ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2022 , ທ່ານ ບົວແກ້ວ ພູມວົງໄຊ, ເອກອັກຄະລັດຖະທູດ ລາວ, ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ເຮັງ ຊໍາຣິນ, ປະທານສະພາແຫ່ງ ຊາດ ແຫ່ງ ຣາຊະອານາຈັກກຳ ປູເຈຍ
ໃນໂອກາດດັ່ງກ່າວ, ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດ ລາວປະຈຳ ຣາດຊະອານາຈັກ ກຳປູເຈຍ, ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຂອງພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງ ຊາດລາວ ເຖິງ ສົມເດັດ ເຮັງ ຊໍາ ຣິນ ແລະ ຄອບຄົວ ທ່ານເອກອັກຄະລັດຖະທູດ, ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ເຊິ່ງແມ່ນສາຍພົວພັນຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ ຖານປະເທດອ້າຍນ້ອງບ້ານໃກ້ເຮືອນຄຽງ. ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ທາງດ້ານວັກແຊັງປ້ອງກັນພະ ຍາດ ໂຄວິດ-19, ລົດຂົນສົ່ງວັກແຊັງ ຈຳນວນ 13 ຄັນ ແລະ ເງິນຊ່ວຍເຫຼືອອີກຈຳນວນໜຶ່ງ, ຊຶ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມ ມືລະຫວ່າງສອງປະເທດ ພ້ອມນີ້, ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຢ້ຽມຢາມຣາຊະອານາຈັກກຳ ປູເຈຍຢ່າງເປັນທາງການຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນພະຈິກ 2021 ທີ່ຜ່ານມາ ພ້ອມກັບ ການຢ້ຽມຢາມກຳປູ ເຈຍ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສປ ລາວ ໃນວັນທີ 15-17 ກຸມພາ 2022 ຜ່ານມາ.
ນອກຈາກນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຣາຊະອານາຈັກ ກຳປູເຈຍ ຕໍ່ການເປັນປະທານອາຊຽນໃນປີ 2022 ນີ້.
ສົມເດັດ ເຮັງ ຊໍາຣິນ, ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ບົວແກ້ວ ພູມວົງໄຊ, ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ຣາຊະ ອານາຈັກ ກຳປູເຈຍ ເພື່ອປະຕິບັດໜ້າທີ່ອັນຊົງກຽດ ແລະ ສູງສົ່ງ. ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມ ມືລະຫວ່າງສອງປະເທດ ແລະ ສອງສະພາແຫ່ງຊາດ ທີ່ມີຄວາມຈະເລີນກ້າວໜ້າຢ່າງເນື່ອງນິດລຽນຕິດໃນທຸກດ້ານ.
ນອກຈາກນີ້, ຍັງໄດ້ສະແດງຄວາມຫວັງວ່າທ່ານເອກອັກຄະລັດຖະທູດຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືນີ້ ໃຫ້ນັບມື້ນັບເຂັ້ມແຂງ ແລະ ເລິກເຊິ່ງເພີ່ມອີກ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ.
ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳເວົ້າອັນຈົບງາມຂອງສົມເດັດ ເຮັງ ຊໍາຣິນ ທີ່ມີຕໍ່ສາຍພົວພັນມິດຕະ ພາບ ແລະ ມູນເຊື້ອມາແຕ່ດົນນານ. ພ້ອມດຽວກັນນັ້ນ, ກໍໄດ້ອວຍພອນໄຊອັນປະເສີດໄປຍັງສົມເດັດ ເຮັງ ຊໍາຣິນ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງສົມເດັດ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
