ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 30 ມິຖຸນາ ແມ່ນວັນລັດຖະສະພາໂລກ ທ່ານ ປອ. ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ໄດ້ມີຄໍາເຫັນ ແລະກ່າວຊົມເຊີຍໃນວັນດັ່ງກ່າວ ໂດຍມີເນື້ອໃນສໍາຄັນດັ່ງນີ້:
ມື້ນີ້, ເນື່ອງໃນໂອກາດວັນລັດຖະສະພາໂລກ (International Day of Parliamentarism) ແລະ ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU)ຄົບຮອບ 134 ປີ (30 ມິຖຸນາ 1889 – 30 ມິຖຸນາ 2023), ໃນນາມປະທານສະພາແຫ່ງຊາດ ແລະ ປະທານຄະນະສະຫະພັນລັດຖະສະພາສາກົນຂອງ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ແລະພອນໄຊອັນປະເສີດໄປຍັງບັນດາການນຳ, ສະມາຊິກລັດຖະສະພາປະເທດສະມາຊິກໄອພີຢູທຸກທົ່ວຫນ້າ ແລະບັນດາສະມາຊິກສະພາແຫ່ງຊາດຊຸດທີ IX ຂອງສປປລາວຢ່າງສຸດອົກສຸດໃຈ.
ສະຫະພັນລັດຖະສະພາສາກົນ ຫລື IPU ແມ່ນອົງການລັດຖະສະພາລະດັບໂລກມີສະມາຊິກທັງໝົດ 178 ປະເທດ ແລະມີອົງການຈັດຕັ້ງສາກົນເປັນພາຄີ 14 ອົງການ, ໂດຍມີຈຸດປະສົງ ເພື່ອສ້າງເປັນເວທີສົ່ງເສີມການຕິດຕໍ່ພົວພັນ, ການປະສານງານແລະການແລກປ່ຽນປະສົບການລະຫວ່າງລັດຖະສະພາແລະສະມາຊິກລັດຖະສະພາບັນດາປະເທດໃນໂລກ; ພິຈາລະນາບັນຫາສໍາຄັນຂອງໂລກ, ສົ່ງເສີມການປົກຄອງດ້ວຍລະບຽບກົດໝາຍ, ສົ່ງເສີມບົດບາດຍິງ-ຊາຍ ແລະຊາວຫນຸ່ມ, ສົ່ງເສີມສັນຕິພາບ, ມິດຕະພາບ ແລະການຮ່ວມມືເພື່ອການພັດທະນາແບບຍືນຍົງ ຢູ່ໃນບັນດາປະເທດສະມາຊິກໄອພີຢູ.
ນັບແຕ່ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນໃນວັນທີ 4 ເມສາ 1990 ເປັນຕົ້ນມາ, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະກອງປະຊຸມລະດັບຕ່າງໆຂອງສະຫະພັນລັດຖະສະພາສາກົນ,ຊຶ່ງເປັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນພາກພື້ນ ແລະໃນໂລກ.
ເປັນທີ່ຮູ້ກັນດີວ່າ ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນປີ 2018ໄດ້ມີການຮັບຮອງເອົາມະຕິ ທີ່ໄດ້ກຳນົດເອົາ ວັນທີ 30 ມິຖຸນາຂອງທຸກໆປີ ເປັນວັນລັດຖະສະພາໂລກຂອງທຸກປະເທດສະມາຊິກສະຫະພັນລັດຖະສະພາສາກົນ ເພື່ອລະນຶກແລະທົບທວນຄືນການປະຕິບັດໜ້າທີ່ໃນຖານະເປັນອົງການນິຕິບັນຍັດ, ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ, ການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການຮ່ວມມືເພື່ອການພັດທະນາແບບຍືນຍົງໃນທົ່ວໂລກ.
ການສະເຫລີມສະຫລອງວັນລັດຖະສະພາໂລກປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ລັດຖະສະພາເພື່ອໂລກ-Parliaments for the Planet” ຊຶ່ງເປັນຫົວຂໍ້ທີ່ມີຄວາມໝາຍສໍາຄັນ ແລະສອດຄ່ອງກັບສະພາບການ ທີ່ໂລກຂອງພວກເຮົາກໍາລັງປະເຊີນຢູ່ ເຊັ່ນ: ບັນຫາໂລກລະບາດ, ໄພພິບັດທາງທໍາມະຊາດ, ໄພອຶດຫີວ, ໄພເງິນເຟີ້, ບັນຫາພະລັງງານ, ການຂວໍ້າບາດທາງດ້ານເສດຖະກິດ ແລະຄວາມຂັດແຍ່ງດ້ານການທະຫານ ໃນຫລາຍພາກພື້ນຂອງໂລກ, ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນທັງຢູ່ໃນບັນດາປະເທດທີ່ພັດທະນາແລະກຳລັງພັດທະນາ ລວມທັງສປປລາວ ຢ່າງຫລີກລ່ຽງບໍ່ໄດ້. ສະມາຊິກລັດຖະສະພາ ແລະໃນນາມຕົວແທນຂອງປະຊາຊົນລາວບັນດາເຜົ່າ ໃນຖານະທີ່ເປັນສະມາຊິກພ້ອມແລ້ວທີ່ຈະສືບຕໍ່ຮ່ວມມື ແລະສະໜັບສະໜູນແຜນດຳເນີນງານຕ່າງໆຂອງສະຫະພັນລັດຖະສະພາສາກົນ.
ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນແດ່ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະບັນດາແຂກຜູ້ມີກຽດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານ ອັນມີກຽດຂອງບັນດາທ່ານ.