ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 7 ກຸມພາ 2022 ນີ້ ພະນະທ່ານ ທອງລຸນ ສີສຸລິດ ເລຂາ ທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງຫຼວງນ້ຳທາ, ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ ໂດຍ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ພ້ອມດ້ວຍພັນລະຍາ ແລະ ການນຳທີ່ກ່ຽວຂ້ອງຂອງແຂວງ, ອອກຕ້ອນຮັບຢູ່ທີ່ສະຖານີລົດໄຟບໍ່ເຕ່ນ.
ໂອກາດດັ່ງກ່າວໄດ້ຢ້ຽມຊົມການພັດທະນາເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ, ຮັບຟັງການລາຍງານ ສະພາບຈຸດພິເສດ ແລະ ການຈັດຕັ້ງປະຕິບັດວຽກ ງານ ຢູ່ດ່ານສາກົນ ບໍ່ເຕ່ນ. ຈາກນັ້ນ ທາງຄະນະໄດ້ໄປຢ້ຽມຢາມເບີ່ງການຜະລິດກະສິກຳປູກພືດເປັນສິນຄ້າຂອງບໍລິສັດ ເຖິງເຝີຍ ການຄ້າ ແລະ ສົ່ງເສີມກະສິກຳ ທີ່ໄດ້ມີການມາລົງທຶນ ເຂົ້າໃສ່ການປູກຫມາກຖົ່ວເຫຼືອງເປັນສິນຄ້າ ໃນເນື້ອທີ່ 150 ເຮັກຕາ ເຊີ່ງສາ ມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນໃນ 5 ບ້ານ, 186 ຄອບ ຄົວ ແລະ ໃນນີ້ບໍລິສັດຍັງໄດ້ເຊົ່າດິນປະຊາຊົນ ທໍາການຜະລິດ 5.000.000 ກີບ ຕໍ່ 1 ເຮັກຕາ , ມາ ຮອດປັດຈຸບັນບໍລິສັດ ສາມາດປູກຫມາກຖົ່ວເຫຼືອງໄດ້ແລ້ວ 70% ຄາດວ່າຈະໃຫ້ສຳເລັດໃນເດືອນ ກຸມພາ ນີ້. ຈາກນັ້ນ ຄະນະໄດ້ໄປຢ້ຽມຢາມເບີ່ງການລ້ຽງສັດຂອງຄອບຄົວ ເຊີລິວົງ ທີ່ໄດ້ລ້ຽງຫມູ,ສ້າງເຕົາຂ້າສັດຍ່ອຍ ແລະ ລ້ຽງປາ ເປັນອາຊີບປັດຈຸບັນ ຄອບຄົວດັ່ງກ່າວໄດ້ລ້ຽງປາ 28 ໜອງໃນເນື້ອທີ່ 5.6 ເຮັກຕາ, ເຊີ່ງໃນແຕ່ລະປີໄດ້ມີການປ່ອຍປານ້ອຍຈຳນວນ 500.000 ໂຕ/ປີ ແລະ ສະໜອງປາຂາຍສູ່ທ້ອງຕະຫຼາດໄດ້ເຖິງ 120 ໂຕນຕໍ່ປີ ເຮັດໃຫ້ມີຄວາມສາມາດຮັບໃຊ້ການບໍລິໂພກພາຍໃນເທດ ສະບານເມືອງ ແລະ ແຂວງໄດ້ຢ່າງພຽງພໍ.
ຂ່າວ: ມຸນຕີ
May be an image of 2 people and nature
May be an image of 10 people and people standing
May be an image of 1 person and standing
May be an image of 7 people and people standing