ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນຄ່ຳວັນທີ 18 ມີນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ລົມກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາຜ່ານທາງວິດີໂອຕາມນັດ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ, ນັບແຕ່ພວກເຮົາພົບປະກັນທາງອອນລາຍເປັນຄັ້ງທຳອິດ ໃນເດືອນພະຈິກ ປີກາຍເປັນຕົ້ນມາ, ສະພາບການສາກົນໄດ້ເກີດມີການປ່ຽນແປງໃໝ່ທີ່ໃຫຍ່ຫຼວງ. ຫົວຂໍ້ຫຼັກຂອງ ຍຸກສະໄໝ ຄື ສັນຕິພາບ ແລະ ການພັດທະນານັ້ນ ໄດ້ຜະເຊີນກັບການທ້າທາຍຢ່າງຂ້ຽວຂາດ, ໂລກນີ້ທັງບໍ່ມີສັນຕິພາບທັງບໍ່ມີຄວາມສະຫງົບ. ວິກິດການອູແກຣນ ແມ່ນເຫດການທີ່ພວກເຮົາ ບໍ່ຢາກໄດ້ເຫັນ. ສະພາບການທີ່ກ່ຽວຂ້ອງໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ, ລະຫວ່າງປະເທດ ບໍ່ຄວນກ້າວໄປສູ່ການນຳໃຊ້ກຳລັງອາວຸດຕໍ່ກັນ, ການປະທະກັນ ແລະ ການເປັນປໍລະປັກກັນ ບໍ່ສອດຄ່ອງກັບຜົນປະໂຫຍດຂອງຄົນໃດໆ, ສັນຕິພາບ ແລະ ຄວາມໝັ້ນຄົງຈຶ່ງແມ່ນຊັບສິນ ທີ່ປະຊາຄົມໂລກຄວນຖະໜຸຖະໜອມທີ່ສຸດ. ໃນຖານະເປັນປະເທດສະມາຊິກຖາວອນຂອງສະພາ ຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ສອງກຸ່ມເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ, ພວກເຮົາບໍ່ພຽງແຕ່ຕ້ອງຊັກນຳສາຍພົວພັນຈີນແລະອາເມຣິກາໃຫ້ຂະຫຍາຍຕົວໄປໜ້າຕາມເສັ້ນທາງທີ່ຖືກຕ້ອງເທົ່ານັ້ນ, ແຕ່ຍັງຄວນແບກຫາບໜ້າທີ່ຮັບຜິດຊອບສາກົນເທົ່າທີ່ຄວນ, ແລະທຳຄວາມພະຍາຍາມເພື່ອສັນຕິພາບ ແລະ ຄວາມສະຫງົບຂອງໂລກ.