ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າ ຂອງວັນທີ 14 ທັນວາ 2022, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດ ເກົາຫຼີ ຄົນໃໝ່ ປະຈໍາ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດເກົາຫຼີ ປະຈໍາ ສປປ ລາວ, ເຊື່ອ ໝັ້ນວ່າການມາປະຕິບັດໜ້າທີ່ຂອງ ທ່ານທູດ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ສອງປະເທດ ສປປ ລາວ ແລະ ສ. ເກົາຫຼີ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂື້ນ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງສະພາບການພົ້ນເດັ່ນ ຂອງ ສປປ ລາວ ໃຫ້ທ່ານທູດຮັບຊາບ ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງປະເທດ ຕະຫຼອດໄລຍະ 27 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຜ່ານມາ, ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມື ສອງຝ່າຍ ເປັນຕົ້ນແມ່ນໂຄງການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ ແລະ ອື່ນໆ, ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ; ຍິນດີຈະຮ່ວມກັບ ທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສະມາຄົມມິດຕະພາບລາວ-ສ. ເກົາຫຼີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂື້ນຢ່າງບໍ່ຢຸດຢັ້ງ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ ທ່ານທູດ ຊາບກ່ຽວກັບພາລະບົດບາດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໃນວຽກງານພົວພັນຕ່າງປະເທດຂອງພັກ, ອົງການຈັດຕັ້ງມະຫາຊົນ, ສະມາຄົມມິດຕະພາບ ກໍ່ຄື ການທູດປະຊາຊົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບກັບບັນດາພັກການເມືອງຕ່າງໆ, ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ລັດກັບລັດ ໂດຍແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ.
ໃນໂອກາດດັ່ງກ່າວ, ທ່ານ ຈອງ ຢອງ ຊູ (Jung Yung-soo), ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ທອງສະຫວັນ ພົມວິຫານ ກໍ່ຄື ການແຈ້ງສະພາບພົ້ນເດັ່ນພາຍໃນຂອງ ສປປ ລາວ, ຊົມ ເຊີຍຜົນສໍາເລັດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍ່ຄື ການສ້າງສາພັດທະນາຂອງ ສປປ ລາວ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ສ. ເກົາຫຼີ-ສປປ ລາວ ໃນໄລຍະຜ່ານມາ ກໍ່ຄື ປັດຈຸບັນ ແລະ ໃຫ້ຄໍາໝັ້ນສັນຍາ ຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ເສີມຂະ ຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍິນດີສືບຕໍ່ສະໜັບສະໜູນການຈັດກິດຈະກໍາຂອງສະມາຄົມມິດຕະພາບ ສ. ເກົາຫຼີ-ລາວ ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ປະຊາຊົນຂອງສອງປະເທດ ແລະ ຈະສືບຕໍ່ເຮັດວຽກຮ່ວມກັບ ຄະນະພົວພັນຕ່າງ ປະເທດສູນກາງພັກ ປປ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອປະກອບສ່ວນເພີ່ມພູນຄູນສ້າງ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງທ່ານຢູ່ ສປປ ລາວ, ສືບຕໍ່ເປັນຂົວຕໍ່ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ສປປ ລາວ-ສ. ເກົາຫຼີ ກໍ່ຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.