ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ແລະ ກ່າວບົດປາໄສແບບທາງໄກ ໃນກອງປະ ຊຸມສະເຫຼີມສະຫຼອງ ຄົບຮອບ 60 ປີ ຂອງ ກອງປະຊຸມຄັ້ງປະຖົມມະລຶກຂະບວນການບໍ່ຮ່ວມກຸ່ມ (Non-Aligned Movement – NAM) ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Ilham Aliyev, ປະທານາທິບໍດີອາແຊັກໄບຊານ ແລະ ທ່ານ Aleksandar Vučić, ປະທານາທິບໍດີແຊັກບີ,
ຊຶ່ງໄດ້ຈັດຂຶ້ນໃນວັນທີ 11 – 12 ຕຸລາ 2021, ທີ່ ນະຄອນຫຼວງແບນກາດ, ປະເທດແຊັກບີ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອລະລຶກຄືນເຖິງເຫດການປະ ຫວັດສາດຂອງການສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມ, ກໍ່ຄືການຈັດກອງປະຊຸມຄັ້ງປະຖົມມະລຶກທີ່ເມືອງ ແບນກາດ, ອະດິດສະຫະພາບຢູໂກສະລາວີ ໃນປີ 1961.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວບົດປາໄສຢ້ຳຄືນເຖິງຄວາມສຳຄັນ ແລະ ບົດບາດຂອງຂະ ບວນການບໍ່ຮ່ວມກຸ່ມຕະຫລອດໄລຍະ 60 ປີ ໃນການນຳພາປະເທດສະມາຊິກຂ້າມຜ່ານບັນດາສິ່ງທ້າທາຍຕ່າງໆ ໂດຍການຍຶດຖືຫຼັກການຢູ່ຮ່ວມກັນໂດຍສັນຕິ, ຄວາມໝາຍໝັ້ນໃນການຍຶດຖືຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ສົ່ງເສີມການຮ່ວມມືຫຼາຍຝ່າຍ ໂດຍສະເພາະແມ່ນການສະແດງຄວາມຊົມ ເຊີຍຜົນງານທາງປະຫວັດສາດຂອງກຸ່ມ ແລະ ຄວາມສຳຄັນຂອງຫຼັກການບັນດຸງທີ່ເປັນພື້ນຖານໃນການຮ່ວມມືກັນຂອງຂະບວນການບໍ່ຮ່ວມກຸ່ມພ້ອມດຽວກັນນີ້, ເພື່ອສະແດງເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນນາມທີ່ເປັນສະ ມາຊິກຂະບວນການບໍ່ຮ່ວມກຸ່ມ, ທ່ານ ລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ແຕ່ງຕັ້ງ ທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດໂອຕຼິດ ໃຫ້ຕາງໜ້າເຂົ້າຮ່ວມແບບເຊິ່ງໜ້າໃນກອງປະຊຸມດັ່ງກ່າວ ລວມທັງກອງປະຊຸມລັດຖະມົນຕີຂອງກຸ່ມເພື່ອນມິດເພື່ອການປົກປ້ອງກົດບັດ ສປຊ ຄັ້ງທີ II ແລະ ຮັບຮອງຖະແຫຼງການທາງດ້ານການເມືອງ (Political Declaration) ເພື່ອສະແດງເຖິງເຈດຕະນາລົມທີ່ຢຶດໝັ້ນຕໍ່ຫຼັກການສາກົນອັນເປັນພື້ນຖານທີ່ກໍານົດໃນກົດບັດ ສປຊ ແລະ ຢໍ້າຄືນເຖິງຄວາມສຳຄັນໃນການສົ່ງເສີມລະບົບການຮ່ວມມືຫຼາຍຝ່າຍຮ່ວມກັບປະຊາຄົມສາກົນເພື່ອປົກປັກຮັກສາສັນຕິພາບ, ເຄົາລົບຕໍ່ຄວາມເປັນເອກະລາດແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າກິດຈະການພາຍໃນ ແລະ ເພີ່ມທະວີຄວາມເຊື່ອໝັ້ນຕໍ່ພາລະບົດບາດຂອງ ອົງການ ສປຊ ໃນການແກ້ໄຂບັນຫາສິ່ງທ້າທາຍຂອງສາກົນຮ່ວມກັນ.
ຂະບວນການບໍ່ຮ່ວມກຸ່ມ (Non-Aligned Movement – NAM) ໄດ້ຮັບການສ້າງຕັ້ງຂື້ນໃນປີ 1961 ໂດຍບັນດາປະເທດກຳລັງພັດທະນາທີ່ບໍ່ຕ້ອງການຮ່ວມກຸ່ມ ຫຼື ເປັນປໍລະປັກກັບຝ່າຍໃດຝ່າຍໜຶ່ງໃນໄລຍະສົງຄາມເຢັນ. ຈຸດປະສົງຫຼັກຂອງກຸ່ມ ແມ່ນເພື່ອຮັກສາຄວາມເປັນເອກະລາດ, ສະຖຽນລະພາບ, ອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດສະມາຊິກ ໂດຍການຮ່ວມມືປະຕິບັດຕາມຫຼັກການບັນດຸງ (Bandung Principle) ທີ່ສົ່ງເສີມການຮ່ວມມື ແລະ ສັນຕິພາບຂອງໂລກ ເຊິ່ງປັດຈຸບັນມີປະເທດສະມາຊິກທັງໝົດ 120 ປະເທດ ແລະ 17 ປະເທດສັງເກດການ.