ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ສືບຕໍ່ພົບປະໂອ້ລົມ ພະນັກງານ ກົມປະຊາສຳພັນ ແລະ ກົມນິຕິກຳ

 

ໃນຕອນເຊົ້າຂອງວັນທີ 28 ກຸມພາ 2022, ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ສືບຕໍ່ພົບປະໂອ້ລົມ ຕໍ່ພະນັກງານ ກົມປະຊາສຳພັນ ແລະ ກົມນິຕິກຳ ທີ່ຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ). ຈຸດປະສົງຂອງການພົບປະໂອ້ລົມ ເພື່ອຮັບຟັງການລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຄົງຄ້າງຕ່າງໆ ແລະ ການສະເໜີປຶກສາຫາລືແລກປ່ຽນບົດຮຽນ ເພື່ອເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ດ້ວຍການຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການປະຕິບັດໜ້າທີ່ການເມືອງ ທີ່ຢູ່ໃນຄວາມຮັບຜິດຂອງຕົນ ໃຫ້ໄດ້ຮັບຜົນດີ.

ກ່ອນອື່ນໝົດ, ທ່ານລັດຖະມົນຕີ, ​ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍ່ໄດ້ແຈ້ງຜົນການພົບປະໂອ້ລົມ ຮ່ວມກັບບັນດາກົມຕ່າງໆພາຍໃນ ຫສນຍ ໃນໄລຍະຜ່ານມາ ລວມທັງ ຜົນການປະຊຸມປຶກສາຫາລືຂອງຄະນະປະຈໍາພັກ ໃຫ້ພະນັກງານພາຍໃນ 02 ກົມດັ່ງກ່າວຊາບ.

 

ຫຼັງຈາກນັ້ນ, ທ່ານ ຫົວໜ້າກົມປະຊາສຳພັນ ແລະ ທ່ານຫົວໜ້າກົມນິຕິກຳ ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ວຽກງານຮອບດ້ານພາຍໃນກົມຂອງຕົນ ໃຫ້ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຮັບຊາບ. ພາຍຫຼັງສີ້ນສຸດການລາຍງານ,​ ທ່ານ ລັດຖະມົນຕີ ກໍ່ໄດ້ເປີດໂອກາດ ໃຫ້ພະນັກງານທີ່ເຂົ້າຮ່ວມ ປະກອບຄຳຄິດເຫັນ ໂດຍສະເພາະ ຂໍ້ຄົງຄ້າງ ແລະ ຂໍ້ສະເໜີຕໍ່ຄະນະນຳ ຫສນຍ ເພື່ອຊ່ວຍຊຸກຍູ້ແກ້ໄຂ.

ຜ່ານການຟັງລາຍງານ ແລະ ແລກປ່ຽນຄຳຄິດເຫັນ, ທ່ານ  ໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານ ຂອງສອງກົມດັ່ງກ່າວ, ຊຶ່ງສະແດງເຖິງ ຄວາມເປັນເຈົ້າການ, ຄວາມເສຍສະຫຼະ ແລະ ຮັບຜິດຊອບສູງ, ເຖິງແມ່ນວ່າ ການຈັດຕັ້ງປະຕິບັດວຽກງານ ບາງໄລຍະ ຢູ່ໃນສະພາບແວດລ້ອມ ທີ່ບໍ່ເອື້ອອຳນວຍເທົ່າທີ່ຄວນ ໂດຍສະເພາະມີການແຜ່ລະບາດ ຂອງພະຍາດ ໂຄວິດ-19, ແຕ່ທັງສອງກົມ ກໍ່ສາມາດປະຕິບັດໜ້າທີ່ການເມືອງຂອງຕົນ ຊຶ່ງມີທັງວຽກງານປົກກະຕິ ແລະ ວຽກງານຮີບດ່ວນ ໄດ້ຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດ. ພ້ອມກັນນັ້ນ ກໍ່ໄດ້ຕີລາຄາສູງ ຕໍ່ການເຂົ້າຮ່ວມ, ພົບປະ ແລະ ແລກປ່ຽນຄຳຄິດເຫັນ ຂອງພະນັກງານໃນຄັ້ງນີ້ ແມ່ນມີບັນຍາກາດທີ່ດີ, ລັກສະນະເປັນກັນເອງ, ຮັບຟັງ ແລະ ປະກອບຄຳຄິດເຫັນ ຢ່າງພາວະວິໄສ, ສ້າງສັນ ແລະ ກົງໄປກົງມາ.

ເພື່ອເສີມຂະຫຍາຍາຍຈຸດດີ ແລະ ຜົນສຳເລັດທີ່ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ, ທັງເປັນບ່ອນອີງ ໃນການປັບປຸງແກ້ໄຂວຽກງານບາງດ້ານ ທີ່ຍັງຄົງຄ້າງ ໃຫ້ໄດ້ຮັບຜົນດີ, ສາມາດຕອບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ໃນຕໍ່ໜ້າ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຮຽກຮ້ອງໃຫ້ພະນັກງານ ທົ່ວກົມປະຊາສຳພັນ ແລະ ກົມນິຕິກຳ ຕ້ອງພ້ອມກັນບຸກທະລຸ ສ້າງບາດກ້າວຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ບັນດາກົມ ສ້າງສະພາບແວດລ້ອມ ໃນການເຮັດວຽກໃຫ້ດີ ແລະ ມີຊີວິດຊີວາ ຫຼາຍຂຶ້ນ ໂດຍເອົາໃຈໃສ່ຮັດແໜ້ນຄວາມສາມັກຄີພາຍໃນ, ການນຳຂອງກົມ ແມ່ນລົງໃກ້ຊິດຕິດແທດກັບພະນັກງານ, ກຳແໜ້ນ ພາລະບົດບາດຂອງກົມ, ສະພາບການຈັດຕັ້ງປະຕິບັດວຽກງານ ແລະ ສະພາບພະນັກງານ ພາຍໃນກົມ ເພື່ອຮັບປະກັນຄວາມສະຫງົບ, ບ່ອນໃດບໍ່ສະຫງົບ ມອບໃຫ້ຮອງລັດຖະມົນຕີ, ຜູ້ຊີ້ນຳຢູ່ບ່ອນນັ້ນ ຮັບຜິດຊອບປັບປຸງແກ້ໄຂກັບທີ່; ເອົາໃຈໃສ່ການຄຸ້ມຄອງ ແລະ ກໍ່ສ້າງພະນັກງານ ໃນໄລຍະໃໝ່ ຕາມທິດສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ໂດຍສະເພາະ ກໍ່ສ້າງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີເຮັດວຽກ ໃຫ້ເປັນລະບົບຄົບຊຸດ, ພ້ອມທັງ ກວດກາຄືນ ອັນໃດທີ່ເຮັດໄດ້ແລ້ວ ແລະ ອັນໃດ ທີ່ຍັງຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ; ສຳລັບວຽກກົງຈັກການຈັດຕັ້ງ ໃຫ້ເອົາໃຈໃສ່ ຄຸ້ມຄອງບັນດາເປົ້າໝາຍການກໍ່ສ້າງໃຫ້ດີ ໂດຍສະເພາະ ການກໍ່ສ້າງພັກ, ກໍ່ສ້າງອົງການບໍລິຫານລັດ ແລະ ກໍ່ສ້າງອົງການຈັດຕັ້ງມະຫາຊົນ, ໃນນັ້ນ ການກໍ່ສ້າງພັກ ໃຫ້ກໍ່ສ້າງຕາມມາດຕະຖານ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍໃຫ້ເນັ້ນຄຸນນະພາບເປັນອັນສຳຄັນ; ການກໍ່ສ້າງອົງການບໍລິຫານລັດ ກໍ່ຄື ບັນດາກົມ  ເນັ້ນໜັກຄວາມມີລະບຽບວິໄນ, ເອົາໃຈໃສ່ປະຕິບັດກົົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ໂດຍສະເພາະ ລະບອບແບບແຜນ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ກໍ່ຄືລະບອບແບບແຜນ ແລະ ກົນໄກການເຮັດວຽກ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕາມຂໍ້ຕົກລົງ ສະບັບເລກທີ 546/ຫສນຍ, ລົງວັນທີ 11 ພະຈິກ 2021. ສຳລັບ ການກໍ່ສ້າງອົງການຈັດຕັ້ງມະຫາຊົນ ແມ່ນໃຫ້ເສີມຂະຫຍາຍບົດບາດ ພັກນຳພາ, ລັດຄຸ້ມຄອງ ແລະ ມະຫາຊົນເປັນເຈົ້າ ເພື່ອແນໃສ່ຊອກໃຫ້ເຫັນ ວຽກດີ-ຄົນເດັ່ນ, ວຽກຈິງ-ຄົນແທ້, ຄົນທີ່ເປັນມືອາຊີບ, ຄົນທີ່ມີຄວາມຮັບຜິດຊອບ ໂດຍໃຫ້ອົງການຈັດຕັ້ງມະຫາຊົນ ມີສ່ວນຮ່ວມໃນທຸກຂົງເຂດວຽກງານຫຼາຍຂຶ້ນ; ເອົາໃຈໃສ່ ວຽກງານການລົງກໍ່ສ້າງຮາກຖານ ໃຫ້ຫຼາຍກວ່າເກົ່າ; ເອົາໃຈໃສ່ ປັບປຸງແບບແຜນວິທີນຳພາ ແລະ ວິທີເຄື່ອນໄຫວເຮັດວຽກ ໃຫ້ເປັນມືອາຊີບ ແລະ ມີວິທະຍາສາດ, ພ້ອມທັງ ໃຫ້ແຕ່ລະກົມ ຄົ້ນຄວ້າຄືນນິຕິກຳທີ່ຢາກສ້າງ ແລະ ປັບປຸງ ເພື່ອເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວຽກງານພາຍໃນກົມຂອງຕົນ; ກວດກາຄືນຄູ່ມື ການຈັດຕັ້ງປະຕິບັດ ວຽກພັກ, ວຽກລັດ ແລະ ວຽກອົງການຈັດຕັ້ງມະຫາຊົນ ໂດຍສະເພາະ ແຜນດໍາເນີນງານ, ຫາກກົມໃດຍັງບໍ່ທັນເຮັດສຳເລັດ ແມ່ນໃຫ້ຮີບຮ້ອນເຮັດໃຫ້ສຳເລັດ; ປັບປຸງກົນໄກ ແລະ ຫຼຸດຜ່ອນຂອດຂັ້ນ ການປະຕິບັດວຽກພາຍໃນກົມຂອງຕົນ ໃຫ້ສັ້ນກະທັດຮັດ, ມີປະສິດທິຜົນ, ວ່ອງໄວ, ໃຫ້ຊັດເຈນຂຶ້ນ ແລະ ບໍ່ໃຫ້ຊໍ້າຊ້ອນກັນ; ຮຽກຮ້ອງພະນັກງານທັງສອງກົມ ໃຫ້ມີການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນວຽກງານຂອງຕົນ ໂດຍໃຫ້ຄົ້ນຄວ້າ ຈະມີການຫັນປ່ຽນໃໝ່ຫຍັງແດ່, ພ້ອມທັງ ສ້າງແຜນການຫັນປ່ຽນໃໝ່ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ເປັນແຜນທີ່ສາມາດປະຕິບັດໄດ້.

 

ນອກຈາກນີ້, ອັນສະເພາະ ແມ່ນໄດ້ເນັ້ນໃຫ້ ກົມປະຊາສໍາພັນ ເພີ່ມທະວີປັບປຸງຄຸນນະພາບ ການໂຄສະນາປະຊາສຳພັນ ໃຫ້ມີຄວາມແຫຼມຄົມກວ່າເກົ່າ, ໃຫ້ມີປະສິດທິພາບກວ່າເກົ່າ, ໃນນີ້ ໃຫ້ສາມາດຢືນຢູ່ໃນທ່າບຸກ, ສາມາດຕອບ ແລະ ແກ້ບັນຫາຫາງສຽງສັງຄົມ ທັນສະພາບການ; ຮີບຮ້ອນປະຕິບັດວຽກງານຫັນເປັນທັນສະໄໝ ໂດຍສະເພາະ ລະບົບຄຸ້ມຄອງການຈໍລະຈອນເອກະສານ ແລະ ລະບົບຄຸ້ມຄອງຕິດຕາມຄົນເຂົ້າ-ອອກ ພາຍໃນ ຫສນຍ ໃຫ້ມີຄວາມປອດໄພ. ສຳລັບກົມນິຕິກຳ ແມ່ນໃຫ້ກວດຄືນ ຄຳຮ້ອງຟ້ອງ, ຮ້ອງທຸກ ທີ່ສະເໜີເຂົ້າມາ ຫສນຍ ມີທັງໝົດຈັກສະບັບ ໃນນີ້ ໃຫ້ແຍກມີຈັກສະບັບທີ່ສອດຄ່ອງກັບພາລະບົດບາດ ຂອງ ຫສນຍ ກໍ່ຄື ກົດໝາຍ ແລະ ລະບຽບການ, ມີຈັກສະບັບ ບໍ່ໄດ້ຢູ່ໃນຄວາມຮັບຜິດຊອບຂອງ ຫສນຍ; ຄົ້ນຄວ້າ ແລະ ໃຫ້ທັດສະນະ ກ່ຽວກັບການຫຼຸດຜ່ອນວຽກງານທີ່ບໍ່ຈຳເປັນ ຂອງ ຫສນຍ, ມີວິທີການຄືແນວໃດ; ໃຫ້ສົມທົບກັບກົມກວດກາ ກວດກາຄືນ ຄວາມຖືກຕ້ອງ ສອດຄ່ອງ ໃນການອອກນິຕິກຳຕ່າງໆ ຂອງ ຫສນຍ ໃນໄລຍະຜ່ານມາ ໂດຍສະເພາະ ທາງດ້ານໂຄງສ້າງ ແລະ ເນື້ອໃນ ເພື່ອປັບປຸງແກ້ໄຂໃຫ້ຖືກຈຸດ ແລະ ໃຫ້ດີຂຶ້ນ.

 

ທັງໝົດ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ສ້າງພະນັກງານກັບທີ່ ແລະ  ຮັບປະກັນໃຫ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຮັດສຳເລັດໜ້າທີ່ ຕາມຄຳຂວັນ 3 ດີຂອງຕົນ (ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ), ກາຍເປັນອົງການ ທີ່ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ, ວ່ອງໄວ, ທັນການ, ສົມກັບເປັນສະຖານທີ່ເຮັດວຽກ ແລະ ຕ້ອນຮັບແຂກ ຂອງການນຳຂັ້ນສູງ, ເປັນໃຈກາງ ການປະສານງານ, ເປັນຜູ້ບໍລິການຮັບໃຊ້ ລັດຖະບານ ແລະ ປະຊາຊົນ ຢ່າງແທ້ຈິງ.

 

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

 

Loading...