ພາຍຫຼັງສຳເລັດການເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງນໍ້າທາ, ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2022 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງບໍ່ແກ້ວ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.
ກ່ອນອື່ນທ່ານ ເຈົ້າແຂວງໆບໍ່ແກ້ວ ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຊາບ ກ່ຽວກັບທີ່ຕັ້ງ, ສະພາບຈຸດພິເສດ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າຍທາຍພາຍໃນແຂວງ, ການວາງຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເປັນຕົ້ນ ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ເພື່ອເອື້ອອຳນວຍໃຫ້ແກ່ການພັດທະນາວຽກງານຮອບດ້ານ; ພັດທະນາການຂົນສົ່ງໃຫ້ມີຄຸນນະພາບ ເພື່ອເຊື່ອມຕໍ່ບັນດາແຂວງພາກເໜືອຂອງລາວ ກັບປະເທດໃກ້ຄຽງ ແລະ ອະນຸພາກພື້ນ; ພັດທະນາການທ່ອງທ່ຽວທີ່ຍືນຍົງ; ຜະລິດສິນຄ້າກະສິກໍາສະອາດ ເພື່ອສະໜອງຄວາມຕ້ອງການຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ; ຊຸກຍູ້ສົ່ງເສີມການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ເປັນຫົວແມ່ເຫຼັກດຶງເສດຖະກິດຂອງແຂວງໃຫ້ມີການຂະຫຍາຍຕົວ. ສຳລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແມ່ນໄດ້ນຳເອົາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫັນລົງກໍ່ສ້າງຮາກຖານການເມືອງ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບວຽກງານສາມສ້າງ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ; ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນຂອງລັດ ຄຽງຄູ່ກັບການຍາດແຍ່ງການລົງທຶນ, ການປະກອບສ່ວນຈາກພາກສ່ວນຕ່າງໆ ດ້ວຍຫຼາຍຮູບການ ເພື່ອສົ່ງເສີມການຜະລິດ ເຮັດໃຫ້ເສດຖະກິດຂອງແຂວງ ໄດ້ຮັບການພັດທະນາຖືກທິດ. ຄຽງຄູ່ກັນນັ້ນ ໄດ້ກະກຽມການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ໂດຍແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ບັນດາອານຸກໍາມະການດ້ານຕ່າງໆ ເພື່ອດຳເນີນກະກຽມຄວາມພ້ອມຮອບດ້ານ ຢ່າງເປັນຂະບວນກວ້າງຂວາງ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ ຕໍ່ອົງການປົກຄອງແຂວງບໍ່ແກ້ວ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນທີ່ແຂວງ ສາມາດປະຕິບັດໄດ້, ພ້ອມທັງ ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເປັນເອກະພາບ. ເພື່ອເປັນທິດທາງໃຫ້ແກ່ຄະນະນໍາ-ພະນັກງານຫຼັກແຫຼ່ງ ພາຍໃນແຂວງບໍ່ແກ້ວ ສືບຕໍ່ປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດພາຍໃນແຂວງ ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ພະນັກ ງານຫຼັກແຫຼ່ງພາຍໃນແຂວງເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ເພື່ອຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ຕ້ານປະກົດການທີ່ບໍ່ຖືກຕ້ອງ, ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ໂດຍສະເພາະ ຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆ; ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ເປັນຮູບປະທຳ; ໃຫ້ຖືເອົາວຽກງານ ການປະຕິບັດວຽກງານພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ເປັນໜ້າທີ່ບຸລິມະສິດຂອງລັດຖະບານ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ໜ້າທີ່ຂອງທົ່ວປວງຊົນ, ເຊິ່ງເຫັນວ່າ ແຂວງກໍໄດ້ມີຄວາມຮັບຜິດຊອບສຸງ ແລະ ເອົາໃຈໃສ່ໃນການຄົ້ນຄວ້າ ແລະ ຊອກຫາທຸກວິທີແກ້ໄຂ ໂດຍໄດ້ຈັດສັນທຶນຮອນ ລວມທັງ ການຊຸກຍູ້-ປຸກລະດົມ ພາກສ່ວນທຸລະກິດຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສຸມເຂົ້າໃສ່ການພັດທະນາດ້ານຕ່າງໆ ຄຽງຄູ່ກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ; ສືບຕໍ່ຜັນຂະຫຍາຍການຮ່ວມມືກັບບັນດາແຂວງພາກເໜືອ ກໍຄື ແຂວງແຮກສ່ຽວ ເຊີນລາ ເຊິ່ງຕ້ອງຖືເປັນວຽກບູລິມະສິດ ເພື່ອສ້າງໃຫ້ໄດ້ຄວາມໄວ້ເນື້ອເຊື່ອໃຈ; ຜັນຂະຫຍາຍການຕົກລົງຕ່າງໆ ຂອງການນໍາຂັ້ນສູງ 2 ປະເທດ ກໍ່ຄື ການຕົກລົງຕ່າງໆຂອງການນໍາ 2 ແຂວງ ໃຫ້ເກີດດອກອອກຜົນຢ່າງຕັ້ງໜ້າ; ເປັນເຈົ້າການປັບປຸງປ່ຽນແປງປະຕິຮູບ ໃນແບບແຜນວິທີເຮັດວຽກທີ່ວ່ອງໄວ, ມີຄຸນນະພາບ, ມີແນວຄິດບຸກທະລຸອັນໃໝ່.
ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງ ບໍ່ແກ້ວ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ຮ່ວມກິດຈະກໍາປູກຕົ້ນໄມ້ ຢູ່ເຂດກໍ່ສ້າງພະພຸດທະບາລະມີສີບໍ່ແກ້ວ (106) ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 42 ປີຕື່ມອີກ.
ພາບ ແລະ ຂ່າວ ກົມປະຊາສໍາພັນ





