ໃນຕອນເຊົ້າ ວັນທີ 17 ພະຈິກ 2023 ທີ່ໂຮງໝໍມິດຕະພາບ, ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍມິດຕະພາບ ຄົບຮອບ 35 ປີ ເຊິ່ງຈັດໂດຍກະຊວງ ສາທາລະນະສຸກ; ມີທ່ານ ບຸນແຝງ ພູມມະໄລສິດ, ລັດຖະ ມົນຕີກະຊວງສາທາລະນະສຸກ; ທ່ານ ເອລິຊາດ ຕາລີບົບ, ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳ ລາວ, ມີບັນດາທ່ານຮອງລັດຖະມົນຕີ, ອະດີດການນໍາ ກະຊວງສາທາລະນະສຸກ, ຄະນະອໍານວຍການໂຮງໝໍ, ພະນັກງານອາວຸໂສບໍານານ, ພະນັກງານແພດໝໍ-ພະຍາບານ ແລະ ຜູ້ຕາງໜ້າຈາກພາກ ສ່ວນກ່ຽວຂ້ອງ ເຂົ້າ ຮ່ວມ.
ໃນໂອກາດນີ້, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຈຸດປະສົງຂອງການຈັດພິທີສະເຫຼີມສະຫຼອງຄັ້ງນີ້ ແມ່ນເພື່ອເປັນການທົບທວນຄືນ ເຫດການຄວາມເປັນມາ, ທັງເປັນການປະເມີນຜົນງານການພັດທະນາ ແລະ ເຕີບໃຫຍ່ຂະ
ຫຍາຍຕົວຮອບດ້ານ ຂອງການຈັດຕັ້ງ, ການບໍລິການສຸຂະພາບ ຕາມ 5 ພາລະບົດບາດ, ໜ້າທີ່ ຂອງໂຮງໝໍມິດ ຕະພາບ ທີ່ຍາດມາໄດ້ ຕະຫຼອດໄລຍະ 35 ປີຜ່ານມາ, ເປັນການສະຫຼຸບຖອດຖອນບົດຮຽນ ການນຳພາຄຸ້ມຄອງ, ການຫັນປ່ຽນ ຈາກການບໍລິຫານຄຸ້ມຄອງລະບົບກົນໄກເກື້ອກຸນ ມາສູ່ລະບົບກົນໄກແບບເສດ ຖະກິດ ຫັນເອົາໂຮງໝໍໃຫ້ກຸ້ມຕົນເອງທາງດ້ານການເງິນເທື່ອລະກ້າວ ເພື່ອສ້າງເງື່ອນໄຂໃນການພັດທະນາໂຮງໝໍມິດຕະພາບ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເປັນໂຮງໝໍສູນກາງແຫ່ງໜຶ່ງ ໃນການພັດທະ ນາດ້ານວິຊາການ ເພື່ອກ້າວໄປສູ່ການຫັນເປັນທັນສະໄໝ ແລະ ນຳໜ້າ ທາງດ້ານການບໍລິການວິຊາການຂັ້ນສູງສຸດຂອງປະເທດ, ທັງເປັນໂອກາດສະແດງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ການນຳພັກ-ລັດ, ອົງການຈັດຕັ້ງສາກົນ, ພິເສດຕໍ່ອະດີດສະຫະພາບໂຊຫວຽດ ທີ່ໄດ້ປະກອບສ່ວນສຳຄັນໃນການພັດທະນາວຽກງານສາທາລະນະສຸກ ໂດຍຖືໂອກາດນີ້ ເປັນການຍ້ອງຍໍສັນລະເສີນ ຕໍ່ການຈັດຕັ້ງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນສ້າງສາພັດທະນາໂຮງໝໍມິດຕະພາບ ຕະຫຼອດໄລຍະ 35 ປີຜ່ານມາ.
ໃນໂອກາດດຽວກັນ, ທ່ານ ດຣ. ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ລາຍງານຕື່ມວ່າ ໂຮງໝໍມິດຕະພາບ ໄດ້ກໍາເນີດເກີດຂື້ນບົນພື້ນຖານການຮ່ວມມື ແລະ ຊ່ວຍເຫຼືອ ຈາກອະດີດສະຫະພາບໂຊຫວຽດ ໂດຍໄດ້ໃຊ້ເວລາການກໍ່ສ້າງເຖິງ 10 ປີ ແລະ ສາມາດເປີດນໍາໃຊ້ໃນປີ 1988 ຊຶ່ງເປົ້າໝາຍເບື້ອງຕົ້ນແມ່ນ ເພື່ອຮອງຮັບການເບິ່ງແຍງສຸຂະພາບ ແລະ ໃຫ້ການປິ່ນປົວການນໍາຂັ້ນສູງ, ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ມາປະຈໍາ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວ. ໃນໄລຍະຕໍ່ມາ ບົນພື້ນຖານການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການ ຂອງຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ກ່ຽວກັບຄວາມຕ້ອງການໃນບໍລິການຮັກສາສຸຂະພາບ ແລະ ປິ່ນປົວໃນເວລາເຈັບເປັນ, ກະຊວງສາທາລະນະສຸກ ຈຶ່ງໄດ້ຕົກລົງ ຍົກລະດັບ ແລະ ຂະຫຍາຍການບໍລິການປິ່ນປົວໃຫ້ກວ້າງຂວາງຕື່ມ ໂດຍໄດ້ປັບປຸງພາລະບົດບາດ ຂອງໂຮງໝໍມິດຕະ ພາບ ໃຫ້ກາຍເປັນໂຮງໝໍທີ່ປິ່ນປົວທົ່ວໄປ ແລະ ໄດ້ເປີດກວ້າງຮ່ວມມືກັບຫຼາຍປະເທດ ຊຶ່ງພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ ຂອງກະຊວງສາທາ ລະນະສຸກ, ໂຮງໝໍມິດຕະພາບ ໄດ້ກ້າວຂຶ້ນຈາກການເຮັດບົດບາດ ແລະ ໜ້າທີ່ຮັກສາສຸຂະພາບ ແລະ ປິ່ນປົວທົ່ວໄປ ມາສູ່ການປະຕິບັດບົດບາດຂອງໂຮງໝໍສູນກາງ ທີ່ມີຂີດຄວາມສາມາດໃຫ້ການບົ່ງມະຕິພະຍາດ ແລະ ປິ່ນປົວຂັ້ນສູງສຸດໄດ້ໃນຫຼາຍຂະແໜງການ ເປັນຕົ້ນ ການປິ່ນປົວ ແລະ ຜ່າຕັດກະດູກ, ຜ່າຕັດສະໝອງ, ຜ່າຕັດປອດ, ປິ່ນ ປົວພະຍາດໄຂ່ຫຼັງຊຸດໂຊມ ດ້ວຍການຟອກເລືອດ, ປິ່ນປົວພະຍາດລະບົບປະສາດ, ປິ່ນປົວພະຍາດມະເຮັງ ດ້ວຍການສາຍແສງລັງສີ, ປະສູດລູກ, ພະຍາດລະບາດຕິດແປດຊືມເຊື້ອ, ພະຍາດພາຍໃນອື່ນໆ. ບຸກຄະລະກອນ ພາຍໃນໂຮງໝໍ ໄດ້ເລີ່ມຈາກຈໍານວນພຽງແຕ່ 183 ຄົນ ເພີ່ມຂຶ້ນເປັນ 814 ຄົນ ໃນປັດຈຸບັນເພີ່ມຂື້ນ 4,5 ເທົ່າໂຕ, ມີທັງແພດຊ່ຽວຊານຂັ້ນ 1 ແລະ ຂັ້ນ 2, ມີສະມາຊິກພັກ 216 ສະຫາຍ ຍິງ 133 ສະຫາຍ, ຖ້າທຽບໃສ່ໄລຍະສ້າງຕັ້ງໃໝ່ແມ່ນເພີ່ມຂຶ້ນ 27 ເທົ່າໂຕ, ສະມາຊິກແມ່ຍິງມີ 586 ສະຫາຍ, ສະມາຊິກຊາວໜຸ່ມມີ 519 ສະຫາຍ ແລະ ສະມາຊິກກໍາມະບານມີ 701ສະຫາຍ; ປະຈຸບັນປະກອບມີ 27 ພະແນກ ແລະ 1 ສູນ; ການພັດທະນາດ້ານພື້ນຖານໂຄງລ່າງ ຈາກຕຶກອາຄານນອນຄົນເຈັບເດີມ 150 ຕຽງ ກໍໄດ້ຖືກປັບປຸງບູລະນະ ແລະ ຂະ ຫຍາຍຕົວມາເປັນແຕ່ລະໄລຍະ ໂດຍສະເພາະ ໄດ້ສ້າງຕຶກນອນພະສົງ, ຕຶກປິ່ນປົວພະຍາດຊຶມເຊື້ອ ແລະ ໄຂ້ຍຸງລາຍ, ພິ ເສດໄດ້ມີຕຶກໃໝ່ພາກຂະຫຍາຍ ໂດຍໃຊ້ທຶນລັດຖະບານ 100% ຊຶ່ງມີການອອກແບບ, ປະກອບອຸປະກອນທັນສະໄໝ ຈໍານວນ 308 ຕຽງນອນ ທີ່ສາມາດຄຸ້ມຄອງດ້ວຍລະບົບໄອທີ ແລະ ນໍາໃຊ້ເປັນຕຶກນອນ ເພີ່ມສິ່ງອໍານວຍຄວາມສະດວກໃນການໃຫ້ບໍລິການ, ເຮັດໃຫ້ໂຄງສ້າງໂຮງໝໍເຕີບໃຫຍ່ຂຶ້ນ.
ໃນຕອນທ້າຍພິທີ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ບັນດາຜົນສໍາເລັດທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ; ຕີລາຄາສູງເຖິງຄວາມຖືກຕ້ອງສອດຄ່ອງ ຂອງແນວ ທາງນະໂຍບາຍຂອງພັກ-ລັດ ໂດຍສະເພາະ ແນວທາງພັດທະນາວຽກງານ ສາທາລະນະສຸກໄລຍະໃໝ່, ໃນຕໍ່ໜ້າຮຽກ ຮ້ອງມາຍັງຄະນະພັກ-ຄະນະນຳພະນັກງານຫຼັກແຫຼ່ງ, ແພດໝໍ, ພະຍາ ບານ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຖືວຽກງານການເມືອງແນວຄິດເປັນກົກ ໂດຍສຸມໃສ່ສຶກສາອົບຮົມດ້ານການເມືອງ, ດ້ານແນວຄິດ ໂດຍກໍາໃຫ້ໄດ້ສະພາບແນວຄິດ ຂອງສະມາຊິກພັກ, ພະນັກງານ, ຕັ້ງໜ້າເຊື່ອມຊືມແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຢ່າງເລິກເຊິ່ງ, ແທດເຖິງ ແລະ ປົກກະຕິ ຕິດພັນກັບການຕິດຕາມກວດກາ ຢ່າງເປັນປະຈຳ; ການນຳທຸກຂັ້ນຂອງໂຮງໝໍ ຕ້ອງກຳນົດໃຫ້ໄດ້ ໜ້າທີ່ການເມືອງຂອງຕົນໃນແຕ່ລະໄລຍະ ໃຫ້ຖືກຕ້ອງ ແລະ ສອດຄ່ອງ, ຈາກນັ້ນ ຈຶ່ງກຳນົດວິທີການ, ມາດຕະການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ ບົນຈິດໃຈສ້າງການຫັນ ປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ; ສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່ ຂອງກະຊວງສາທາລະນະສຸກວາງອອກ ດ້ວຍຄວາມເອົາໃຈໃສ່, ມີຈັນຍາບັນ, ຈັນຍາທຳຂອງພະນັກງານແພດໝໍ; ເພີ່ມທະວີການນຳພາ-ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ເພື່ອສືບຕໍ່ເປັນກຳລັງແຮງສັງລວມ, ຮັບປະກັນຊີວິດການເປັນຢູ່ ຂອງພະນັກງານ-ລັດຖະ ກອນ ແລະ ປະກອບສ່ວນສຳຄັນ ເຂົ້າໃນການສ້າງຂະບວນການໃນດ້ານຕ່າງໆ; ເພີ່ມທະວີການພົວພັນຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ເພື່ອເປັນກຳລັງແຮງຍູ້ໜູນ ທັງດ້ານທຶນຮອນ, ເຕັກນິກວິຊາການ, ບຸກຄະລາກອນ ແລະ ດ້ານອື່ນໆ; ໃຫ້ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ວຽກງານກ່ຽວກັບຫັນໄປກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ ແລະ ຫັນພະນັກງານວິຊາການເປັນຊ່ຽວຊານສະເພາະດ້ານ ທັງຫັນໄປເປັນພາລະກອນເທື່ອລະກ້າວ ເພື່ອຊ່ວຍຫຼຸດຜ່ອນການແບກຫາບທາງດ້ານງົບປະມານຂອງລັດ; ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນງານທີ່ຍາດມາໄດ້ ໄປຄຽງຄູ່ກັບຍົກສູງຄວາມຜິດຊອບການເມືອງ ຊຶ່ງນັກຮົບເສື້ອຂາວ ຕ້ອງພ້ອມເສຍສະຫຼະ ເພື່ອປະຊາຊົນ ແລະ ປະເທດຊາດ, ເຮັດສຳເລັດພາລະໜ້າທີ່ ທີ່ສຳຄັນຫຍຸ້ງຍາກ ແຕ່ມີກຽດສະຫງ່າ ທີ່ພັກ-ລັດ ມອບໝາຍໃຫ້.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານ ນາຍົກລັດຖະມົນຕີ



