ໃນວັນທີ 04 ພະຈິກ 2022, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ໃຫ້ກຽດມອບຫນັງສືຮັບຮອງກົງສຸນກິດຕິມະສັກ ໃຫ້ແກ່ ທ່ານ ນາງ Mette Boatman ເປັນກົງສຸນກິດຕິມະສັກ ແຫ່ງ ຣາຊະອານາຈັກ ນອກແວ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະ ມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ ທ່ານກົງສຸນກິດຕິມະສັກ ແລະ ຫວັງຢ່າງຍິ່ງວ່າ ການປະຕິບັດຫນ້າທີ່ເປັນກົງສຸນກິດຕິມະສັກຈະເປັນການປະກອບ ສ່ວນອັນສໍາຄັນ ແລະ ເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ນອກແວ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນອະນາຄົດ ໂດຍສະເພາະແມ່ນດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນວັດທະນະທໍາ ກໍ່ຄືການຂົນຂວາຍການສະໜັບສະ ໜູນ- ການຊ່ວຍເຫຼືອຈາກລັດຖະບານ ນອກແວ ເຂົ້າມາສູ່ ສປປ ລາວ ເພື່ອພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

