ໃນຕອນເຊົ້າ ວັນທີ 2 ມີນາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນ ໄຫວຊຸກຍູ້ວຽກງານ ແຂວງອຸດົມໄຊ, ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພະນັກງານທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ການເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ໄດ້ໄປຕິດຕາມກວດກາເບິ່ງກິດຈະການຕ່າງໆ ທີ່ຕິດພັນກັບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ໃນບັນຫາທີ່ຍັງຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໂດຍສະເພາະ ບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ການທຳການຜະລິດ ຂອງປະຊາຊົນ, ນອກນັ້ນ ກໍ່ໄດ້ໄປເບິ່ງຈຸດທີ່ກຳລັງປັບປຸງ ເພື່ອບໍລິການຄ່ຽນຖ່າຍສິນຄ້າ ສຳລັບການຂົນສົ່ງຜ່ານເສັ້ນທາງລົດໄຟ, ຈຸດປັບປຸງຍົກລະດັບຂົວ ແລະ ເສັ້ນທາງເກົ່າ ຄືນໃໝ່ ເພື່ອສາມາດຮອງຮັບການຂົນສົ່ງສິນຄ້າ-ເຂົ້າອອກ ຈຸດຄ່ຽນຖ່າຍ, ຈຸດທີ່ມີແຜນຕໍ່ເຕີມສະຖານີລົດໄຟໂດຍສານ ເພື່ອຮອງຮັບແຂກວີໄອພີ (VIP) ແລະ ການບໍລິການອື່ນໆທີ່ປິ່ນອ້ອມ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ໃຫ້ເອົາໃຈໃສ່ກໍ່ສ້າງກິດຈະການທີ່ມີແຜນລະອຽດແລ້ວ ໃຫ້ສຳເລັດຕາມຄາດໝາຍ, ຮັບປະກັນຄຸນ ນະພາບ ແລະ ນຳໃຊ້ໄດ້ຍາວນານ; ການພັດທະນາກິດຈະການ ທີ່ບໍ່ທັນມີແຜນລະອຽດ ແມ່ນໃຫ້ສົມທົບກັນຄົ້ນຄວ້າອອກແບບ ຢ່າງລະອຽດ, ຈະແຈ້ງ, ສົມເຫດສົມຜົນ ແລ້ວນຳສະເໜີ ຕໍ່ພາກ ສ່ວນກ່ຽວຂ້ອງ ຕາມຂັ້ນຕອນ ແລະ ລະບຽບການ ຊຶ່ງການອອກແບບ ແມ່ນໃຫ້ກົມກຽວ, ເປັນລະບົບຄົບຊຸດ, ຮັບປະກັນ ໃຫ້ແກ່ການບໍລິການ ມີຄວາມສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນ. ສັງລວມແລ້ວ ເມື່ອບັນດາກິດຈະການກໍ່ສ້າງດັ່ງກ່າວ ສຳເລັດແລ້ວ ຄາດວ່າ ຈະຊ່ວຍເຮັດໃຫ້ການແຈກຢາຍ ແລະ ຂົນສົ່ງສິນຄ້າ ໂດຍທາງລົດໄຟ ມີຄວາມສະດວກ, ວ່ອງໄວ, ທັງຫຼຸດຜ່ອນ ຄວາມແອອັດ ໃນການຂົນສົ່ງໂດຍລົດບັນທຸກ ໄດ້ຢ່າງຫຼວງຫຼາຍ.
ໃນຕອນບ່າຍ ຂອງວັນດຽວກັນ, ທ່ານ ຮອງນາຍົກລົດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນ ທາງໄປເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຫຼວງນໍ້າທາ, ໂດຍມີທ່ານ ອ່ອນຈັນ ຄຳພາວົງ, ຮອງເຈົ້າແຂວງໆຫຼວງນໍ້າທາ ພ້ອມດ້ວຍ ພະນັກງານ ຈາກພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມເຄື່ອນໄຫວເຮັດວຽກ.
ການຊຸກຍູ້ວຽກງານຢູ່ແຂວງຫຼວງນໍ້າທາ ແມ່ນໄດ້ໄປເບິ່ງຈຸດຄ່ຽນຖ່າຍສິນຄ້າ ທີ່ຂົນສົ່ງໂດຍທາງລົດໄຟ ລາວ-ຈີນ ຢູ່ເຂດນາເຕີຍ, ເມືອງ ແລະ ແຂວງຫຼວງນໍ້າທາ; ຢ້ຽມຢາມບ້ານຈັດສັນໃໝ່ນາເຕີຍ ທີ່ຊົດເຊີຍໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ພ້ອມທັງ ພົບປະໂອ້ລົມ ຕໍ່ປະຊາຊົນບ້ານນາເຕີຍ ຕື່ມອີກ. ການພົບປະໂອ້ລົມ ຕໍ່ປະຊາຊົນບ້ານນາເຕີຍ, ກ່ອນອື່ນ ແມ່ນໄດ້ຮັບຟັງການ ລາຍງານຫຍໍ້ ກ່ຽວກັບສະພາບ ການຈັດສັນ ແລະ ຊົດເຊີຍຜົນກະທົບ ໃຫ້ແກ່ປະຊາຊົນ ຈາກຄະນະຮັບຜິດຊອບປະສານງານ ການໄກ່ເກ່ຍ ແລະ ຊົດເຊີຍຜົນກະທົບ ຈາກໂຄງການກໍ່ສ້າງເສັ້ນ ທາງລົດໄຟ ລາວ-ຈີນ ແຂວງຫຼວງນໍ້າທາ. ຈາກນັ້ນ, ທ່ານ ຮອງນາຍົກລັດຖະມົົົນຕີ ໄດ້ເປີດໂອກາດ ໃຫ້ປະຊາຊົນທີ່່ເຂົ້າຮ່ວມ ປະ ກອບຄຳຄິດເຫັນ ເພື່ອສະເໜີແລກປ່ຽນ ເຊິ່ງກັນ ແລະ ກັນ ໂດຍສະເພາະ ບັນດາຈຸດ ທີ່ປະຊາຊົນ ມີຄວາມສົນໃຈ ແລະ ບໍ່ທັນໂລ່ງລ່ຽນ. ໃນໂອກາດດຽວ ກັນ, ທ່ານຮອງນາຍົກລັດຖະມົນ ຕີ ກໍ່ມີຄຳເຫັນໂອ້ລົມ, ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນ ທີ່ມີສ່ວນຮ່ວມ ໃນການແກ້ໄຂບັນຫາການຊົດເຊີຍຜົນກະທົບ ໃຫ້ແກ່ປະຊາຊົນ ມີຜົນສຳເລັດເປັນກ້າວໆ, ພ້ອມທັງ ນຳເອົາຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍ ແລະ ສາມັກຄີຮັກແພງ ຂອງສູນກາງພັກ, ລັດຖະບານ ມາຍັງປະຊາຊົນ ທີ່ຖືກຜົນກະທົບດັ່ງກ່າວ. ນອກນັ້ນ ກໍ່ຕີລາຄາສູງ ຕໍ່ຄວາມເສຍສະຫຼະ ຂອງປະຊາຊົນ ໂດຍສະ ເພາະ ດິນດອນຕອນຫຍ້າ ແລະ ຜົນປະໂຫຍດຂອງຕົນ ປະກອບສ່ວນ ເຂົ້າໃນການສ້າງສາພັດ ທະນາ ວຽກງານລວມຂອງປະເທດ ຊາດ. ອັນສຳຄັນ ທ່ານໄດ້ເນັ້ນ ໜັກ ໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມ ເປັນຕົ້ນ ໃຫ້ຄະນະຮັບຜິດຊອບປະສານງານ ການໄກ່ເກ່ຍ ແລະ ຊົດເຊີຍຜົນກະທົບ ສືບຕໍ່ຄົ້ນຄວ້າແກ້ໄຂ ຂໍ້ສະເໜີຕ່າງໆ ຂອງປະຊາຊົນ ດ້ວຍວິທີການຕ່າງໆ ທີ່ເໝາະສົມ ບົນພື້ນຖານ ຮັບປະກັນຄວາມສະ ຫງົບ ແລະ ຍືນຍົງ; ໃຫ້ປະຊາຊົນ ມີຄວາມອຸ່ນອຽນທຸ່ນທ່ຽງ, ສືບຕໍ່ເຊື່ອໝັ້ນ ຕໍ່ແນວທາງການນຳພາຂອງພັກ ແລະ ລັດ, ບັນຫາໃດ ໄດ້ຮັບຄວາມເປັນທຳ ແລະ ສົມເຫດສົມຜົນແລ້ວ ກໍ່ຮຽກຮ້ອງໃຫ້ພ້ອມພຽງກັນ ຕັດສີນໃຈຮັບເອົາ, ຜ່ອນສັ້ນຜ່ອນຍາວ ເຊິ່ງກັນ ແລະ ກັນ, ຫຼີກລ່ຽງແນວຄິດປຽບທຽບຊັ່ງຊາ ແລະ ອື່ນໆ. ນອກຈາກນັ້ນ, ທ່ານຍັງໄດ້ເນັ້ນຕື່ມ ເມື່ອຍົກຍ້າຍເຂົ້າໄປຢູ່ບ້ານຈັດສັນໃໝ່ແລ້ວ ການພັດທະນາດ້ານຕ່າງໆ ແມ່ນໃຫ້ຄຳນຶງເຖິງ ວຽກງານການຮັກສາສຸຂະອະນາໄມ, ເອົາໃຈໃສ່ພັດທະນາບ້ານຊ່ອງຂອງຕົນ ໃຫ້ກາຍເປັນບ້ານຕົວແບບການພັດ ທະນາ ຊຶ່ງປະຈຸບັນ ເຫັນວ່າ ໂຄງລ່າງພື້ນຖານຂອງບ້ານ ແມ່ນຄົບຖ້ວນຕາມມາດຖານເງື່ອນໄຂ ທີ່ກຳນົດໄວ້ແລ້ວ, ຍັງແຕ່ເອົາໃຈໃສ່ພັດທະນາດ້ານອື່ນ ໃຫ້ສົມຄູ່ກັນ .
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ


