ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດ ນາມ, ສະພາ ແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເລືອກ ທ່ານ ຫວໍ ວັນ ເຖືອງ (Vo Van Thuong), ກຳມະການ ກົມ ການເມືອງ, ຜູ້ປະຈຳການ ຄະນະເລຂາ ສູນກາງ ພັກຊຸດທີ XIII, ສະມາຊິກ ສະພາ ແຫ່ງຊາດ ຊຸດທີ XV, ຮັບດຳລົງ ຕຳແໜ່ງ ເປັນປະ ທານ ປະເທດ ແຫ່ງ ສສ. ຫວຽດນາມ ຊຶ່ງໄດ້ຈັດຂຶ້ນຢູ່ ຫໍປະຊຸມ ສະພາ ແຫ່ງ ຊາດ ຢູ່ນະຄອນຫລວງ ຮ່າໂນ້ຍ ໃນວັນທີ 2ມີນານີ້. ຈາກນັ້ນ ທ່ານ ຫວໍ ວັນ ເຖືອງ ໄດ້ກ່າວຄຳເຫັນ ໃນພິທີ ສາບານຕົວ ຮັບດຳລົງ ຕຳແໜ່ງ ຄັ້ງນີ້ວ່າ: ຈະຈົງຮັກພັກດີ ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນ ສສ. ຫວຽດນາມ; ມານະ ພະຍາຍາມ ປະຕິບັດ ໜ້າທີ່ ເຊິ່ງພັກ, ລັດ ແລະ ປະຊາ ຊົນ ມອບໝາຍໃຫ້ ເປັນຢ່າງດີ ແລະ ໄດ້ກ່າວສະແດງ ຄວາມຂອບໃຈ ຕໍ່ສະພາ ແຫ່ງຊາດ ທີ່ເຊື່ອໝັ້ນ ມອບກາລະ ໂອກາດ ໃຫ້ຮັບໃຊ້ ປະເທດ ຊາດ, ຮັບໃຊ້ ປະຊາຊົນ. ນີ້ແມ່ນຄວາມ ເປັນກຽດ ອັນຍິ່ງໃຫຍ່ ແລະ ກໍແມ່ນ ພາລະໜ້າທີ່ ທີ່ໜັກໜ່ວງ ທີ່ສຸດ. ໃນໄລຍະ ຮັບໃຊ້ ປະເທດຊາດ, ຮັບໃຊ້ ປະຊາຊົນ ໃນໄລຍະ ຈະມາເຖິງ, ຂ້າພະເຈົ້າ ຂໍໝັ້ນໝາຍ ຈະຝຶກຝົນ ຫລໍ່ຫລອມ ແລະ ມານະພະຍາຍາມ ຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດ ໜ້າທີ່ ເປັນປະ ທານ ປະເທດ ໃຫ້ເປັນຢ່າງດີ, ພ້ອມກັບ ທົ່ວພັກ, ທົ່ວກອງທັບ ສູ້ຊົນ ເພື່ອ ປະເທດ ຫວຽດນາມ ທີ່ມີປະຊາຊົນ ຮັ່ງມີ, ປະເທດຊາດ ເຂັ້ມແຂງ, ປະຊາທິປະໄຕ, ກ້າວຂຶ້ນ ສັງຄົມນິຍົມ ຢ່າງໝັ້ນຄົງ; ເອົາໃຈໃສ່ ກໍ່ສ້າງ ແລະ ເສີມຂະຫຍາຍ ກຳລັງ ແຮງ ມະຫາ ສາມັກຄີ ທົ່ວປວງຊົນ ທັງຊາດ ຢ່າງບໍ່ ຢຸດຢັ້ງ, ຮັບຟັງ ຄຳເຫັນ ຂອງປະຊາຊົນ ຜູ້ຮັກຫອມ ປະເທດຊາດ ດ້ວຍ ຄວາມຈິງໃຈ; ເຊື່ອມຊຶມ ທັດສະນະ ປະຊາຊົນ ເປັນກົກ, ຖືຜົນປະໂຫຍດ ອັນຊອບທຳ ຂອງປະຊາຊົນ ເປັນຈຸດ ເລີ່ມຕົ້ນ, ເປັນເປົ້າໝາຍ ສຳຄັນ ຂອງບັນດາ ລັດຖະນະໂຍບາຍ ຢ່າງເລິກເຊິ່ງ. ຢຶດໝັ້ນ ຕໍ່ສູ້ ຕ້ານການ ສໍ້ລາດ ບັງຫລວງ, ປະກົດການ ຫຍໍ້ທໍ້, ປະຕິບັດ ສຳເລັດ ການສ້າງລະບອບ ລະບຽບ ການພັດທະນາ ແບບຍືນຍົງ ໃຫ້ສົມບູນແບບ, ສ້າງກົງຈັກລັດ ປອດໃສ, ໝັ້ນຄົງເຂັ້ມ ແຂງ, ລະດົມ ກຳລັງໃຈ ເພື່ອ ຈິດໃຈ ຂະຫຍັນ ຂັນ ເຄື່ອນ, ປະດິດ ຄິດສ້າງ, ກ້າຄິດກ້າທຳ ເພື່ອຜົນປະໂຫຍດ ຂອງປະຊາ ຊົນ, ຂອງຊາດ./.
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

