ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ພ້ອມດ້ວຍຜູ້ນຳພັກກອມມູນິດຈີນ ແລະ ລັດຖະບານ ແຫ່ງ ສປຈີນ ຈະຮ່ວມກັບບັນດາຜູ້ແທນຈາກທຸກຊັ້ນຄົນ ເພື່ອເຂົ້າ ຮ່ວມພິທີມອບດອກໄມ້ໃຫ້ບັນດາວິລະຊົນຂອງຊາດທີ່ເສຍຊີວິດເພື່ອປະເທດຊາດ ເຊີ່ງຈະຈັດຂຶ້ນໃນຕອນເຊົ້າວັນສຸກ ວັນທີ 30 ກັນຍາ 2022 ທີ່ສະໜາມຫຼວງທຽນອານເໝິນ, ນະຄອນຫລວງປັກກິ່ງ ເຊີ່ງກົງກັບ “ວັນເສຍສະຫຼະຊີວິດເພື່ອຊາດຂອງຈີນ”.
ງານຄັ້ງນີ້ຈະມີການຖ່າຍທອດສົດໂດຍສູນກາງວິທະຍຸ- ໂທລະພາບຈີນ (CMG).
Source: https://bit.ly/3UI6rZ8
