ໃນວັນທີ 12 ພະຈິກ 2022 ທີ່ ນະ ຄອນຫຼວງພະນົມເປັນ, ກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ເຈລະຈາ ຄື: ກອງປະຊຸມສຸດຍອດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 25, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 19 ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ- ອິນເດຍ ຄົບຮອບ 30 ປີ, ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 2, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 25, ກອງປະຊຸມສຸດຍອດອາຊຽນ- ສະຫະລັດ ອາເມລິກາ ຄັ້ງທີ 10 ແລະ ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ການາດາ ຄົບຮອບ 45 ປີ.
ກອງປະຊຸມສຸດຍອດອາຊຽນບວກສາມ, ຜູ້ນໍາ ໄດ້ສະແດງຄວາມຍິນດີຕໍ່ການພົວພັນຮ່ວມມືອາຊຽນບວກສາມ ໃນຕະຫຼອດໄລຍະ 25 ປີ ທີ່ຜ່ານມາ ແລະ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂອບອາຊຽນບວກສາມ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານຮ່ວມມືອາຊຽນບວກສາມສະບັບໃໝ່ ສໍາລັບປີ 2023-2027, ສືບຕໍ່ຮ່ວມມືກັນເພື່ອຟື້ນຟູເສດຖະກິດຮອບດ້ານ, ການເຊື່ອມຈອດ, ການຄໍ້າປະກັນສະບຽງອາຫານຜ່ານຄັງເຂົ້າສຸກເສີນອາຊຽນບວກສາມ ແລະ ອື່ນໆ; ກອງປະຊຸມສຸດຍອດອາຊຽນ-ອິນ ເດຍ ຄັ້ງທີ 19 ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອິນເດຍ ຄົບຮອບ 30 ປີ ໄດ້ຊົມເຊີຍຕໍ່ການຮ່ວມມືອາຊຽນ-ອິນເດຍ ຕະຫຼອດ 30 ປີ ຜ່ານມາ ແລະ ເຫັນດີຕໍ່ການຍົກລະດັບການພົວພັນຮ່ວມມືອາຊຽນ-ອິນເດຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ພ້ອມນີ້, ກອງປະຊຸມຍັງເຫັນວ່າ ອາຊຽນ ແລະ ອິນເດຍ ຄວນສືບຕໍ່ຂະຫຍາຍການຮ່ວມມືດ້ານການເຊື່ອມຈອດ ແລະ ດ້ານໂຄງລ່າງພື້ນຖານແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ໃຫ້ນັບມື້ນັບເພີ່ມຂຶ້ນໃນອະນາຄົດ ໂດຍສະເພາະການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ການເລັ່ງລັດໂຄງການກໍ່ສ້າງທາງດ່ວນ 3 ຝ່າຍ: ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ໄປຍັງ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ; ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 2 ໄດ້ສະແດງຄວາມພາກພູມໃຈ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົດສະຕຣາລີ (2020- 2024) ແລະ ເອກະສານຊ້ອນທ້າຍ ຂອງແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອົດສະຕຣາລີ. ໃນນີ້, ອາຊຽນ ແລະ ອົດສະຕຣາລີ ຈະສືບຕໍ່ຮັດແໜ້ນການຮ່ວມມືໃນບັນດາໂຄງການພາຍໃຕ້ ຂໍ້ລິເລີ່ມຂອງອົດສະຕຣາລີ ເພື່ອອະນາຄົດອາຊຽນ, ຂໍ້ລິເລີ່ມກ່ຽວກັບການສ້າງຂີດຄວາມສາມາດ ແລະ ການຫັນເປັນດີຈີຕອນ. ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 2 ວ່າດ້ວຍການຮ່ວມມື ກ່ຽວກັບແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ແລະ ຮັບຊາບຂໍ້ສະເໜີໃນການຈັດກອງປະຊຸມສຸດຍອດເພື່ອສະເຫຼີມສະຫຼອງການພົວພັນອາຊຽນ- ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024 ທີ່ ອົດສະຕຣາລີ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 25 ແລະ ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ- ການາດາ ຄົບຮອບ 45 ປີ.
ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 25 ໄດ້ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ຍີ່ປຸ່ນ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບຜົນສຳເລັດທີ່ສຳຄັນຫຼາຍດ້ານ ເປັນຕົ້ນແມ່ນ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານຂອງວິໄສທັດອາຊຽນ-ຍີ່ປຸ່ນ ວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື, ແລະ ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ແຜນຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ໃນປີ 2023. ໃນກອງປະຊຸມ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນຂອງຍີ່ປຸ່ນ ໂດຍສະເພາະ ການຊ່ວຍເຫຼືອໃນດ້ານການພັດທະນາຊັບພະຍາກອນມະນຸດ, ການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025, ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4 ແລະ ອື່ນໆ; ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ອາຊຽນ-ສະຫະລັດ ອາເມລິກາ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ສະຫະລັດ (2021-2025). ອັນສໍາຄັນ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີຍົກລະດັບການພົວພັນຮ່ວມມືອາຊຽນ-ສະຫະລັດ ອາເມລິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ; ແລະ ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ການາດາ ຄົບຮອບ 45 ປີ ໄດ້ຕີລາຕາສູງຕໍ່ກັບການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ການາດາ ໃນໄລຍະ 45 ປີ ຜ່ານມາ ແລະ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ສໍາລັບກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ການາດາ ຄົບຮອບ 45 ປີ ເພື່ອກໍານົດທິດທາງການຮ່ວມມືອາຊຽນ-ການາດາໃນຕໍ່ໜ້າ.
ນອກນີ້, ໃນບາງກອງປະຊຸມດັ່ງກ່າວຍັງມີການແລກປ່ຽນທັດສະນະກ່ຽວກັບ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
Loading...