ແຫລ່ງຂ່າວ ວິທະຍຸ CRI. ຕອນຄ່ຳວັນທີ 12 ພະຈິກນີ້ ຢູ່ນະຄອນຫລວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເສດຖະກິດ ແລະການຮ່ວມມື ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 28 ໂດຍຜ່ານທາງວີດີໂອ ແລະໄດ້ກ່າວຄຳປາໄສທີ່ສຳຄັນ.
ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ປີນີ້ແມ່ນຈີນ ເຂົ້າຮ່ວມອົງການເອເປັກ ຄົບຮອບ 30 ປີ. ພວກເຮົາໄດ້ຮ່ວມກັນວາງແຜນການຈັດຕັ້ງປະຕິບັດວິໄສທັດ, ພວກເຮົາຕ້ອງຊຸກຍູ້ການຈັດຕັ້ງປະຕິບັດ ວິໄສທັດ ຮອດປີ 2040, ສ້າງປະຊາຄົມຮ່ວມຊາຕາກຳ ອາຊີ-ປາຊີຟິກ ທີ່ເປີດ ກວ້າງ, ການມີສ່ວນຮ່ວມ, ການເຕີບໂຕດ້ວຍການປະດິດສ້າງໃໝ່, ການເຊື່ອມຈອດ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໜຶ່ງ: ຊຸກຍູ້ການຮ່ວມມືໃນການຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19 ແລະການຟື້ນຟູເສດຖະກິດ. ຈີນສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງອົງການເອເປັກ ທີ່ຊຸກຍູ້ການຈໍລະຈອນຂອງວັດຖຸສຳຄັນ ແລະການໄປມາຫາສູ່ກັນດ້ານບຸກຄະລາກອນຢ່າງປອດໄພ, ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ກອງທຶນຮັບມືກັບການແພ່ລະບາດຂອງພະຍາດ ແລະຟື້ນຟູເສດຖະກິດ ເພື່ອຊ່ວຍເຫລືອສະມາຊິກຕ່າງໆໃນການຟື້ນຟູ ແລະພັດທະນາເສດຖະກິດ.
ສອງ: ສ້າງເສດຖະກິດ ອາຊີ-ປາຊີຟິກ ແບບເປີດກວ້າງ. ຈີນ ຫວັງວ່າສັນຍາວ່າດ້ວຍ ການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຈະມີຜົນສັກສິດຕາມກຳນົດໃນປີໜ້າ, ຈີນ ໄດ້ຮ້ອງຂໍເຂົ້າຮ່ວມສັນຍາວ່າດ້ວຍການພົວພັນຄູ່ຮ່ວມຂ້າມປາຊີຟິກທີ່ກ້າວໜ້າ ແລະຮອບດ້ານແລ້ວ.
ສາມ: ຊຸກຍູ້ການເຕີບໂຕດ້ວຍການປະດິດສ້າງໃໝ່ ແລະການພັດທະນາເສດຖະກິດດີຈີຕອນ. ຈີນໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການຊຸກຍູ້ການເຊື່ອມຈອດກັນໃນຍຸກດີຈີຕອນ, ສະໜັບສະໜູນການເພີ່ມທະວີການຮ່ວມມືສາກົນດ້ານເສດຖະກິດດີຈີຕອນ ແລະໄດ້ຮ້ອງຂໍເຂົ້າຮ່ວມສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດດີຈີຕອນ ແລ້ວ.
ສີ່: ບັນລຸການພັດທະນາແບບຍືນຍົງແລ້ວມີສ່ວນຮ່ວມ. ການຮ່ວມມືດ້ານເສດຖະກິດ ເຕັກນິກແມ່ນຂົງເຂດການຮ່ວມມືທີ່ສຳຄັນຂອງອົງການເອເປັກ, ຄວນເພີ່ມການທຸ່ມເທເຂົ້າໃນການຮ່ວມມືດັ່ງກ່າວ, ຮັບປະກັນສະມາຊິກພວມພັດທະນາໄດ້ຮັບຜົນປະໂຫຍດ
ຈາກການຮ່ວມມືດັ່ງກ່າວ ແລະເພີ່ມພະລັງຊຸກດັນໃໝ່ເຂົ້າໃສ່ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີ-ປາຊີຟິກ ຢ່າງຕໍ່ເນື່ອງ.
ສຸດທ້າຍນີ້, ທ່ານ ສີຈິ້ນຜິງໄ ດ້ເນັ້ນໜັກວ່າ: ຈີນ ຍິນດີຮ່ວມກັນກັບສະມາຊິກຕ່າງໆ ຂອງອົງການເອເປັກ, ຕັ້ງໜ້າຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊີຟິກ, ຮ່ວມມືກັນ ເພື່ອຂຽນໜ້າໃໝ່ຂອງການຮ່ວມມືເສດຖະກິດອາຊີ-ປາຊີຟິກ.
