ໃນລະຫວ່າງວັນທີ 23-24 ມີນາ 2023 ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ, ເພື່ອກວດກາເບິ່ງດ່ານສາກົນທາງລົດໄຟ ລາວ-ຈີນ ຢູ່ສະ ຖານີລົດໄຟບໍ່ເຕັນ ເພື່ອກະກຽມຄວາມພ້ອມໃນການເປີດດ່ານສາກົນທາງລົດໄຟ ລາວ-ຈີນ, ໂດຍມີບັນດາ ທ່ານລັດຖະ ມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍບັນດາກົມກ່ຽວຂ້ອງຂອງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ; ນອກນີ້ຍັງມີຄະນະກຳມະການຮ່ວມມື ລາວ-ຈີນ, ບໍລິສັດທາງລົດໄຟ ລາວ-ຈີນ ແລະ ບໍລິສັດລາວເກດເວ ເຂົ້າຮ່ວມໃນການເຄື່ອນໄຫວດັ່ງກ່າວ.
ໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຈາກທ່ານ ວຽງສະຫວັດ ສີພັນດອນ, ເຈົ້າແຂວງແຂວງຫຼວງນໍ້າທາ ແລະ ໄດ້ຮັບຟັງລາຍງານຫຍໍ້ກ່ຽວ ກັບຄວາມພ້ອມໃນດ້ານຕ່າງໆຈາກພາກສ່ວນກ່ຽວຂ້ອງ ໂດຍຜູ້ອຳນວຍການບໍລິສັດລົດໄຟ ລາວ-ຈີນ ໂດຍສະເພາະຈຸດກວດກາຄົນເຂົ້າ-ອອກປະເທດ, ອຸປະກອນຮັບໃຊ້ແຕ່ລະຂະ ແໜງການ, ບຸກຄະລາກອນປະຈໍາດ່ານ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໂດຍສານທີ່ຈະເດີນທາງຜ່ານດ່ານສາກົນທາງລົດໄຟ ລາວ-ຈີນ. ຜ່ານການຮັບຟັງການລາຍງານ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍແຕ່ລະພາກສ່ວນທີ່ໄດ້ສຸມໃສ່ກະກຽມໃຫ້ແກ່ການເປີດດ່ານສາກົນລົດໄຟ ລາວ-ຈີນ, ໂດຍສະເພາະການຕ້ອນຮັບລົດໄຟໂດຍສານຖ້71ຽວທໍາອິດ, ຊຶ່ງຄາດວ່າຈະມີຂຶ້ນຢ່າງເປັນທາງການໃນວັນທີ 13 ເມາສາ 2023 ນີ້. ໃນຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ການຊີ້ນໍາແຕ່ລະພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງບໍລິສັດລົດໄຟ ລາວ-ຈີນ ແລະ ເຂດເສດຖະກິດພິເສດ ໃຫ້ມີການປະສານສົມທົບກັນສືບຕໍ່ກະກຽມດ້ານຕ່າງໆທີ່ຍັງຄົງຄ້າງໃຫ້ສໍາເລັດ, ເພື່ອເຮັດໃຫ້ພິທີເປີດຢ່າງເປັນທາງການດ່ານສາກົນລົດໄຟ ລາວ-ຈີນ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໜາຍຢ່າງຈົບງາມ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ




