ໃນວັນທີ 28 ກໍລະກົດ 2021 ນີ້ ທ່ານ ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ບັ້ນສອບເສັງຈົບຊັ້ນ ມ 7 ສົກປີ 2020-2021 ຢູ່ເມືອງທຸລະຄົມ ແຂວງວຽງຈັນ ທີ່ສູນສອບເສັງ ມສ ປາກຫາງ ແລະ ມສ ບ້ານເກິນ, ເຊິ່ງມີ ທ່ານ ຈັນສົມ ແກ້ວມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງທຸລະຄົມ ຄະນະກໍາມະການຮັບຜິດຊອບການສອບເສັງ, ຄູອາຈານ ແລະ ນັກສອບເສັງເຂົ້າຮ່ວມ; ພິທີສອບເສັງຈະໄດ້ດໍາເນີນໄປເປັນເວລາ 3 ວັນ ເລີ່ມແຕ່ວັນທີ 28 ຫາ ວັນທີ 30 ກໍລະກົດ 2021, ພາຍໃຕ້ມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຄັ່ງຄັດ, ກໍາມະການຍາມຫ້ອງເສັງແມ່ນໄດ້ສັກວັກຊິນຄົບທຸກທ່ານ ໂດຍມີການຈັດໄລຍະໃຫ້ນັກສອບເສັງນັ່ງຫ່າງກັນ ຜູ້ລະ 1 ແມັດ ຂຶ້ນໄປ ຈັດເປັນ 2 ສູນ ສອບເສັງ ຄື: ສູນບ້ານເກີນ ມີນັກສອບເສັງທັງໝົດ 245 ຄົນ, ຍິງ 114 ຄົນ, ພະສົງ 21 ອົງ ແບ່ງອອກເປັນ 13 ຫ້ອງສອບ ນໍາໃຊ້ກໍາມະການ 26 ທ່ານ,ສູນສອບເສັງປາກຫາງ ມີນັກສອບເສັງທັງໝົດ 270 ຄົນ, ຍິງ 139 ຄົນ ແບ່ງອອກເປັນ 14 ຫ້ອງສອບເສັງ ໃຊ້ກໍາມະການ 14 ທ່ານ, ມີ 5 ວິຊາສອບເສັງ ຄື: ວິຊາພາສາລາວ-ວັນນະຄະດີ, ວິຊາສຶກສາພົນລະເມືອງ, ວິຊາວິທະຍາສາດ-ທໍາມະຊາດ, ວິຊາພາສາອັງກິດ ແລະ ວິຊາຄະນິດສາດ;
ໂອກາດທີ່ເຂົ້າຮ່ວມພິທີເປີດການສອບເສັງໃນເທື່ອນີ້ ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບການສອບເສັງ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ປະຕິບັດໜ້າທີ່ດ້ວຍຈັນຍາບັນ, ບໍ່ສວຍໃຊ້ໜ້າທີ່ ແລະ ປະຕິບັດຕາມກົດລະບຽບວາງອອກຢ່າງເຂັ້ມງວດ ເພື່ອແນໃສ່ເຮັດໃຫ້ບັ້ນສອບເສັງໃນຊຸດນີ້ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້, ຮັບປະກັນບໍ່ໃຫ້ບັນມີສິ່ງຫຍໍ້ທໍ່ໃດໆເກີດຂຶ້ນ, ພາຍຫລັງສອບເສັງສໍາເລັດໃຫ້ຮີບຮ້ອນສະຫລຸບສັງລວມ, ສ້າງຄວາມເອກະພາບກັນ ລາຍງານໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ແລະ ອົງການປົກຄອງເມືອງຢ່າງທັນການ.
ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.


