ພາຍຫຼັງສຳເລັດການເຄື່ອນໄຫວເຮັດວຽກ ຢູ່ແຂວງອັດຕະປື, ໃນວັນທີ 19-20 ສິງຫາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ ໂດຍໄດ້ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງແຂວງ ແລະ ລົງຕິດຕາມກວດກາເບິ່ງສະພາບພື້ນທີ່ຕົວຈິງ ເຂດດ່ານສາກົນລະໄລ ເຊິ່ງມີທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກ.
ໃນໂອກາດພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງແຂວງ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2022 ຈາກທ່ານເຈົ້າແຂວງ ເຫັນວ່າ ແຂວງໄດ້ເອົາໃຈໃສ່ວຽກງານຫັນລົງກໍ່ສ້າງຮາກ ຖານການເມືອງ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂອງແຂວງ ຂະຫຍາຍຕົວ ໃນລະດັບ 3,3%, ຄາດຄະເນໝົດປີ ຈະໄດ້ປະມານ 4,2% ( ແຜນການ 5%), ການເກັບລາຍຮັບເຂົ້້າງົບປະມານ ປະຕິບັດໄດ້ 59% ຂອງແຜນການປີ, ແຜນລາຍຈ່າຍ ປະຕິບັດໄດ້ 58%; ວຽກງານການຄ້າ ຄາດວ່າ ໝົດປີຈະປະຕິບັດໄດ້ເກີນດູນ ເຊິ່ງມາຮອດປະຈຸບັນ ການສົ່ງອອກສິນຄ້າ ສາມາດປະຕິບັດໄດ້ 94,75% ຂອງແຜນການປີ; ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ຕາມ 5 ວຽກຈຸດສຸມ ໄດ້ເກີດມີປັດໃຈໃໝ່ທີ່ຕັ້ງໜ້າກວ່າເກົ່າໃນບາງດ້ານ ເປັນຕົ້ນ ການສົ່ງເສີມການຜະລິດ ແລະ ສົ່ງອອກ, ການສ້າງຖານລາຍຮັບທີ່ເຂັ້ມແຂງ, ການປັບປຸງລະບົບເກັບລາຍຮັບ ເຂົ້າງົບປະມານເປັນທັນສະໄໝ, ການແກ້ໄຂການນຳເຂົ້າພາຫະນະທີ່ບໍ່ຖືກຕ້ອງ ແລະ ອື່ນໆ. ນອກຈາກນັ້ນ, ການພົວພັນຕ່າງປະເທດ ກໍ່ໄດ້ຮັບການເອົາໃຈໃສ່ ແລະ ໄດ້ຮັບການຍົກລະດັບດີຂຶ້ນກວ່າເກົ່າ.
ຫຼັງຈາກນັ້ນ, ທ່ານຮອງນາຍົກລັດຖະມົົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບເນື້ອໃນຈິດໃຈ ຂອງການເຄື່ອນໄຫວເຮັດວຽກ ຢູ່ແຂວງສາລະວັນ ໃນຄັ້ງນີ້, ພ້ອມທັງ ຍົກໃຫ້ເຫັນສະພາບ ການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ສະພາບການຈັດ ຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການປະຕິບັດວຽກ ງານຈຸດສຸມ ຂອງລັດຖະບານ ຊຸດທີ IX.
ຄຽງຄູ່ກັບການພົບປະໂອ້ລົມ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ອົງການປົກຄອງແຂວງສາລະວັນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ໃນ 6 ເດືອນທ້າຍປີ 2022 ໃຫ້ແຂງແຮງກວ່າເກົ່າ ເພື່ອສາ ມາດບັນລຸຕາມຄາດໝາຍທີ່ວາງໄວ້; ສຸມໃສ່ຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ ແລະ ຄຸ້ມຄອງລາຍຈ່າຍຢ່າງຮັດກຸມ ຕາມທິດປະຢັດ ໂດຍສະເພາະ ການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທຳ, ສືບຕໍ່ແກ້ໄຂບັນຫາລົດນຳເຂົ້າບໍ່ຖືກຕ້ອງ ໃຫ້ສຳເລັດ. ພ້ອມກັນນັ້ນ, ກໍ່ເອົາໃຈໃສ່ຕິດຕາມ ຊຸກຍູ້ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະໄລຍະ ເພື່ອເຫັນໄດ້ຂໍ້ຄົງຄ້າງ ແລະ ຊອກຫາວິທີແກ້ໄຂ ຢ່າງທັນການ ແລະ ມີການຫັນປ່ຽນໃໝ່ທີ່ດີຂຶ້ນ; ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະ ບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ໂດຍຫັນລົງຕາມຂະແໜງການ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົົວຈິງ ຂອງວຽກງານ, ທັງຕິດພັນກັັບແຜນການກໍ່ສ້າງພະນັກງານ ຈາກຮາກຖານ ຢ່າງຖືກເປົ້າໝາຍ, ພ້ອມກັນນັ້ນ ກໍ່ສູ້ຊົນປະຕິບັດມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ; ສຸມໃສ່ວຽກງານການຜະລິດ ແບບເປັນກຸ່ມ-ເປັນຟາມ ໃຫ້ຫຼາຍຂຶ້ນ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງ ອອກ; ສືບຕໍ່ຮ່ວມມືກັບບັນດາປະເທດອ້ອມຂ້າງ ແລະ ຍາດແຍ່ງການຊ່ວຍເຫຼືອ ເພື່ອປະກອບສ່ວນໃນການພັດທະນາແຂວງ ຕາມຄວາມເໝາະສົມ; ໃຫ້ທຸກພາກສ່ວນ ເປັນເຈົ້າການເສີມຂະຫຍາຍຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ເພື່ອສາມາດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນ ໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນການເອື່ອຍອີງໃສ່ແຕ່ງົບປະມານຂອງລັດ; ເອົາໃຈໃສ່ຕິດຕາມສະພາບ ການປ່ຽນແປງຂອງພະຍາກອນອາກາດ ເພື່ອສາມາດປ້ອງກັນ ແລະ ຮັບມືກັບໄພພິບັດ ທີ່ອາດເກີດຂຶ້ນ ໄດ້ຢ່າງທັນການ ໄປຄຽງຄູ່ກັບການແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນຕົ້ນເດືອນສິງຫາທີ່ຜ່ານມາ; ໃຫ້ສົມທົບກັບພາກສ່ວນກ່ຽວ ຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານຕ່າງໆ ເປັນຕົ້ນ ການກະກຽມເປີດດ່ານທ້ອງຖິ່ນປາກຕະພານ, ໂຄງການພັດທະນາເສັ້ນ ທາງຈຳນວນໜຶ່ງ, ການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວພາກທຸລະກິດ ແລະ ຄຸ້ມ ຄອງ ໃຫ້ດຳເນີນທຸລະກິດ ຖືກຕ້ອງຕາມຂັ້ນຕອນ, ກົດໝາຍ ແລະ ລະບຽບການ ພ້ອມທັງປະກອບພັນທະ ເຂົ້າໃນການພັດທະນາແຂວງ, ການຊໍາລະໜີ້ ໂຄງການສ້ອມແປງສຸກເສີນ, ການຊ່ວຍເຫຼືອຟື້ນຟູຜົນກະທົບ ຈາກໄພພິບັດ ແລະ ອື່ນໆ.
ພາຍຫຼັງພົບປະໂອ້ລົມ ຕໍ່ການນຳຫຼັງແຫຼ່ງຂອງແຂວງແລ້ວ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໄປກວດກາເບິ່ງສະພາບພື້ນທີ່ ແລະ ການເຄື່ອນໄຫວວຽກງານ ຂອງດ່ານສາກົນລະໄລ ທີ່ເມືອງສະໝ້ວຍ ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ


