ໃນວັນທີ 22 ມັງກອນ 2022 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ຢູ່ກອງພັນໃຫຍ່ 497. ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ, (20/1/1949-20/1/2022) ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນ ຈາກການນໍາແຂວງວຽງຈັນ, ເມືອງ, ກົມ 49, ຄະນະນຳກະຊວງປ້ອງກັນປະ ເທດ, ແຂກຖືກເຊີນ, ຄະນະພັກ -ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 497 ເຂົ້າຮ່ວມ.
ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຍ່າງກວດຮູບແຖວຂອງອ້າຍນ້ອງກອງພັນນ້ອຍ 424 ແລະ ພ້ອມທັງຮັບຊົມການສະແດງ ສິນລະປະຍຸດ ຕີພິເສດ ລອຍນ້ຳ ແລະ ຍຸດທະວິທີ ຕີພິເສດ ຊິງໂຕປະກັນ ຂອງກອງພັນເຄື່ອນທີໄວ 428.
ຫັຼງຈາກນັ້ນ, ກໍໄດ້ເຂົ້າພົບປະ ກັບການນຳຂອງ ກອງພັນໃຫຍ່497. ໂອກາດນີ້, ໄດ້ຮັບຟັງການ ລາຍງານໂດຍຫຍໍ້ ຈາກສະຫາຍ ພັນເອກ ຄຳສຸກໄຊມວນສິນ ເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່497 ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາ ລະບົດບາດ ແລະ ໜ້າທີ່ການ ເມືອງ ຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ໂດຍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ການເມືອງໃນໄລຍະໃໝ່ ໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ເຕີບໃຫຍ່ເຂັ້ມແຂງ ເປັນກ້າວໆນັ້ນ, ກອງພັນໃຫຍ່ 497 ພວກເຮົາຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເມື່ອວັນທີ 16/7/1997 ຕາມດໍາລັດເລກທີ 363/ກປທ ເຂດນ້ໍາປອດ ເມືອງທຸລະຄົມ ແຂວງວຽງຈັນ ຫ່າງຈາກນະຄອນຫຼວງວຽງຈັນ 56 ກິໂລແມັດການຈັດຕັ້ງປະກອບມີ 3 ກອງພັນນ້ອຍ, I ກອງຮ້ອຍກໍາລັງໄຟແບກຫາບ, ມີ 5 ພະແນກການ ທີ່ເປັນເສນາທິການ ວິຊາສະເພາະໃຫ້ແກ່ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ແລະ ມີການຈັດຕັ້ງພັກ, ການຈັດຕັ້ງບັນຊາ ແລະ ການຈັດຕັ້ງມະຫາຊົນ ຄົບຖ້ວນຕາມຫຼັກການປະກອບ, ຈຸດພິເສດກອງພັນໃຫຍ່ຕີພິເສດ 497 ພວກເຮົາ ແມ່ນເຫຼົ່າຮົບຕີພິເສດ, ການຈັດຕັ້ງປະກອບແບບກະທັດຮັດ, ເບົາບາງແຕກຕ່າງກັບເຫຼົ່າຮົບອື່ນ, ວິທີຕີແມ່ນ ເອົາໜ້ອຍ ຕີຫຼາຍ, ເອົາຄຸນນະພາບຊະນະປະລິມານ, ຕີຖືກເປົ້າໝາຍຈຸດໜັກ, ຕີໄວດັບສູນກຽ້ງ ປະສານສົມທົບແໜ້ນກັບການປະຕິບັດ5 ຫຼັກການ: ຕີນຮອດ, ມືເຖີງ, ຫູຝັງ, ດັງດົມກິ່ນ,ຕາເຫັນ ແລະ ໄດ້ສຳພັດກັບຕົວຈິງ. ກອງພັນໃຫຍ່ 497 ພວກເຮົາ ມີພາລະບົດບາດເປັນເສນາ ທິການໃຫ້ແກ່ກະຊວງ ປ້ອງກັນປະເທດ ລົງກໍ່ສ້າງຮາກຖານການເມືອງປະຊາຊົນປະຕິບັດວຽກງານ 3 ສ້າງ, 4 ເນື້ອໃນ, 4 ຄາດໝາຍ, ກຽມພ້ອມສູ້ຮົບ ເຄື່ອນໄຫວສູ້ຮົບ, ແກ້ໄຂເຂດເກາະຫ້ອຍ ພ້ອມທັງເຮັດໜ້າທີ່ ການເມືອງ ໃຫ້ສະ ພາບຂອບເຂດກົມກອງຮັບຜິດ ຊອບມີຄວາມສະຫງົບໂດຍພື້ນ ຖານ.ປະຈຸບັນກົມກອງພວກເຮົາປະກອບມີຄະນະພັກ 9 ສະຫາຍ, ມີ 14 ຄະນະພັກຮາກຖານ, ມີ 19 ໜ່ວຍພັກທີ່ຂຶ້ນກັບ, ມີໜ່ວຍພັກໄດ້ຮັບການຢັ້ງຢືນເປັນ ໜ່ວຍພັກ ປອດໄສ ເຂັ້ມແຂງ ໜັກແໜ້ນ ຫຼາຍສະໄໝຕິດຕໍ່ກັນມີ: 20 ໜ່ວຍພັກ, ກອງວັດທະ ນະທຳ- ນັກຮົບວັດທະນະທຳມີ: 2 ກົມກອງ, ກອງພັນນ້ອຍ 423 ສາມສະໄໝ, ກອງພັນນ້ອຍ 424 ສອງສະໄໝ. ພ້ອມນັ້ນ, ໄລຍະຜ່ານມາ ກົມກອງຍັງໄດ້ສຸ່ມໃສ່ວຽກງານ 4 ປູກ 4 ລ້ຽງ, ທີ່ກົມໃຫຍ່ພະລາທິການກອງທັບວາງອອກ, ສາ ມາດຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບດີຂຶ້ນເປັນກ້າວໆ.
ສະຫາຍ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ ໄດ້ມີຄໍາເຫັນໂອ້ລົມ, ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຫຼາຍດ້ານທີ່ກົມກອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ດັ່ງນັ້ນ, ເພື່ອອີງໃສ່ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງກອງທັບໃນໄລຍະໃໝ່, ສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກ- ຄະ ນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ 497 ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນຫຼັກແຫຼ່ງໃນການຈັດ ຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ໄປພ້ອມກັນນີ້ ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ, ໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ເຮັດໃຫ້ກຳລັງຫຼວງກາຍເປັນກຳລັງຫຼັກແຫຼ່ງຂອງກອງທັບເຮົາ, ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມກັນສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກາຍເປັນກົມກອງ ທີ່ມີລະບຽບແບບແຜນ ແລະ ທັນສະໄໝ. ໂອກາດທີ່ ສະຫາຍ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລົງເຄື່ອນໄຫວ ຢ້ຽມຢາມໃນຄັ້ງນີ້, ຍັງໄດ້ມອບວັດຖຸປັດໄຈ ແລະ ເງິນສົດ ຈໍານວນໜຶ່ງ ໃຫ້ກອງກອງພັນໃຫຍ່ 497 ເພື່ອປະກອບສ່ວນນຳໃຊ້ເຂົ້າໃນການປັບປຸງກໍ່ສ້າງ ແລະ ພັດທະນາກົມກອງໃຫ້ມີທ່າກ້າວຂະຫຍາຍຕົວ.
ນັກຂ່າວ: ກອງພັນໃຫຍ່ຕີພິເສດ 497
ໂດຍ: ເປີ້ນ ແສງຄຳມີ






