໃຫ້ຖືວ່າແມ່ນຫນ້າທີ່ອັນພື້ນຖານ ແລະ ຍາວນານຂອງຊາດ, ເອົົາໃຈໃສ່ພ້ອມກັນເຊື່ອມຊຶມ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແກ້ໃຫ້ໄດ້ຕໍ່ກັບຜູ້ຜະລິດ, ຜູ້ຂາຍ, ຜູ້ເສບ ແລະ ຜູ້ມີສ່ວນຮູ້ຮ່ວມຄິດ, ສືບຕໍ່ເອົາໃຈໃສ່ວຽກງານປັບປຸງກຳລັງທະຫານ-ຕຳຫຼວດ ແລະ ກຳລັງສຳຮອງ, ເອົາໃຈໃສ່ວຽກງານການພັດທະນາດ້ານເສດຖະກິດນັ້ນກໍ່ຄືສືບຕໍ່ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ, ໂດຍຍູ້ແຮງການຜະລິດເປັນສິນຄ້າ ແລະ ນຳໃຊ້ທ່າແຮງບົ່ມຊ້ອນທີ່ມີໃນໂອກາດທີ່ທາງໄດ້ລົງມາ ເຄື່ອນ ໄຫວວຽກງານ ທາງ ຄະນະໄດ້ມອບອຸປະກອນການຮຽນຖົງ, ສໍດຳ, ປື້ມການຮຽນ – ການສອນ, ລົີດຖີບໃຫ້ ແຂວງຫຼວງນໍ້າທາ ເພື່ອນຳໄປມອບໃຫ້ບັນດາໂຮງຮຽນ ທີ່ຍັງຂາດ ເຂີນ, ມອບຜ້າຫົ່ມ ແລະ ອຸປະກອນຮັບໃຊ້ໃນການປ້ອງກັນເຊື້ອພະຍາດໂຄວິດ – 19 ຕື່ມອີກ.

ຂ່າວ: ມຸນຕີ