ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 23 ກຸມພາ 2022, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດມອບຫນັງສືຮັບຮອງກົງສຸນກິດຕິມະສັກ ໃຫ້ແກ່ ທ່ານ Oliviero RUSCONI, ເປັນກົງສຸນກິດຕິມະສັກ ແຫ່ງ ອີຕາລີ ປະຈໍາ ສປປ ລາວ ແລະ ທ່ານ Damian KILLER ເປັນກົງສຸນກິດຕິມະສັກ ແຫ່ງ ສະວິດ ປະຈຳ ນະຄອນຫຼວງພະບາງ. ໃນໂອກາດດັ່ງກ່າວ ທ່ານ ຮອງລັດ ຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍ ແລະ ຍິນດີຕໍ່ ທ່ານກົງສຸນກິດຕິມະສັກ ທັງສອງທ່ານ ແລະ ຫວັງຢ່າງຍິ່ງວ່າ ການປະຕິບັດຫນ້າທີ່ເປັນກົງສຸນກິດຕິມະສັກຂອງທັງສອງທ່ານຈະເປັນການປະ ກອບສ່ວນອັນສຳຄັນ ແລະ ເປັນຂົວຕໍ່ໍໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຕາລີ ກໍຄື ສປປ ລາວ ແລະ ສະວິດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນອະນາຄົດ ໂດຍສະເພາະແມ່ນດ້ານເສດຖະກິດການຄ້າ- ການລົງທຶນ, ການບໍລິການ-ການທ່ອງທ່ຽວ, ການສະໜອງທຶນການສຶກສາ, ການແລກປ່ຽນວັດທະນະທຳ-ສັງຄົມ ກໍ່ຄືການຂົນຂວາຍການສະໜັບ ສະໜູນ- ການຊ່ວຍເຫຼືອ ຈາກລັດຖະບານ ອີຕາລີ ແລະ ສະວິດ ເຂົ້າມາສູ່ ສປປ ລາວ ເພື່ອພາລະກິດ ສັນ ຕິພາບ, ມິດຕະພາບ ແລະ ການຮ່ວມມື.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ