ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 31 ມີນາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວິວ ນານເກີວິສ (Will Nankervis), ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳອາຊຽນ ທີ່ ຈາກາກຕາ, ອິນໂດເນເຊຍ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານໃຫ້ແກ່ການພົວພັນອາຊຽນ-ອົດສະຕຣາລີ ໄລຍະປີ 2021-2024.
ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ວິວ ນານເກີວິສ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ ໂດຍສະເພາະການຕິດຕາມການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 1 ໃນປີ 2021 ຜ່ານມາ ແນ່ໃສ່ການຍົກລະດັບການພົວພັນ ລະຫວ່າງອາຊຽນ ແລະ ອົດສະຕຣາລີ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມໃໝ່ຂອງອົດສະຕຣາລີ ສຳລັບອາຊຽນ, ເຊິ່ງມີມູນຄ່າທັງໝົດ 154 ລ້ານໂດລາອົດສະຕຣາລີ, ໃນນັ້ນລວມມີ: ຂໍ້ລິເລີ່ມອົດສະຕຣາລີ ເພື່ອອະນາຄົດຂອງອາຊຽນ, ທຶນການສຶກອົດສະຕຣາລີສຳລັບອາຊຽນ ແລະ ຂໍ້ລິເລີ່ມອົດສະຕຣາລີ ສຳລັບການຫັນປ່ຽນເປັນດີຈິຕອນ ແລະ ທັກສະສຳລັບອະນາຄົດຂອງອາຊຽນ. ໂອກາດນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອອາຊຽນ ລວມທັງ ສປປ ລາວ ໃນດ້ານຕ່າງໆເຊັ່ນ: ການຊ່ວຍເຫຼືອດ້ານວຽກງານສາທາລະນະສຸກ ແລະ ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ການພັດທະນາພື້ນຖານໂຄງລ່າງ, ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ການພັດທະນະຊັບພະຍາກອນມະນຸດ ແລະ ອື່ນໆ. ພ້ອມທັງໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂອບວຽກສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ເຊີິ່ີງໄດ້ບັນຈົບຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດໃນປີ 2022 ນີ້.
ໂອກາດດຽວກັນນີ້, ທ່ານ ວິວ ນານເກີວິສ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໂດຍໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ ກໍຄືທັງໃນຂອບອາຊຽນ ແລະ ຂອບສອງຝ່າຍ. ທ່ານເອກອັກຄະລັດຖະທູດ ຍັງໄດ້ຕີລາຄາສູງຕໍ່ບົດບາດຂອງ ສປປ ລາວ ໃນການເປັນປະເທດປະສານງານໃຫ້ແກ່ການຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະປີ 2021-2024 ພ້ອມທັງຢາໍ້ຄືນຄວາມໝາຍໝັ້ນຂອງ ອົດສະຕຣາລີ ທີ່ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.