ໃນລະຫວ່າງວັນທີ 17-18 ສິງຫາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ການພັດທະນາເສດຖະກິດ-ສັງຄົມ ແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.
ໃນໂອກາດນີ້, ຄະນະຂອງທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ຈາກທ່ານ ເຈົ້າແຂວງໆເຊກອງ ເຫັນວ່າ ເສດຖະກິດຂະຫຍາຍຕົວ ໃນລະດັບ 4%, ລາຍຮັບສະເລ່ຍຕໍ່ຫົວຄົນ ໄດ້ປະມານ 17,5 ລ້ານກີບ/ຄົນ/ປີ, ການເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 51,15%, ການປະຕິບັດແຜນລາຍຈ່າຍ ປະຕິບັດໄດ້ 53,74%; ການກໍ່ສ້າງໂຄງລ່າງພື້ນຖານ ເສັ້ນທາງ, ໄຟຟ້າ ແລະ ນ້ຳປະປາ ໄດ້ດຳເນີນໄປຕາມແຜນການທີ່ກຳນົດໄວ້; ຂົງເຂດການຜະລິດກະສິກຳ ແລະອຸດສາຫະກຳ ສືບຕໍ່ຂະຫຍາຍຕົວໃນຈັງຫວະທີ່ດີ; ຂົງເຂດການບໍລິການ ພາຍຫຼັງໄດ້ເປີດດ່ານສາກົນເຕັມຮູບແບບ ແມ່ນໄດ້ຮັບການຟື້ນຕົວ; ວຽກງານການຄ້າ ສາມາດປະຕິບັດໄດ້ເກີນດູນ; ສໍາລັບການຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍມີການແບ່ງຄວາມຮັບຜິດຊອບ ເພື່ອແກ້ໄຂບັນຫາຕ່າງໆ ຄຽງຄູ່ກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ກໍ່ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ ໂດຍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາກພື້ນ ແລະ ສາກົນ, ຜົນ ສຳເລັດອັນພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ອັນສຳຄັນ, ທ່ານ ໄດ້ມີຄຳເຫັນຊີ້ນຳ ໃຫ້ການນຳຫຼັກແຫຼ່ງຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ປັບປຸງຂັ້ນຂອດການອະນຸມັດການລົງທຶນ ໃຫ້ໄປຕາມທິດທີ່ກຳນົດໄວ້ ພ້ອມທັງ ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງໂຄງ ການລົງທຶນຕ່າງໆ ໃຫ້ໄປຕາມແຜນການ, ສັນຍາ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ສືບຕໍ່ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ ເພີ່ມຂຶ້ນ, ພ້ອມທັງ ແກ້ໄຂຂໍ້ຄົງຄ້າງຕ່າງໆ ໃຫ້ທັນການ; ຄຸ້ມຄອງຫົວໜ່ວຍທຸລະກິດໃຫ້ເຄື່ອນໄຫວຢ່າງຖືກຕ້ອງ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ ໄປພ້ອມກັບການແກ້ໄຂບັນຫາຄົງຄ້າງໃຫ້ໄວ; ສືບຕໍ່ພັດທະນາຊົນນະບົດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂຶ້ນຢ່າງຕໍ່ເນື່ອງ ເພື່ອໃຫ້ບັນລຸຄາດໝາຍມາດຕະຖານການພົ້ນທຸກທີ່ກຳນົດໄວ້.
ການເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ ໃນຄັ້ງນີ້, ທ່ານ ຮອງນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ລົງເບິ່ງພື້ນທີ່ໂຄງການ ແລະ ກິດຈະການ ຈຳນວນໜຶ່ງ ເປັນຕົ້ນ ໂຄງການຂຸດຄົ້ນຖ່ານຫີນ ຂອງບໍລິສັດ ພະລັງງານໄຟຟ້າເຊກອງ ຈຳກັດ ທີ່ເມືອງກະລຶມ; ໂຄງການຂຸດຄົ້ນບິດຄອຍ ຂອງບໍລິສັດ ຈະເລີນເຊກອງ, ຟາມລ້ຽງໝູປັນຍາຄູນ ຂອງບໍລິສັດ ການຄ້າຂາອອກ-ຂາເຂົ້າ ເມືອງລະມາມ ແລະ ສູນເຕັກນິກກະສິກຳ ແລະ ປ່າໄມ້ ທີ່ເມືອງລະມາມ ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ





