ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 3 ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ, ໃນຕອນເຊົ້າຂອງວັນທີ 19 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ສົມເດັດ ໂມຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ເຊິ່ງ ທ່ານ ປະທານປະເທດ ໄດ້ສະແດງຄວາມປິຕິຍິນດີໄດ້ພົບປະກັບສົມເດັດ ຮຸນ ມາແນດ ພາຍຫຼັງທີ່ ໄດ້ຮັບຕຳແໜ່ງ ນາຍົກລັດຖະມົນຕີ ກຳປູເຈຍ.
ທ່ານ ປະທານປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ່ 7 ແລະ ການສ້າງຕັ້ງຄະນະລັດຖະບານຊຸດໃໝ່ຂອງ ກຳປູເຈຍ ໂດຍແມ່ນ ສົມເດັດ ໂມຫາ ບໍວໍ ທິບໍດີ ຮຸນ ມາແນດ ເປັນນາຍົກລັດຖະມົນຕີ ຄົນໃໝ່, ເຊື່ອໝັ້ນຢ່າງ ໜັກແໜ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການ ຂອງສົມເດັດ ຈະສືບຕໍ່ນຳພາ ຣາຊະອານາຈັກ ກຳປູເຈຍ ກ້າວສູ່ຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ; ສະແດງຄວາມເຊື່ອໝັ້ນວ່າ ສົມເດັດ ນາຍົກ ຮຸນ ມາແນດ ຈະເປັນກຳລັງແຮງໃໝ່ ໃນການຊູກຍູ້ ແລະ ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ ແລະ ກຳປູເຈຍ ທີ່ເປັນປະເທດເພື່ອນມິດ, ບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງມາແຕ່ບູຮານ ນະການ, ທັງເປັນຄູ່ຍຸດຮ່ວມທະສາດຮອບດ້ານ, ໝັ້ນຄົງຍາວນານ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນໃນອະນາຄົດ.
ສອງຝ່າຍຕີລາຕາສູງຕໍ່ກັບການພົບປະກັນໃນຄັ້ງນີ້, ເຊິ່ງມີຄວາມໝາຍສໍາຄັນຫລາຍຕໍ່ການສົ່ງເສີມການພົວພັນ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ສອງຝ່າຍຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານໃຫ້ມີປະສິດທິຜົນ, ຜັນຂະຫຍາຍສົນທິສັນຍາ ວ່າດ້ວຍ ການກຳນົດເສັ້ນຊາຍແດນແຫ່ງ ຊາດລະຫວ່າງສອງປະເທດ ແລະ ມີຄວາມຍິນດີສືບຕໍ່ຊຸກຍູ້ຈັດຕັ້ງປະຕິບັດບັນດາສັນຍາ ແລະ ການຮ່ວມມືກັນທີ່ສອງປະເທດໄດ້ມີການຕົກລົງເຫັນດີເປັນເອກະພາບ ແລະ ໄດ້ລົງນາມຮ່ວມກັນ, ສືບຕໍ່ຊູກຍູ້ການລົງນາມໃນສັນຍາ ວ່າດ້ວຍ ການຫລີກລ່ຽງການເກັບພາສີຊໍ້າຊ້ອນ ລະຫວ່າງສອງຝ່າຍ, ການເປີດສາຍການບິນໂດຍກົງລະຫວ່າງ ລາວ ແລະ ກຳປູເຈຍ ຄືນໃໝ່ ໃຫ້ປົກກະຕິຄືກັບໄລຍະກ່ອນເກີດການລະບາດໂຄວິດ-19, ສົ່ງເສີມການທ່ອງທ່ຽວ ລາວ-ຫວຽດ ນາມ-ກຳປູເຈຍ ດ້ວຍແນວຄິດລິເລີ່ມ “ສາມປະເທດ, ໜຶ່ງຈຸດໝາຍ”, ການຮ່ວມມືໃນການພັດທະນາພະລັງງານ, ການຊື້-ຂາຍ ໄຟຟ້າ ລາວ-ກຳປູເຈຍ ແລະ ລາວ-ກຳປູເຈຍ-ສິງກະໂປ; ເຫັນດີເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນການຈັດຝຶກແອບຮ່ວມ ລາວ-ຫວຽດນາມ-ກຳປູເຈຍ; ວຽກງານຊາຍແດນ, ການຄ້າ-ການລົງທຶນ ແລະ ການຮ່ວມມືດ້ານອື່ນໆ. ທ່ານປະທານປະເທດໄດ້ ສະເໜີໃຫ້ສອງນາຍົກ ລາວ ແລະ ກຳປູເຈຍ ສືບຕໍ່ປຶກສາຫາລື ໃນລາຍລະອຽດ ເພື່ອສືບຕໍ່ຊີ້ນຳຂະແໜງການຕ່າງໆຂອງສອງປະເທດໃນການຈັດຕັ້ງປະຕິບັດຕົວຈິງ ຢ່າງມີປະສິດທິຜົນ.
ສອງຝ່າຍສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ກຳປູເຈຍ ຍິນດີແລກປ່ຽນບົດຮຽນ ແລະ ສະໜັບສະ ໜູນ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ໃຫ້ປະສົບຜົນ ສຳ ເລັດ.
ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ໄດ້ເຊື້ອເຊີນ ສົມເດັດ ຮູນ ມາແນດ, ນາຍົກລັດຖະມົນຕີ ກໍາປູເຈຍ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ, ພ້ອມທັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມເຄົາລົບນັບຖື ແລະ ອວຍພອນໄຊເຖິງພະບາດສົມເດັດ ໂນໂຣດົມ ສີຫາໂມນີ, ສົມເດັດ ເຕໂຈ ຮຸນແຊນ ແລະ ບັນດາການນຳ ແລະ ອະດີດການນຳຂອງ ກຳປູເຈຍ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ


