ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 28/01/2022 ນີ້ ສະຫາຍ ວັນນະໄຊ ເທບທິລາດ, ເລຂາເອກ, ອຸປະທູດຊົ່ວຄາວ. ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ໄດ້ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າໄຫວ້ອາໄລ ແລະ ເຊັນປື້ມ ເພື່ອອາໄລຮັກເຖິງດວງວິນຍານຂອງ ສະຫາຍ ຫງວຽນ ວັນ ຫ້ຽວ, ອະດີດກຳມະການສູນກາງພັກສະໄໝທີ 6, 7 ແລະ 8; ອະດີດສະມາຊີກສະພາແຫ່ງຊາດ ຊຸດທີ 4, 5, 7-10, ອະດີດຜູ້ອຳນວຍການສູນວິທະ ຍາສາດທຳມະຊາດ ແລະ ເຕັກໂນໂລຊີແຫ່ງຊາດ (ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໃນປັດຈຸບັນ)
ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ວັນ ຫ້ຽວ ຊຶ່ງການຈາກໄປຂອງສະຫາຍບໍ່ພຽງແຕ່ເປັນການສູນເສຍອະດີດຜູ້ນໍາທາງການ ເມືອງ ຜູ້ມີຄວາມປີຊາສາມາດ, ຜູ້ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດຖະ ບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຂອງພວກຂ້າພະ ເຈົ້າອີກດ້ວຍ, ສະຫາຍ ຫງວຽນ ວັນ ຫ້ຽວ ໄດ້ມີບົດບາດສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສະພາແຫ່ງຊາດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ສອງສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີລາວ-ຫວຽດນາມນະໂອກາດແຫ່ງຄວາມໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍຄືໃນນາມຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ແລະ ໃນນາມສ່ວນ ຕົວ, ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນຢ່າງສຸດຊື້ງຮ່ວມກັບຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຕະຫຼອດຮອດ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ຫງວຽນ ວັນ ຫ້ຽວ ທຸກທົ່ວໜ້າ.
(ຂ່າວ,ພາບ: ໂອລຳ ຈັນທະວິໄລ)