ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ,ນາຍົກລັດຖະ ມົນ ຕີ ພ້ອມການນຳຂັ້ນສູນກາງ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະໂອ້ລົມ ຄະນະ ພັກ,ອົງການປົກຄອງແຂວງຈຳປາສັກ,ໃນວັນທີ 28 ພຶດສະພາ 2022 ນີ້,ພິທີໂອ້ລົມຈັດຂຶ້ນທີ່ສະໂມສອນຫຼັກ 4 ມີ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງໆຈຳປາສັກ ພ້ອມຄະນະພັກ-ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ,ມີຄະນະພັກ – ອົງການປົກຄອງນະຄອນ,ເມືອງ,ພະແນກການກົມກອງ ແລະອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ໃນໂອກາດຢ້ຽມຢາມ ຂອງທ່ານນາຍົກລັດຖະມົນຕີ ຄັ້ງນີ້ ກ່ອນອື່ນ ໄດ້ຮັບຟັງລາຍງານການພັດທະນາເສດຖະກິດ – ສັງ ຄົມ,ການປະຕິບັດ 2 ວາລະແຫ່ງຊາດເຊັ່ນ: ວາລະແຫ່ງຊາດວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ຈາກທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ເພືອຮັບຊາບເຖິງຜົນງານການປະຕິບັດຕົວຈິງໃນໄລຍະທີ່ຜ່ານມາ,ຮັບຮູ້ຂໍ້ສະ ດວກ ຂໍ້ຫຍຸ້ງຍາກ ແລະ ຄຳສະເໜີຂອງແຂວງ ຕໍ່ລັດຖະບານເພື່ອຂໍທິດຊີ້ນຳ ໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບເສດ ຖະກິດ – ສັງຄົມໃນປະຈຸບັນ.
ຈາກຮັບຟັງລາຍງານແລ້ວ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ເປັນກຽດ ໂອ້ລົມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ – ອົງການປົກຄອງແຂວງ,ພະນັກງານທະຫານຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ທີ່ຍາດມາໄດ້ ພ້ອມກັນເອົາໃຈໃສ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ກໍຄືແຂວງຈຳປາສັກ ໃຫ້ຍັງຄວາມເປັນສະຖຽນລະພາບທາງດ້ານການເມືອງ, ຮັບປະກັນມີຄວາມສະຫງົບສຸກໂດຍພື້ນຖານ,ເສດຖະກິດເຖິງວ່າປະເຊີນໜ້າກັບສະພາບໄພເງິນເຟີ້,ລາຄານໍ້າມັນ, ລາຄາສິນຄ້າ ແລະ ຄ່າຄອງຊີບສູງ ພາຍ ໃຕ້ການນຳພາອັນເປັນປືກແຜ່ນ ອ້ອມຂ້າງອົງຄະນະພັກ ເຮັດໃຫ້ທົ່ວແຂວງສາມາດຜ່ານຜ່າໄດ້ ບໍ່ມີເຫດຮ້າຍໃດໆເກີດຂຶ້ນ ແລະ ສົ່ງຜົນກະທົບໃຫຍ່ຫຼວງ.
ຈາກຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງອົງຄະນະພັກ ປະຊາຊົນຊາວແຂວງຈຳປາສັກ ແລ້ວ, ທ່ານນາຍຍົກລັເຖະມົນຕີ ໄດ້ໂອ້ລົມໂດຍເນັ້ນໃຫ້ການນຳແຂວງກຳໄດ້ສະພາບການຂອງໂລກ ແລະພາກພື້ນທີ່ມີ່ຂໍ້ຂັດແຍ່ງ ອັນສົ່ງຜົນສະທ້ອນຕໍ່ເສດຖະກິດ – ສັງຄົມຂອງປະເທດເຮົາ,ດັ່ງນັ້ນຈິ່ງເນັ້ນໃຫ້ການນຳ- ອົງການປົກຄອງທຸກຂັ້ນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຜັນຂະຫຍາຍເນື້ອໃນ 2 ວາລະແຫ່ງຊາດໃຫ້ແຂງແຮງ ກ່ວາເກົ່າ
ເຊັ່ນ: ວາລະວ່າແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
ຕ້ອງເຂົ້າໃຈ ແລະ ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງສອດຄ່ອງ ແລະ ມີສະຕິລະວັງຕົວຕ້ານໃຫ້ໄດ້ປະກົດການຫຍໍ້ທໍ້ ທີ່ອາດຈະເກີດຈາກກຸ່ມຄົນບໍ່ຫວັງດີ ໃສ່ຮ້າຍປ້າຍສີ ທັບຖົມໂຈມຕີການນຳພາຂອງພັກ,ການຄຸ້ມຄອງຂອງລັດ ກໍຄືລະບອບໃໝ່ ຂອງພວກເຮົາ. ຈາກການໂອ້ລົມ ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວເຖິງ ວຽກງານໂຄງການສະຖານສາສະໜາ ທີ່ມີການຊຸກຍູ້ກໍ່ສ້າງຂຶ້ນຢູ່ແຂວງຈຳປາສັກ ແລະ ບັນຫາສຳຄັນອື່ນໆອີກ.
ການຢ້ຽມຢາມ ແລະພົບປະໂອ້ລົມຄະນະພັກອົງການປົກຄອງແຂວງຈຳປາສັກຂອງທ່ານ ນາຍົກລັດຖະມົນຕີໃນຄັ້ງນີ້, ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງກົມການເມືອງສູນກາງພັກ,ລັດ ຖະບານຕໍ່ການປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ,ຄວາມສົມບູນພູນສຸກຂອງປະຊາຊົນ ແລະ ເພື່ອເປັນກຳລັງໃຈ ໃຫ້ຄະນະພັກອົງການປົກ ຄອງແຂວງ ໃນການນຳພາ ຊີ້ນຳແນໃສ່ເຮັດໃຫ້ ແຂວງຜ່ານຜ່າໄດ້ຄວາມຫຍຸ້ງຍາກ ແລະ ສືບຕໍ່ ພັດທະນາແຂວງຈຳປາສັກໃຫ້ກ້າວຂື້ນຕາມຈຸດໝາຍທີ່ພັກໄດ້ວາງໄວ້.
ຂ່າວ;ພາບ: ເກດສະໜາ ແກ້ວສຸວັນນະແສງ
Loading...