ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ່ 22 ກັນຍາ 2021, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີພ້ອມດວ້ຍທິມງານຂອງແຂວງ, ຂອງເມືອງປາກລາຍ ແລະບໍລິສັດຜູ້ຮັບເໝົາການກໍ່ສ້າງ ໄດ້ລົງຕິດຕາມຊຸກຍູ້ເບິ່ງໂຄງ ການກໍ່ສ້າງເສັ້ນທາງຍຸດທະສາດ ເມືອງປາກລາຍ-ເມືອງທົ່ງມີໄຊ.
ໂຄງການກໍ່ສ້າງເສັ້ນທາງຍຸດທະສາດແຕ່ຂອບເຂດບ້ານນາມ່ວງ ເມືອງທົ່ງມີໄຊ ຫາ ຂອບເຂດບ້ານຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ມີຄວາມຍາວທັງໝົດ 38 ກິໂລແມັດ ມີມູນຄ່າໃນການກໍ່ສ້າງ 113 ຕື້ກີບ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກັນຍາ 2021ມາຮອດປະຈຸບັນໂຄງການແມ່ນໄດ້ເລີ່ມຈັດຕັ້ງປະຕິບັດຕັດແລວເສັນທາງຢູ່ຂອບເຂດບ້ານຜາແກ້ວເມືອງປາກາຍ ເຊິ່ງຄາດວ່າຈະໃຊ້ເວລາໃນການກໍ່ສ້າງ 36 ເດືອນຈຶ່ງຈະສໍາເລັດ ໂດຍແມ່ນ ກອງບັນຊາການທະຫານແຂວງໄຊຍະບູລີເປັນເຈົ້າຂອງໂຄງການ ແລະ ບໍລິ ສັດ ທະວີໄຊເປັນຜູ້ຮັບເໝົາກໍ່ສ້າງ ໂຄງ ການດັ່ງກ່າວ ແມ່ນເພຶ່ອປັບປຸງພື້ນຖານໂຄງລ່າງເສັ້ນທາງຍຸດທະສາດລະຫວ່າງເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ເພື່ອເປັນພື້ນຖານບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດໃນການເຮັດໜ້າທີ່ກວດກາຊາຍແດນ, ເຮັດໜ້າທີປ້ອງກັນຊາດໃນເສັ້ນຂະໜານທີ່ 1 ເຊິ່ງເປັນເຂດຢຸດທະ ສາດ ໃນຂອບເຂດ 11 ຫຼັກໝາຍຊາຍແດນລະ ຫວ່າງຊາຍແດນລາວ-ໄທ ພ້ອມທັງສ້າງເງືອນໄຂໃຫ້ພໍ່ແມ່ປະຊາຊົນທັງສອງເມືອງໄປ-ມາໃຫ້ມີຄວາມສະ ດວກປອດໄພ ຂອບເຂດເມືອງປາກລາຍກວມເອົາ 4 ບ້ານມີ 13,8 ກມ, ເມືອງທົ່ງມີໄຊກວມເອົາ2ບ້ານ ມີ 24,2 ກມ.
ຂ່າວ-ພາບໂດຍ:ກ່າ ຄຸດທະວົງສັກ