ແຫຼ່ງຂ່າວຈາກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ, ກໍ່ສ້າງສະຖານີລົດໄຟ ຊ່ວງທີ I, ກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ກໍ່ສ້າງສະຖານີລົດໄຟ ຊ່ວງທີ II ແຈ້ງໃຫ້ຮູ້ວ່າ ໃນຕົ້ນເດືອນ ສິງຫາ 2021 ນີ້ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ແຜນການແລະການລົງທຶນ ໄດ້ນໍາພາຄະນະລົງຢ້ຽມຢາມກວດກາການກໍ່ສ້າງສະຖານີລົດໄຟລາວ-ຈີນຢູ່ ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ແລະໄດ້ຮັບຟັງການລາຍງານກ່ຽວກັບສະພາບຄວາມຄືບໜ້າຂອງການກໍ່ສ້າງ ພ້ອມທັງຕີລາຄາສູງຕໍ່ກັບການກໍ່ ສ້າງທາງລົດໄຟລາວ-ຈີນ. ພາຍໃຕ້ການລົງຢ້ຽມຢາມກວດກາໃນຄັ້ງນີ້ມີຜູ້ນໍາຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ກະ ຊວງການເງິນ, ສໍານັກງານນາຍົກລັດຖະ ມົນຕີແລະມີຜູ້ນໍາຈາກແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ທ່ານ ຊຽວສຽນເຫວິ່ນ ຜູ້ອໍານວຍການໃຫຍ່ທາງລົດໄຟ ລາວ-ຈີນ, ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອໍານວຍການທາງລົດໄຟລາວ-ຈີນເຂົ້າຮ່ວມ.
ຂ່າວຍັງໃຫ້ຮູ້ຕື່ມວ່າ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີໄດ້ລົງຕິດຕາມກວດກາສະຖານີບໍ່ເຕັນ,ນາເຕີຍ,ນາໝໍ້,ເມືອງໄຊ,ເມືອງງາ ແລະ ສະຖານີຫຼວງພະບາງ ລວມ 6 ສະຖານີ, ພ້ອມທັງຍັງໄດ້ຮັບຟັງການລາຍງານຈາກ ທ່ານ ຊຽວສຽນເຫວິ່ນ ກ່ຽວກັບການກໍ່ສ້າງໂດຍລວມແລະ ຄວາມຄືບໜ້າຂອງແຕ່ລະສະຖານີນອກຈາກນັ້ນທ່ານຍັງໄດ້ຢ້ຽມຊົມພາບປະກອບການອອກແບບຂອງສະຖານີ ແລະ ການຕົບແຕ່ງພາຍໃນ ພ້ອມດ້ວຍຢ້ຽມຊົມລານສະໜາມຈອດລົດ ແລະ ຕຶກຄອນໂດດ້ານໜ້າຂອງສະຖານີແລະ ທ່ານຍັງໄດ້ສະແດງຄວາມພຶງພໍໃຈຫຼາຍພາຍໃຕ້ຊ່ວງການລະບາດຂອງພະຍາດ COVID-19 ທີ່ສະຖານີໄດ້ບັນລຸຜົນດ້ານການກໍ່ສ້າງ.
ນອກຈາກນັ້ນທ່ານຍັງໄດ້ສະແດງໃຫ້ເຫັນວ່າທາງລົດໄຟລາວ-ຈີນແມ່ນໂຄງ ການຮ່ວມມືລະຫວ່າງລັດຖະບານສອງປະເທດລາວ-ຈີນ,ເຊິ່ງລັດຖະບານລາວຈະສະໜັບສະໜູນວຽກງານກໍ່ສ້າງທາງລົດໄຟຢ່າງເຕັມທີ່ ແລະໃຫ້ອົງການຈັດຕັ້ງທ້ອງຖິ່ນໃຫ້ຄວາມຮ່ວມມືໃນການກໍ່ສ້າງທາງລົດໄຟຢ່າງສຸດຂີດ ເພື່ອໃຫ້ໂຄງການທີ່ຍັງເຫຼືອຢູ່ໃນໄລຍະການກໍ່ສ້າງນັ້ນສາມາດດໍາເນີນໄປຢ່າງມີປະສິດທິພາບສູງ ເພື່ອຮັບປະກັນໃສ່ເປົ້າໝາຍການເປີດນໍາໃຊ້ໃຫ້ທັນຕາມເວລາທີ່ກໍາໜົດ.
ປັດຈຸບັນນີ້ ສະຖານີຂົນສົ່ງໂດຍສານ 10 ສະຖານີ ໄດ້ເຂົ້າສູ່ຂັ້ນຕອນການຕົບແຕ່ງ ຄາດວ່າເດືອນ ຕຸລາ 2021 ນີ້ຈະສໍາເລັດທັງໝົດ.
Loading...