ໃນວັນທີ 29 ກັນຍາ 2021 ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ, ໄດ້ລົງພົບປະຢ້ຽມຢາມ ພ້ອມທັງໃຫ້ກຳລັງໃຈການນຳເມືອງຊົນນະບູລີ ໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານຕ່າງໆ ເພື່ອໃຫ້ບັນລຸຈຸດປະສົງ, ເປົ້າໝາຍ, ໂດຍບໍ່ໃຫ້ຢູ່ໃນຈັງຫວະທ່ວງທ່າຄອງຄອຍ. ເຊິ່ງຕິດຕາມລົງໃນຄັ້ງນີ້ ປະກອບດ້ວຍ: ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ ແລະຫົວໜ້າກອງກວດກາປ່າໄມ້ແຂວງ ພ້ອມດ້ວຍພະນັກງານວິຊາການຈຳນວນໜຶ່ງ ກໍ່ໄດ້ຮ່ວມຕິດຕາມໃນຄັ້ງນີ້.
ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ຕາງໜ້າຄະນະນຳຂອງເມືອງ ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງ ແລະສະພາບການນຳພາ, ຊີ້ນຳໃນທຸກຂົງເຂດວຽກງານ ໂດຍສະເພາະ ວຽກງານພັດທະນາເສດຖະກິດ-ສັງຄົມຂອງເມືອງ ຍັງມີການຂະຫຍາຍຕົວຢ່າງບໍ່ຕໍ່ເນື່ອງ ໃນລະດັບອັນບໍ່ແນ່ນອນ, ພື້ນຖານໂຄງລ່າງໄດ້ມີການສ້ອມແປງຄືນ ແລະກໍ່ສ້າງໃໝ່ອີກຈຳນວນໜຶ່ງ, ຊີວິດການເປັນຢູ່ຂອງປະຊາຊົນ ຄ່ອຍໆດີຂຶ້ນເທື່ອລະກ້າວ. ມາຮອດປະຈຸບັນ (9 ເດືອນ) ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ ໂດຍສະເພາະ ການເກັບລາຍຮັບ ສາມາດປະຕິບັດໄດ້ 55,05% ຂອງແຜນການ, ສ່ວນລາຍຈ່າຍ ປະຕິບັດໄດ້ 51,57% ຂອງແຜນການປີ, ສຳລັບວຽກງານກະສິກຳ-ປ່າໄມ້, ມາຮອດປະຈຸບັນ ປະຊາຊົນຊາວກະສິກອນ ທົ່ວເມືອງຊົນນະບູລີ ທຳການຜະລິດເຂົ້ານາປີໃນເນື້ອທີ່ທັງໝົດ 15.884 ເຮັກຕາ, ເທົ່າກັບ 98% ຂອງແຜນການ (16.110 ເຮັກຕາ) ປະຈຸບັນເຫັນວ່າບາງບ້ານ ກຳລັງເກັບກ່ຽວມ້ຽນມັດເຂົ້ານາປີຂອງຕົນ. ຄຽງຄູ່ກັນນັ້ນ ທາງຄະນະສະເພາະກິດ ສະກັດກັ້ນ, ຕ້ານ ແລະປ້ອງກັນການແຜ່ລະບາດພະຍາດ ໂຄວິດ-19 ຂັ້ນເມືອງ, ຍັງໄດ້ເອົາໃຈໃສ່ດູແລ, ເບິ່ງແຍງ ແຮງງານ ຢູ່ສູນກັກກັນ, ພ້ອມທັງໄດ້ເລັ່ງສັກຢາວັກຊິນ ໃຫ້ກັບພໍ່ແມ່ປະຊາຊົນເກືອບໄດ້ຄາດໝາຍແລ້ວ.
ຈາກນັ້ນ ທ່ານຮອງເຈົ້າແຂວງ ກໍ່ໄດ້ມີການປະກອບຄຳຄິດຄຳເຫັນ ແລະກ່າວຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຂອງອົງຄະນະພັກເມືອງຢ່າງມີຜົນສຳເລັດ, ແຕ່ກໍ່ຍັງມີສິ່ງທ້າທາຍຫຼາຍປະການ ທີ່ຈະຕ້ອງໄດ້ພ້ອມກັນສູ້ຊົນຕໍ່ໄປ ເປັນຕົ້ນ: ບັນຫາເສດຖະກິດ, ໂດຍສະເພາະການຈັດເກັບງົບປະມານ ໃນອີກ 3 ເດືອນຕໍ່ໜ້າ, ຕ້ອງໄດ້ຊຸກຍູ້ທຸກພາກສ່ວນ ເອົາໃຈໃສ່ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຕາມແຜນການຄາດຄະເນ, ໃນນັ້ນມີບາງກິດຈະການ ທີ່ມີຜົນກະທົບໃນການລະບາດຂອງພະຍາດ ໂຄວິດ-19, ແຕ່ກໍ່ມີບາງກິດຈະການທີ່ບໍ່ແຕະຕ້ອງກັບຜົນກະທົບ ກໍ່ໃຫ້ພ້ອມກັນຈັດຕັ້ງປະຕິບັດຕໍ່ໄປ, ແຕ່ບໍ່ໃຫ້ຢູ່ໃນຈັງຫວະການລໍຄອຍ ຖ້າການດຸນຈາກແຂວງ ຫຼືສູນກາງຫຼາຍເກີນໄປ, ຕ້ອງພ້ອມກັນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້. ສ່ວນວຽກງານກະສິກຳ ໂດຍສະເພາະການເກັບກ່ຽວເຂົ້ານາປີ ກໍ່ຕ້ອງໄດ້ລົງຕິດຕາມຊຸກຍູ້ໃຫ້ຊາວກະສິກອນ ເອົາໃຈໃສ່ເກັບກ່ຽວໃຫ້ທ່ວງທັນກັບສະພາບ, ພ້ອມນັ້ນ ກໍ່ໃຫ້ເອົາໃຈໃສ່ຕິດຕາມບັນດາແຮງງານທີ່ກັບຈາກຕ່າງປະເທດ ພາຍຫຼັງໄດ້ກັກໂຕສຳເລັດແລ້ວ ຕ້ອງໄດ້ເກັບກຳສະຖິຕິ ພ້ອມທັງຕິດຕາມການເຄື່ອນໄຫວ ໂດຍມອບໃຫ້ກຳລັງ ປກຊ-ປກສ ສົມທົບກັບກຸ່ມບ້ານ ພ້ອມກັນຕິດຕາມ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ເວລາຕໍ່ມາ ທ່ານຮອງເຈົ້າແຂວງ ກໍ່ໄດ້ລົງໄປຕິດຕາມເບິ່ງ ການສ້າງຕະຫຼາດນັດຊຸມຊົນ ຢູ່ເຂດອະນຸລັກປ່າໂຄກ ໂອງ-ມັ່ງ ທີ່ສ້າງສຳເລັດແລ້ວ 95% ເພື່ອຮອງຮັບນັກທ່ອງທ່ຽວ ທີ່ມາທ່ຽວຊົມປ່າໂຄກແຫ່ງນີ້, ໂອກາດດັ່ງກ່າວ ທ່ານຮອງເຈົ້າແຂວງ ກໍ່ໄດ້ໃຫ້ທິດຊີ້ນຳແກ່ຄະນະຮັບຜິດຊອບ, ໃນການຈະສ້າງເປັນແຫຼ່ງທ່ອງທ່ຽວ ຈະເຮັດແນວໃດ ເພື່ອໃຫ້ນັກທ່ອງທ່ຽວທີ່ຢາກເຫັນ ໂອງ-ມັ່ງ ມາແລ້ວຕ້ອງໄດ້ເຫັນ, ເພາະວ່າໃນຜ່ານມາ ບາງກຸ່ມກໍ່ເຫັນ ແລະບາງກຸ່ມກໍ່ບໍ່ເຫັນ, ດັ່ງນັ້ນ ພວກເຮົາຕ້ອງສ້າງຄວາມໝັ້ນໃຈໃຫ້ພວກເຂົາ ເມື່ອໄປທ່ຽວແລ້ວຕ້ອງໄດ້ເຫັນ. ຈາກນັ້ນ ກໍ່ໄດ້ເດີນທາງໄປໃຫ້ກຳລັງໃຈ ແພດ-ໝໍ, ເຈົ້າໜ້າທີ່ຢູ່ສູນກັກກັນ ມ/ສ ໂພນສະຫວ່າງ ພ້ອມທັງມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ. ເວລາຕໍ່ມາ ກໍ່ໄດ້ເດີນທາງໄປພົບປະໂອ້ລົມ ກັບພະນັກງານ ແລະອຳນາດການປົກຄອງ ຢູ່ບ້ານຄຳປ່າແໜ, ເຊິ່ງໃນນີ້ ກໍ່ໄດ້ຮຽກຮ້ອງມາຍັງພະນັກງານທີ່ປະຈຳຢູ່ບ້ານຄຳປ່າແໜ ຈົ່ງພ້ອມກັນເອົາໃຈໃສ່ຊຸກຍູ້ ແລະນຳພາພໍ່ແມ່ປະຊາຊົນທີ່ຍັງຂາດເຂີນ (ຍັງເປັນຄອບຄົວທຸກຍາກ) ຈົ່ງພ້ອມພາພວກເຂົາ ນຳໃຊ້ທ່າແຮງທີ່ມີ ໂດຍສະເພາະ ທີ່ພາກທຸລະກິດ ກໍ່ຄືພາກລັດ ໄດ້ສ້າງພື້ນຖານໂຄງລ່າງໄວ້ ເປັນຕົ້ນ: ໜອງສະ, ເນື້ອທີ່ນາ ຈົ່ງໄດ້ພ້ອມພາກັນເຮັດຢູ່ທຳກິນ, ນຳເອົາບົດຮຽນຂອງຄົວຄົວອື່ນ, ບ້ານອື່ນມານຳໃຊ້ເຂົ້າໃນການດຳເນີນຊີວິດ, ບໍ່ຄອງຄອຍຖ້າການຊ່ວຍເຫຼືອຫຼາຍເກີນໄປ, ເພື່ອຈະໄດ້ພ້ອມກັນຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ. ຈາກນັ້ນ ກໍ່ໄດ້ມີການມອບເຄື່ອງຈຳນວນໜຶ່ງ ໃຫ້ກັບບ້ານຄຳປ່າແໜ ຕື່ມອີກ.


