ວັນທີ 8 ກຸມພາ 2022ນີ້ ຢູ່ທີ່ສະໂມສອນ ແຂວງຫຼວງນໍ້າທາ ພະນະທ່ານ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ ຄະນະບໍລິຫາງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂອ້ລົມພະນັກງານຫລັກແຫລ່ງແຂວງຫຼວງນ້ຳທາ, ມີການນຳທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.
ໂອກາດດຽວກັນພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ຮັບຟັັງການລາຍງານຫຍໍ້ກ່ຽວກັບຈຸດພິເສດຂອງແຂວງຫຼວງນໍ້າທາ ໂດຍຫຍໍ້ ຈາກທ່ານ ຄຳໄຫຼ ສີປະເສີດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານພັກແຂວງເຈົ້າແຂວງໆຫຼວງນ້ຳທາ ໄດ້ສຸມໃສ່ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະ
ກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX,ແຜນພັດທະນາເສດຖະ ກິດ- ສັງຄົມ 5 ປີຄັ້ງທີ IX ຂອງແຂວງ ຫຼວງນໍ້າທາ ແລະ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ລົງເຖີງທ້ອງຖິ່ນຮາກຖານຢ່າງທົ່ວເຖີງ ແລະ ນໍາພາຈັດຕັ້ງປະຕິບັດມີຜົນສໍາເລັດໃນຫຼາຍດ້ານ, ເຮັດໃຫ້ແຂວງຫຼວງນໍ້າທາພວກເຮົາ ຮັກ ສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ພື້ນຖານໂຄງລ່າງກໍ່ໄດ້ຮັບການປັບປຸງ ແລະ ກໍ່ສ້າງ, ໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ສ້ອມແປງ ເສັ້ນທາງຫຼວງແຫ່ງ ຊາດ, ທາງຫຼວງຂອງແຂວງ, ເທດສະບານເມືອງ ໃຫ້ສາມາດສັນຈອນໄປມາໄດ້ເປັນປົກ ກະຕິ; ຈັດຕັ້ງປະຕິບັດໂຄງການພັດ ທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 ຕົວເມືອງຫຼວງນໍ້າທາ ມາຮອດປັດຈຸບັນປະຕິບັດໄດ້ 76%; ສຳເລັດການຕິດຕາມ, ຊຸກຍູ້ໂຄງການກໍ່ສ້າງເສັ້ນ ທາງລົດໄຟລາວ-ຈີນຊ່ວງຜ່ານແຂວງຫຼວງນໍ້າທາ ແລະ ເປີດນຳໃຊ້ສະຖານີບໍ່ເຕ່ນ, ນາເຕີຍເປັນທາງການແລ້ວ.ເສດຖະກິດຂອງແຂວງ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວໃນລະດັບ 3 %; ມູນຄ່າລວມຍອດຜະລິດ ຕະພັນພາຍໃນບັນລຸໄດ້ 3.266,8 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.899,09 ໂດລາສະຫະລັດ/ຄົນ/ປີ.ຈັດເກັບລາຍຮັບເຂົ້າງົບປະ ມານໄດ້ທັງໝົດ 489,77 ຕື້ກີບ ເທົ່າກັບ 104,62% ຂອງແຜນປີ, ໃນນີ້: ພູດສູນກາງປະຕິບັດໄດ້ 388 ຕື້ກີບ ເທົ່າກັບ 114%, ພູດທ້ອງຖິ່ນ ປະຕິບັດໄດ້ 100,95 ຕື້ກີບ ເທົ່າກັບ 78 % ຂອງແຜນດັດແກ້ສະເລ່ຍ; ປະຕິບັດລາຍ ຈ່າຍໄດ້ 317,09 ຕື້ກີບ ເທົ່າກັບ 98% ຂອງແຜນດັດແກ້; ການດຸນດ່ຽງງົບປະມານ ປະຕິບັດໄດ້ 192,59 ຕື້ກີບ. ສໍາລັບການແກ້ໄຂບັນຫາລົດນໍາເຂົ້າບໍ່ຖືກ ຕ້ອງ ມາຮອດປັດຈຸບັນ ເກັບກໍາຂໍ້ມູນໄດ້ ທັງໝົດ 1.019 ຄັນ ແກ້ໄຂແລ້ວ 479 ຄັນ, ເກັບລາຍຮັບເຂົ້າງົບປະມານໄດ້ 13 ຕື້ 7 ຮ້ອຍກວ່າລ້ານກີບ.
ຈາກນັ້ນ; ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານ
ປະເທດແຫ່ງ ສປປລາວ ກໍ່ໄດ້ໂອ້ລົມ ເຊີ່ງກ່ອນອື່ນທ່ານໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ການນຳທຸກຂັ້ນທີ່ ຍາດໄດ້ຜົນງານຫລາຍດ້ານ ພ້ອມທັງເໜັ້ນໜັກໃຫ້ເອົາໃຈໃສ່ຫລາຍບັນຫາດເປັນແມ່ນເອົາໃຈໃສ່ເພີ່ມທະວີວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດສັງຄົມ ແລະ ແຜນສູ້ຊົນໃນຕໍ່ໜ້າໃຫ້ບັນລຸຕາມລະດັບຄາດໝາຍ, ເອົາໃຈໃສ່ແກ້ໄຂບັນຫາປະ ກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ແລະ ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນຍີ່ງຂື້ນ.
ຂ່າວ: ມຸນຕີ


