ໃນວັນທີ 3 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພະຄະນະເຂົ້າ ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫຼີ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ ແລະ ກອງປະຊຸມລັດຖະ ມົນຕີຕ່າງປະເທດ ອາຊຽນບວກສາມ (ຈີນ,ຍີ່ປຸ່ນ ແລະ ສ. ເກົາຫຼີ)ຄັ້ງທີ 22 ແບບທາງໄກ.ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ບັນດາລັດຖະມົນຕີຕ່າງປະເທດ ຄູ່ຮ່ວມເຈລະຈາ ອາຊຽນ.
1. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫຼີກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ສ.ເກົາຫຼີ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ- ສ.ເກົາຫຼີ ໄລຍະ 2021-2025, ເຊິ່ງກວມເອົາ 3 ເສົາຄໍ້າ ຂອງການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ), ລວມທັງການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງ ສ.ເກົາຫຼີ ໄດ້ເຫັນດີຈະສືບຕໍ່ສະໜັບສະໜູນ ອາຊຽນ ໃນການຮັບມື ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19.
ກອງປະຊຸມໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ຂົງເຂດສາທາລະນະສຸກ, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.ນອກຈາກນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫຼີ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ບາງບັນຫາພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ພ້ອມທັງ ໄດ້ປືກສາຫາລື ເພື່ອກະກຽມດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ສ.ເກົາຫຼີ ທີ່ຈະມາເຖິງ ໃນເດືອນຕຸລາ2021 ນີ້.
2. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ
ກອງປະຊຸມ ໄດ້ຕີລາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ຈີນ ໃນໄລຍະຜ່ານມາໂດຍສະເພາະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 23ໃນທ້າຍເດືອນພະຈິກ 2020 ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ຈີນໄລຍະ 2021-2025, ເຊິ່ງກວມເອົາ ສາມເສົາຄ້ຳ ການສ້າງປະຊາຄົມອາຊຽນຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ-ສັງຄົມ, ລວມທັງ ການຮ່ວມມືເພື່ອແກ້ໄຂ ແລະ ຮັບມື ກັບຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງພາກພື້ນ.
ກອງປະຊຸມ ເຫັນດີຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດ ຄື: ສືບຕໍ່ຮັດແໜ້ນການຮ່ວມມືດ້ານສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານແລະບົດຮຽນທີ່ດີໃນການຄົ້ນຄວ້າ-ພັດທະນາ ຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກແຊັງດັ່ງກ່າວ ຜ່ານບ້ວງສອງຝ່າຍ ແລະ ຫຼາຍຝ່າຍ ຫຼື ໂຄແວັກ(COVAX);ການຈັດຕັ້ງປະຕິບັດບັນດາກິດຈະກໍາສະເຫຼີມສະຫຼອງການພົວພັນຮ່ວມມືຄົບຮອບ 30 ປີ ໃນປີ 2021; ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19; ການສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025(MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025);ການຫັນເປັນເສດຖະກິດດີຈີຕອນ ໂດຍຈະສຸມໃສ່ສະໜັບສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າທາງເອເລັກໂຕຼນິກຮ່ວມກັນໄດ້;ການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ຈີນແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP;ການສຶກສາ ໂດຍສະເພາະ ການສະໜອງທຶນສຶກສາທັງໄລຍະສັ້ນ ແລະ ໄລຍະຍາວ; ແລະການສົ່ງເສີມການຮ່ວມມືອະນຸພາກພື້ນໂດຍສະເພາະຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດ ຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນ, ພ້ອມທັງ ປຶກສາຫາລືການກະກຽມດ້ານເນື້ອໃນແລະພິທີການໃຫ້ແກ່ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ ໃນເດືອນຕຸລາ 2021 ທີ່ຈະມາເຖິງນີ້.
ໃນກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງ ສປ. ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ການສະໜອງທຶນຊ່ວຍເຫຼືອ ເພື່ອຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ; ພິເສດ, ແມ່ນການຊ່ວຍເຫຼືອໃນການສະໜອງວັກແຊັງຕ້ານໂຄວິດ-19 ທັງຜ່ານບ້ວງສອງຝ່າຍ ແລະ ຫຼາຍຝ່າຍ.
3. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ
ກອງປະຊຸມໄດ້ຕີລາຄາສູງແລະຮັບຊາບສະພາບການຮ່ວມມືລະຫວ່າງອາຊຽນແລະຍີ່ປຸ່ນໄລຍະຜ່ານມາໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາແຜນງານແລະໂຄງການພາຍໃຕ້ແຜນປະຕິບັດງານ ອາຊຽນ-ຍີ່ປຸ່ນ ສະບັບປັບປຸງ (2017-2021) ເຊີ່ງກວມເອົາການຮ່ວມມືໃນຂົງເຂດທີ່ເປັນບູລິມະສິດຄື: ຄູ່ຮ່ວມມືເພື່ອສັນຕິພາບແລະຄວາມໝັ້ນຄົງ;ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ;ຄູ່ຮ່ວມມືເພື່ອຄຸນນະພາບຊີວິດ; ແລະຄູ່ຮ່ວມມືໃຈເຖິງໃຈ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ຍີ່ປຸ່ນ ກໍ່ຄືການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23ແລະຢ້ຳຄືນຄຳໝາຍໝັ້ນຈະສືບຕໍ່ຮ່ວມມືກັນໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມແລະແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືການຟື້ນຟູລະບົບເສດຖະກິດພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວສໍາເລັດ.
ໃນໂອກາດນີ້, ກອງປະຊຸມຍັງໄດ້ປືກສາຫາລືແລະແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນແລະສາກົນທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບແລະຄວາມໝັ້ນຄົງໃນພາກພື້ນເປັນຕົ້ນ: ການຈັດຕັ້ງປະຕິບັດຖະແຫຼງການຮ່ວມ ອາຊຽນ-ຍີ່ປຸ່ນວ່າດ້ວຍການຮ່ວມມືກັບ ວິໃສທັດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ທີ່ໄດ້ຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ໃນທ້າຍປີຜ່ານມາແລະບັນຫາອື່ນໆ.
4. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 22
ກອງປະຊຸມໄດ້ຕີລາຄາສູງແລະຮັບຊາບຄວາມຄືບໜ້າການຮ່ວມມືອາຊຽນບວກສາມ ໄລຍະຜ່ານມາໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາແຜນການຮ່ວມມືອາຊຽນບວກສາມ ສຳລັບໄລຍະ 2018-2022 ກໍ່ຄືການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະຂອງໜ່ວຍງານວິໄສທັດອາຊີຕາເວັນອອກ II (EAVG II) ເຊີ່ງກວມເອົາການຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ ສະໄໝພິເສດອາຊຽນບວກສາມ ວ່າດ້ວຍ ການລະບາດຂອງພະຍາດໂຄວິດ-19 ໃນເດືອນເມສາ 2020. ພ້ອມນີ້, ບັນດາລັດຖະມົນຕີຕ່າງປະເທດ ຍັງໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ໃນໄລຍະ 1 ປີຜ່ານມາ ໂດຍສະເພາະ ການຮ່ວມມືກັນໃນການປ້ອງກັນ,ຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19ແລະ ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ.
ພ້ອມນີ້, ກອງປະຊຸມໄດ້ຢ້ຳຄືນຄຳໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືກັນໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມແລະແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືການຟື້ນຟູລະບົບເສດຖະກິດພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວສໍາເລັດ ລວມທັງ ການຮ່ວມມືກັນ ໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວຢ່າງເທົ່າທຽມ; ສືບຕໍ່ຮັດແໜ້ນການຮວມມືເພື່ອຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານ ການເຊື່ອມໂຍງອາຊຽນ ສະບັບທີ 4 (ສຳລັບ ໄລຍະປີ 2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກໂຕຼນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງລວມທັງການໃຫ້ການຮ່ວມມືຊ່ວຍເຫຼືອພາຍໃຕ້ເຄື່ອຂ່າຍຕົວເມືອງອັດສະລິຍະອາຊຽນ;ການຮ່ວມມືບ້ວງຄັງເຂົ້າສຸກເສີນອາຊຽນບວກສາມ ແລະ ວຽກງານການຮ່ວມມືຫຼາຍຝ່າຍ ແລະ ອື່ນໆ.
ກອງປະຊຸມຄັ້ງນີ້, ຍັງໄດ້ແລກປ່ຽນ ຄຳຄິດຄຳເຫັນນຳກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແລະ ໄດ້ພ້ອມກັນປືກສາຫາລື ເພື່ອກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 24 ທີ່ຈະມີຂຶ້ນໃນ ເດືອນຕຸລາ 2021.
——————————-
Loading...