ໃນວັນທີ 08 ກຸມພາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ດ໋ອກເຕີ ອະນຸລັກ ກິດຕິຄຸນ, ຫົວໜ້າກອງເລຂາຄະນະກຳມາ ທິການແມ່ນ້ຳຂອງສາກົນ ຄົນໃໝ່ (Mekong River Commission Secretariat ຫຼື MRCS).
ໃນໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຢ່າງຈິງໃຈ ທີ່ ດ໋ອກເຕີ ອະນຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ຄົນໃໝ່ ສົກປີ 2022-2024, ຊຶ່ງເປັນຮອບວຽນຂອງ ສປປ ລາວ, ສໍາລັບການຄັດເລືອກຜູ້ດຳລົງຕຳແໜ່ງດັ່ງກ່າວແມ່ນໝູນວຽນກັນລະຫວ່າງປະເທດສະມາຊິກ ຕາມລຳດັບຕົວອັກສອນ ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ແລະ ມີປະສິດທິຜົນ ຂອງ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໃນວຽກ ງານການຄຸ້ມຄອງ ແລະ ພັດທະ ນາຊັບພະຍາກອນນໍ້າ ຮ່ວມກັບ ລັດຖະບານ ສປປ ລາວ ຕະຫຼອດໄລຍະເວລາທີ່ຜ່ານມາ, ພ້ອມທັງ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ ຫົວ ໜ້າກອງເລຂາ ຄົນໃໝ່ ແລະ ຄະ ນະໃນການສືບຕໍ່ໃຫ້ການສະໜັບ ສະໜູນການຈັດຕັ້ັ້ງປະຕິບັດບັນ ດາໂຄງການຕ່າງໆ ຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ສືບຕໍ່ຂົນຂວາຍການຮ່ວມມືຊ່ວຍເຫຼືອຈາກພາຍນອກ ເພື່ອນໍາຜົນປະໂຫຍດອັນສໍາຄັນ ດ້ານການພັດທະນາອ່າງແມ່ນໍ້າຂອງ ແລະ ແມ່ນໍ້າສາຂາໃຫ້ມີຄວາມຍືນຍົງ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ກໍຍັງໄດ້ສະ ແດງຄວາມເຊື່ອໝັ້ນວ່າ ຄະນະກຳມາທິການແມ່ນ້ຳຂອງສາກົນ ຈະສືບຕໍ່ການປະສານງານ, ປຶກສາຫາລືບັນດາຫົວຂໍ້ຕ່າງໆ ກັບກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ ຢ່າງໃກ້ຊິດ, ລວມທັງກະຊວງທີ່ກ່ຽວຂ້ອງ ເພື່ອການດໍາເນີນໂຄງການຕ່າງໆໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງສຸດ ໂດຍແນໃສ່ຍຸດທະສາດດ້ານການພັດທະນາ ຂອງ ສປປ ລາວ ໂດຍສອດຄ່ອງຕາມສັນຍາແມ່ນໍ້າຂອງ ປີ 1995.
ໃນໂອກາດດຽວກັນນີ້, ດ໋ອກເຕີ ອະນຸລັກ ກິດຕິຄຸນ ກໍໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະ ຍາຍາມຢ່າງສຸດຄວາມສາມາດເພື່ອຊຸກຍູ້ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ເພື່ອພັດທະນາ ແລະ ຄຸ້ມ ຄອງຊັບພະຍາກອນນ້ຳ ຕາມລຳແມ່ນ້ຳຂອງ ແລະ ຈະສືບຕໍ່ປະ ສານງານຢ່າງໃກ້ຊິດຮ່ວມກັບ ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ກະຊວງທີ່ກ່ຽວຂ້ອງ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ການດຳເນີນວຽກງານໂຄງການຕ່າງໆໃນຕໍ່ໜ້າໃຫ້ມີປະສິດທິຜົນຍິ່ງຂຶ້ນ, ລວມທັງການຈັດກອງປະ ຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2023.
ສຳລັບ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ແມ່ນເປັນອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ຊຶ່ງລິເລີ່ມເປັນຄະນະກຳມາທິການແມ່ນ້ຳຂອງ ໃນປີ 1957 ແລະ ກາຍເປັນຄະນະກຳມະການຊົ່ວຄາວ ໃນປີ 1978 ເພື່ອສໍາຫຼວດແມ່ນໍ້າຂອງຕອນລຸ່ມ. ມາຮອດວັນທີ 5 ເມສາ 1995, ສີ່ປະເທດທີ່ຢູ່ໃນອ່າງແມ່ນ້ຳຂອງຕອນລຸ່ມ ຄື: ກຳປູເຈຍ, ສປປ ລາວ, ຣາຊະອານາຈັກໄທ ແລະ ສສ. ຫວຽດນາມ ໄດ້ເຊັນສັນຍາ ວ່າດ້ວຍ ການຮ່ວມມືເພື່ອການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ (ສັນຍາແມ່ນໍ້າຂອງ ປີ 1995) ແລະ ໄດ້ກຳນົດເອົາວັນດັ່ງກ່າວເປັນມື້ສ້າງຕັ້ງຄະນະກຳມາທິການແມ່ນ້ຳຂອງສາກົນ (MRC). ຄະນະກຳມາທິການແມ່ນ້ຳຂອງສາກົນ ປະກອບດ້ວຍ: ສະພາມົນຕີ (ຂັ້ນລັດຖະມົນຕີ), ຄະນະກຳມະການຮ່ວມ (ຂັ້ນຫົວໜ້າກົມ) ແລະ ກອງເລຂາ (MRCS). ພ້ອມດຽວກັນນັ້ນ, ປະເທດສະມາຊິກ ໄດ້ສ້າງຕັ້ງຄະນະກຳມະທິການແມ່ນ້ຳຂອງແຫ່ງຊາດຂຶ້ນ (NMC) ເພື່ອສະໜັບສະໜູນພາລະກິດ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
