ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍ ຂອງ ວັນທີ 20 ມັງກອນ 2022, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນ ກາງພັກ, ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Kobayashi Kenichi, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ຄົນໃໝ່ ປະຈໍາ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມ ວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເອກອັກຄະຣາຊະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ເຊື່ອໝັ້ນວ່າການມາປະຕິບັດໜ້າທີ່ຂອງ ທ່ານທູດ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ສປປ ລາວ-ຍີ່ປຸ່ນ ໃຫ້ນັບມື້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງສະພາບການພົ້ນເດັ່ນໃນການສ້າງສາພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະຜົນສໍາເລັດໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19, ຕີລາຄາສູງຕໍ່ ສາຍພົວພັນມິດ ຕະພາບ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 66 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ການເປັນຄູ່ຮ່ວມຍຸດທະ ສາດ 6 ປີ ຜ່ານມາ, ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ສາທາລະນະສຸກ, ສຶກສາ, ການຄ້າ-ການລົງທຶນ, ວັດທະນະທໍາ ແລະ ອື່ນໆ, ເຊິ່ງເປັນການປະ ກອບສ່ວນອັນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງຍິນດີຈະຮ່ວມກັບ ທ່ານທູດຍີ່ປຸ່ນ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ບັນດາພັກການເມືອງໃນຍີ່ປຸ່ນ ກໍ່ຄື ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານ Kobayachi Kenichi ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ທອງສະຫວັນ ພົມວິຫານ ກໍ່ຄື ການແຈ້ງສະພາບພົ້ນເດັ່ນພາຍໃນຂອງ ສປປ ລາວ, ຊົມເຊີຍຜົນສໍາເລັດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງພັກ, ລັດຖະ ບານ ແລະ ປະຊາຊົນລາວ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດ ຍີ່ປຸ່ນ- ລາວ ໃນໄລຍະຜ່ານມາ ກໍ່ຄື ປັດ ຈຸບັນ ແລະ ໃຫ້ຄໍາໝັ້ນສັນຍາ ຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ຍີ່ປຸ່ນ-ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍິນດີສືບຕໍ່ສະໜັບສະໜູນການຈັດກິດຈະກໍາຂອງ ສະມາຄົມມິດຕະ ພາບ ຍີ່ປຸ່ນ-ລາວ ເພື່ອເສີມຂະຫຍາຍການພົວພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນສອງປະເທດ ແລະ ຈະສືບຕໍ່ເຮັດວຽກຮ່ວມກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ດີ ລະ ຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍ ພອນໃຫ້ ທ່ານເອກອັກຄະລັດ ຖະທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງທ່ານຢູ່ ສປປ ລາວ ເພື່ອສືບຕໍ່ເປັນຂົວຕໍ່ໃຫ້ແກ່ການເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ສປປ ລາວ- ຍີ່ປຸ່ນ ກໍ່ຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ່າວ;ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ