ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 20-21 ກັນຍາ 2023 ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ບັນດານິຕິກຳ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ຢູ່ທ້ອງຖິ່ນ ພາຍໃນແຂວງໄຊຍະບູລີ; ມີທ່ານ ຮອງເຈົ້າແຂວງໄຊຍະບູລີ, ຫົວໜ້າພະແນກການການເງິນແຂວງ, ເຈົ້າເມືອງ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງເມືອງແກ່ນທ້າວ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຮັດວຽກ.
ໃນໂອກາດດັ່ງກ່າວ, ທ່ານ ສົມຈິດ ຈັນທະວົງ, ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍ ງານໃຫ້ຊາບ ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງແຂວງໄຊຍະບູລີ ໄລຍະ 8 ເດືອນທີ່ຜ່ານມາ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ເຫັນວ່າ: ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວ ລະດັບ 5% ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 35,38 ລ້ານກີບ/ຄົນ, ຮອດປະຈຸບັນ ສາມາດຈັດເກັບລາຍຮັບໄດ້ 1.279 ຕື້ກວ່າກີບ ເທົ່າກັບ 81% ຂອງແຜນການ, ໃນນັ້ນ ພູດຂອງສູນກາງ ປະຕິບັດໄດ້ 85,83% ພູດຂອງທ້ອງຖິ່ນ ປະຕິບັດໄດ້ 100,68% ແຜນລາຍຈ່າຍ ປະຕິບັດໄດ້ 70,71%; ການສົ່ງອອກສິນຄ້າ ມີມູນຄ່າ 79.565.027,50 ໂດລາ ເທົ່າກັບ 65,75%; ມູນຄ່າສິນຄ້ານໍາເຂົ້າ ມີມູນຄ່າ 43.181.757,98 ໂດລາ. ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແຂວງໄດ້ເປັນເຈົ້າການສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດານິຕິກຳ ກໍ່ຄືນະໂຍບາຍທີ່ສູນກາງໄດ້ວາງອອກ ເຂົ້າສູ່ວຽກງານຕົວຈິງ ໃຫ້ແທດເໝາະກັບທ່າແຮງ ແລະ ຈຸດພິເສດຂອງແຂວງ ໂດຍສຸມໃສ່ 7 ໜ້າວຽກຈຸດສຸມຕົ້ນຕໍ, 3 ມາດຕະການຄວບຄູ່ ແລະ ໄດ້ມອບໝາຍໃຫ້ 10 ຂະແໜງການ ນຳໄປຈັດຕັ້ງປະຕິບັດ ຄື: ວຽກງານສົ່ງເສີມການຜະລິດ-ທຸລະກິດ ແລະ ການບໍລິການ; ວຽກການສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບງົບປະມານ; ວຽກຄຸ້ມຄອງລາຍຈ່າຍ ແລະ ປະຕິບັດບັນດາມາດຕະການປະຢັດຢ່າງເຂັ້ມງວດ; ວຽກການຍົກສູງຄວາມຮັບຜິດຊອບວຽກງານສົ່ງເສີມການລົງທຶນ ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ; ວຽກການແກ້ໄຂໜີ້ສິນການລົງທຶນຂອງລັດ; ວຽກຊຸກຍູ້ສາຂາ ລັດວິສາຫະກິດ ຫັນໄປສູ່ການດໍາເນີນທຸລະກິດຢ່າງມີຄຸນນະພາບ, ມີຜົນກໍາໄລ; ແລະ ວຽກການຍົກສູງປະສິດທິຜົນການຄຸ້ມຄອງລັດດ້ວຍກົດໝາຍ. ສໍາລັບ 3 ມາດຕະການຄວບຄູ່ ມີ: ມາດຕະການແກ້ໄຂສະພາບເງີນເຟີ້, ມາດຕະການແກ້ໄຂອັດຕາແລກປ່ຽນ, ແລະ ມາດຕະການຄຸ້ມຄອງລາຄາສິນຄ້າ. ຜ່ານການຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການຕ່າງໆດັ່ງກ່າວ ໄດ້ເຮັດໃຫ້ວຽກງານມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ ສະແດງອອກ ສາມາດເກັບລາຍຮັບໄດ້ຫຼາຍຂຶ້ນ, ລາຍຮັບຕໍ່ຫົວຄົນ ເພີ່ມຂຶ້ນ, ມູນຄ່າສິນຄ້າ ເກີນດູນການຄ້າ, ການບໍລິຫານ ແລະ ຄຸ້ມຄອງວຽກງານ ໄດ້ຫັນສູ່ຄວາມທັນສະໄໝ ເປັນກ້າວໆ, ການຜະລິດ ກໍ່ເປັນຂະບວນການ ແລະ ມີລັກສະນະແຂ່ງຂັນກວ່າເກົ່າ ໂດຍສາມາດຜະລິດເຂົ້າໄດ້ເຫຼືອກິນ ແລະ ສາມາດສົ່ງອອກເປັນສິນຄ້າ ຫຼາຍກວ່າ 50 ພັນໂຕນ, ສົ່ງອອກສັດປະເພດຕ່າງໆເປັນສິນຄ້າ ໄດ້ຫຼາຍກວ່າ 66 ຕື້ກີບ, ສົ່ງອອກພືດເປັນສິນຄ້າທີ່ພົ້ນເດັ່ນແມ່ນ ມັນຕົ້ນ, ໝາກເດືອຍ, ໝາກກ້ວຍຫອມ, ຖົ່ວ ເຫຼືອງ, ໝາກໂມ, ຢາງພາລາ ແລະ ອື່ນໆ ລວມປະມານ 2 ລ້ານໂຕນ. ນອກນັ້ນ ກົນໄກ ແລະ ຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ກໍ່ໄດ້ຮັບການປັບປຸງມີຄວາມສະດວກຂຶ້ນ, ສາມາດຫຼຸດຂັ້ນຕອນ ແລະ ໄລຍະເວລາສັ້ນເຂົ້້າ, ໄດ້ປັບປຸງຄະນະປະສານງານປະຕູດຽວ ແລະ ຜູ້ປະສານງານ ທີ່ປະຈຳຢູ່ພະແນກການຕ່າງໆ ເພ່ື່ອຮັບປະກັນການປະສານງານໃຫ້ຄ່ອງຕົວກວ່າເກົ່າ, ທັງສາມາດແກ້ໄຂບັນຫາໜີ້ສິນ ການລົງທຶນຂອງລັດ ໄດ້ເກືອບ 300 ຕື້ກີບ. ທັງໝົດນັ້ນ ໄດ້ປະກອບສ່ວນ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນແຂວງໄຊຍະບູລີ ນັບມື້ດີຂຶ້ນເປັນກ້າວໆ.
ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນເຈາະຈີ້ມ ແລະ ເປີດໂອກາດ ໃຫ້ຜູ້ເຂົ້າຮ່ວມ ປະກອບ ຄຳຄິດເຫັນ ເພື່ອແລກປ່ຽນຂໍ້ມູນ ໃຫ້ມີຄວາມຊັດເຈນ ແລະ ແທດກັບຕົວຈິງຫຼາຍຂຶ້ນ, ປະກອບສ່ວນ ເຮັດໃຫ້ການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີກະຊວງການເງິນ ກໍ່ໄດ້ສະຫຼຸບສັງລວມ ແລະ ແລກປ່ຽນຄຳຄິດເຫັນຕື່ມບາງດ້ານ ເພື່ອໃຫ້ພາກສ່ວນກ່ຽວຂ້ອງນຳໄປຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ໃຫ້ມີການຫັນປ່ຽນ ແລະ ເກີດດອກອອກຜົນ ເປັນຮູບປະທຳຕົວຈິງ ເປັນຕົ້ນ ສະເໜີໃຫ້ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ສືບຕໍ່ໂຄສະນາເຜີຍແຜ່ ແລະ ເຊື່ອມຊືມ ບັນດານິຕິກຳ ທີ່ລັດຖະບານ ກໍ່ຄືຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນວາງອອກ ຕິດພັນກັບການເຮັດວຽກງານການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະ ຄວາມຫຍຸ້ງຍາກຂອງເສດຖະກິດ-ການເງິນ, ຄວາມພະຍາຍາມຂອງພາກສ່ວນຕ່າງໆໃນການປະຕິບັດວຽກງານ ແລະ ມາດຕະການຕ່າງໆ ທີ່ວາງອອກ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ, ເຊື່ອໝັ້ນ, ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ເຂົ້າຮ່ວມປະຕິບັດວຽກງານດັ່ງກ່າວ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ຕໍ່ສ່ວນລວມ ກໍ່ຄືປະເທດຊາດ; ສຸມໃສ່ຊຸກຍູ້ ການຈັດເກັບລາຍຮັບເຂົ້າງົບປະມານ ຢູ່ຫົວໜ່ວຍຕ່າງໆ ໃຫ້ໄດ້ຫຼາຍຂຶ້ນ ໂດຍເອົາໃຈໃສ່ການຄຸ້ມຄອງການຈັດເກັບໃຫ້ດີ, ຈຳກັດຊ່ອງຫວ່າງການຮົ່ວໄຫຼ ແລະ ນຳໃຊ້ເຄື່ອງມືທັນສະໄໝເປັນກ້າວໆ; ສືບຕໍ່ຊຸກຍູ້ສົ່ງເສີມພາກທຸລະກິດ ແລະ ປະຊາຊົນ ທຳການຜະລິດ ເພື່ອຮັບໃຊ້ພາຍໃນ ແລະ ເປັນສິນຄ້າ ໃຫ້ເປັນຂະບວນການກວ້າງຂວາງ, ທັງໄດ້ປະລິມານ ແລະ ຄຸນນະພາບ ໂດຍສະເພາະ ສິນຄ້າທີ່ທ້ອງຖິ່ນຕ່າງໆມີທ່າແຮງ; ຊຸກຍູ້ສົ່ງເສີມພາກທຸລະກິດ ທີ່ມີທ່າແຮງ ເພື່ອສ້າງໂຮງງານປຸງແຕ່ງຜະລິດຕະພັນກະສິກຳ-ປ່າໄມ້ ເພື່ອສ້າງມູນຄ່າເພີ່ມ ແລະ ສະໜອງການຊົມໃຊ້ພາຍໃນ; ຊຸກຍູ້ສົ່ງເສີມປະຊາຊົນ ນຳໃຊ້ຜະລິດຕະລິດຕະພັນພາຍໃນ ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນຳເຂົ້າ ໄປຄຽງຄູ່ກັບການປະຕິບັດບັນດາມາດຕະການປະຢັດມັດທະຍັດ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ.
ການເຮັດວຽກຢູ່ແຂວງໄຊຍະບູລີ ຄັ້ງນີ້, ຄະນະຂອງທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ໄປຕິດຕາມ ແລະ ຊຸກຍູ້ວຽກງານການຈັດເກັບລາຍຮັບ ແລະ ການບໍລິການ ຢູ່ດ່ານສາກົນນໍ້າເຫືອງ ທີ່ເມືອງແກ່ນທ້າວ, ຢ້ຽມຢາມດ່ານປະເພນີນາຂ່າ ທີ່ເມືອງບໍ່ແຕນ ແລະ ຢ້ຽມຢາມພື້ນຖານການຜະລິດຈໍານວນໜຶ່ງ ຕື່ມອີກ.
ຂ່າວ;ພາບ: ກົມປະຊາສຳພັນ ສຫນຍ
May be an image of 12 people