ໃນຕອນເຊົ້າ ຂອງ ວັນທີ 7 ກັນຍາ 2021, ຢູ່ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມ ວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Dinkar Asthana, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ. ໃນການພົບປະຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະ ທູດ, ຊົມເຊີຍ ແລະ ຕີລາຄາສູງ ທີ່ທ່ານທູດໄດ້ມີການເຄື່ອນໄຫວ ໃນການປະ ຕິບັດໜ້າທີ່ການທູດຂອງຕົນຢ່າງຫ້າວຫັນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ອິນ ເດຍ, ຊົມເຊີຍຕໍ່ບັນດາຜົນສໍາເລັດຫຼາຍດ້ານ ທີ່ລັດຖະບານ ແລະ ປະຊາຊົນອິນເດຍ ຍາດມາໄດ້ໃນການພັດທະນາປະເທດ ໃນຕະຫຼອດໄລຍະທີ່ຜ່ານມາ ກໍ່ຄື ປັດຈຸບັນ, ໂດຍສະເພາະການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງລັດຖະບານອິນເດຍ ໄດ້ດໍາເນີນມາດຕະການຕ່າງໆຢ່າງມີປະສິດມິຜົນ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆມາ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາ ຄາສູງຕໍ່ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ອິນເດຍ ຕະຫຼອດກວ່າ 6 ທົດສະຫວັດຜ່ານມາ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ລັດຖະບານ ແລະ ປະຊາຊົນອິນເດຍ ເປັນຕົ້ນແມ່ນການເຄື່ອນໄຫວຂອງ ທ່ານທູດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງ ການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ວັດທະນະທໍາ ແລະ ອື່ນໆ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ. ນອກນັ້ນ ຍັງໄດ້ແຈ້ງກ່ຽວກັບ ທີ່ຕັ້ງ ແລະ ພາລະບົດບາດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຍິນດີຈະຮ່ວມກັບ ທ່ານທູດອິນເດຍ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ອິນເດຍ ເປັນຕົ້ນໃນສາຍພັກ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນຕື່ມ.
ໃນການພົບປະດັ່ງກ່າວ, ທ່ານ Dinkar Asthana ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມ ວິຫານ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ກໍາມະການສູນກາງພັກ ແລະ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຄົນໃໝ່; ຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະ ບາດຂອງພະຍາດໂຄວິດ-19 ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ; ຕີລາຄາສູງ ຕໍ່ການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ- ສ.ອິນເດຍ ແລະ ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ.ອິນເດຍ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະການພົວພັນໃນສາຍພັກ, ກັບ ພັກກໍາອໍານາດ, ຊຸກຍູ້ການສ້າງຕັ້ງ ສະມາຄົມມິດຕະພາບ ອິນເດຍ-ລາວ ເພື່ອເສີມຂະຫຍາຍການພົວພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນສອງປະເທດ ແລະ ຢືນຢັນຄວາມມຸ່ງຫວັງຂອງຕົນ ທີ່ຈະສືບຕໍ່ເຮັດວຽກຮ່ວມມືກັບພາກ ສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມອວຍພອນ ຕໍ່ ທ່ານເອກອັກຄະລັດຖະທູດ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນການສືບຕໍ່ເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ສປປ ລາວ-ສ.ອິນເດຍ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ສປປ ລາວ-ສ.ອິນເດຍ ກໍ່ຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ນະຄອນຫຼວງວຽງຈັນ, ວັນທີ 07 ກັນຍາ 2021