ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງທີ່ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສຳເລັດການເຄື່ອນໄຫວຊຸກຍູ້ວຽກງານ ການພັດທະນາເມືອງນອງ, ແຂວງສະຫວັນນະເຂດ ແລະ ເມືອງບົວລະພາ, ແຂວງຄຳມ່ວນ ໃນວັນທີ 9 ມີນາ 2022 ແລະ ມາໃນຕອນເຊົ້າວັນທີ 10 ມີນາ ກໍ່ໄດ້ສືບຕໍ່ເຄື່ອນໄຫວຕິດຕາມຊຸກຍູ້ ການປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມ ແລະ ວິຊາຊີບ ຕົວແບບ ມິດຕະພາບ ລາວ-ຫວຽດ ນາມ ແລະ ເຂົ້າຮ່ວມພິທີມອບ- ຮັບ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ທີ່ເມືອງໜອງບົກ, ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ, ຜູ້ຕາງໜ້າພະແນກການ, ການນຳເມືອງໜອງບົກ, ຜູ້ຕາງບໍລິສັດ ແລະ ປະຊາຊົນ ບ້ານທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ການເຄື່ອນໄຫວຕິດຕາມຊຸກຍູ້ ໂຄງການກໍ່ສ້າງໂຮງຮຽນມັດ ທະຍົມ ແລະ ວິຊາຊີບ ຕົວແບບ ມິດຕະພາບ ລາວ-ຫວຽດນາມ ຂອງທ່ານ ຮອງນາຍົກລັດຖະ ມົນຕີ ໃນຄັ້ງນີ້, ທາງຄະນະຮັບ ຜິດຊອບໂຄງການ ໄດ້ໃຫ້ຮູ້ວ່າ ໂຄງການດັ່ງກ່າວ ຕັ້ງຢູ່ບ້ານສອງເໝືອງ, ເມືອງໜອງບົກ ໂດຍໄດ້ກຳນົດເອົາໂຮງຮຽນມັດທະຍົມສອງເໜືອງ ເປັນບ່ອນສ້າງຕັ້ງ ເພື່ອໃຫ້ຕິດພັນກັບສະຖານທີ່ປະຫວັດສາດການ ເຄື່ອນໄຫວຂອງປະທານໂຮ່ຈິມິນ; ໄດ້ຮັບທຶນການກໍ່ສ້າງ ຈາກລັດຖະບານ ແຫ່ງ ສສ ຫວຽດນາມ ມູນຄ່າ 5 ລ້ານໂດລາສະຫະລັດ ໂດຍໄດ້ຈັດສັນງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ 3 ລ້ານໂດລາສະຫະລັດ, ນຳໃຊ້ເຂົ້າໃນການສະໜອງອຸປະກອນເຕັກນິກ ແລະ ວັດສະດຸ 1 ລ້ານກວ່າໂດລາສະຫະລັດ ແລະ ວຽກງານ ວິຊາການ, ຝຶກອົບຮົມ, ບໍລິຫານ 5 ແສນໂດລາສະຫະລັດ; ໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ກັບບໍລິສັດ ຈິດຈະເລີນ ກໍ່ສ້າງຈຳກັດ ໃນໄລຍະເວລາ 11 ເດືອນ, ມູນຄ່າ 2 ລ້ານໂດລາສະຫະລັດ; ກິດຈະການກໍ່ສ້າງປະກອບມີ ອາຄານຮຽນ 4 ຫຼັງ, ອາຄານບໍລິຫານ 1 ຫຼັງ, ກໍ່ສ້າງຫໍພັກ 2 ຊັ້ນ 3 ຫຼັງ, ຫ້ອງທົດລອງ 1 ຫຼັັງ, ໂຮງຊ່າງ 4 ຫຼັງ (ໄຟຟ້າ, ສ້ອມແປງ, ກໍ່ສ້າງເຄຫະສະຖານ ແລະ ກະສິກໍາ), ນອກນັ້ນ ຍັງມີຫ້ອງນໍ້າຍິງ-ຊາຍ, ເສັ້ນທາງສັນຈອນພາຍໃນໂຮງຮຽນ, ລະບົບນໍ້າໃຊ້-ນໍ້າເສຍ ແລະ ອື່ນໆ; ໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ເດືອນມັງກອນ 2022, ມາຮອດປະຈຸບັນ ສຳເລັດແລ້ວ 13%; ກໍ່ສ້າງຂຶ້ນ ເພື່ອຕອບສະໜອງການຝຶກວິຊາຊີບ ໃຫ້ແກ່ນັກຮຽນ ຊັ້ນມັດທະຍົມຕອນປາຍ, ຜູ້ວ່າງງານ, ຜູ້ດ້ອຍໂອກາດ, ຜູ້ຕ້ອງການປ່ຽນອາຊີບ, ລວມທັງ ແຮງງານລາວ ທີ່ກັບມາແຕ່ປະເທດໃກ້ຄຽງ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19, ຊຶ່ງມີ 5 ສາຂາວິຊາ ຄື: ການກະເສດ; ຕິດຕັ້ງ ແລະ ສ້ອມແປງ ເຄື່ອງໃຊ້ໄຟຟ້າ; ສ້ອມແປງທົ່ວໄປ (ລົດຈັກ, ກົນຈັກກະສິກໍາ); ກໍ່ສ້າງເຄຫາສະຖານ ແລະ ປຸງແຕ່ງຜະລິດ ຕະພັນກະສິກໍາ. ໂຄງການນີ້ ຈະສຳເລັດ ແລະ ເປີດການນຳໃຊ້ໃນທ້າຍປີ 2022 ເພື່ອເປັນການສະເຫຼີມສະຫຼອງ ແລະ ຂໍ່ານັບຊົມເຊີຍ 2 ວັນປະຫວັດສາດ ຄື 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ແລະ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ຕໍ່ຄະນະຮັບຜິດຊອບ ຮັບເໝົາກໍ່ສ້າງໂຄງການ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ຮີບຮ້ອນກໍ່ສ້າງໂຄງການ ໃຫ້ມີຄວາມຄືບໜ້າໄວ, ບັນລຸຕາມແຜນການທີ່ວາງໄວ້ ບົນພື້ນຖານ ຮັບປະກັນຄຸນນະພາບ; ຈັດສັນບັນດາໜ້າວຽກ ທີ່ບໍ່ສາມາດກໍ່ສ້າງໄດ້ໃນລະດູຝົນ ມາກໍ່ສ້າງໃຫ້ສຳເລັດ ກ່ອນຈະເຂົ້າສູ່ລະດູຝົນ ທີ່ຈະມາເຖິງ; ກິດຈະການໃດ ທີ່ຕ້ອງໄດ້ປັບແບບ ແລະ ແຜນຜັງ ແມ່ນໃຫ້ຄົ້ນຄວ້າ ແລະ ນຳສະເໜີໄວ; ສ້າງເງື່ອນໄຂ ແລະ ນຳໃຊ້ແຮງງານ ຂອງທ້ອງຖິ່ນ ໃຫ້ຫຼາຍຂຶ້ນ.
ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ກໍ່ໄດ້ສືບຕໍ່ເດີນທາງໄປເຂົ້າຮ່ວມພິທີ ມອບ- ຮັບ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມແມ່ນໍ້າເຊບັ້ງໄຟ ທີ່ບ້ານນາວາງໃຫຍ່, ເມືອງໜອງບົກ, ຊຶ່ງເຫັນວ່າ ໂຄງການນີ້ ໄດ້ເລີ່ມກໍ່ສ້າງໃນທ້າຍເດືອນເມສາ 2021 ແລະ ສຳເລັດ 100% ໃນວັນທີ 2 ກໍລະກົດ 2021 (ສໍາເລັດກ່ອນແຜນການທີ່ວາງໄວ້ ປະມານ 3 ເດືອນ), ມູນຄ່າການກໍ່ສ້າງທັງໝົດ 7,95 ຕື້ກວ່າກີບ ໂດຍແມ່ນ ພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ດີເອັມ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ