ພາຍຫຼັງທີ່ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ສຳເລັດເຄື່ອນ ໄຫວຕິດຕາມ ແລະ ຊຸກຍູ້ວຽກ ງານທີ່ຕິດພັນກັບໂຄງການທາງລົດໄຟ ຢູ່ພື້ນທີ່ຕົວຈິງ ໃນວັນທີ 2 ມີນາ, ຕໍ່ມາໃນຕອນເຊົ້າ ວັນທີ 3 ມີນາ 2022 ທີ່ໂຮງແຮມມິດ ຕະພາບ ແຂວງອຸດົມໄຊ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສືບຕໍ່ນຳ ພາຄະນະ ພົບປະໂອ້ລົມ ແລະ ຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມ ຂອງແຂວງອຸດົມໄຊ ໂດຍສະເພາະ ວຽກງານທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ໃນກິດຈະການທີ່ຍັງບໍ່ທັນສຳເລັດ ແລະ ບໍ່ທັນສາ ມາດໃຊ້ບໍລິການໄດ້ເຕັມຮູບແບບ, ໂດຍມີທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າ ຈາກພະແນກການທີ່ກ່ຽວຂ້ອງ ຂອງແຂວງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮອງເຈົ້າແຂວງອຸດົມໄຊ ຕາງໜ້າອົງການປົກຄອງແຂວງ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບສະພາບ ການພັດທະນາເສດຖະກິດ- ສັງຄົມຂອງແຂວງ ໃນປີ 2021 ແລະ ສະພາບການຈັດຕັ້ງປະຕິ ບັດວຽກງານທາງລົດໄຟ ໃນຊ່ວງຜ່ານແຂວງອຸດົມໄຊ ເຫັນວ່າ: ໃນປີ 2021 ເສດຖະກິດຂອງແຂວງ ຂະຫຍາຍຕົວ 3,83%, ລາຍຮັບສະເລ່ຍໃສ່ຫົວຄົນ 1.661 ໂດລາ/ຄົນ/ປີ, ການເກັບລາຍຮັບ ບັນລຸ 146,71 ຕື້ກີບ (ລື່ນແຜນ 3,17%), ຄອບຄົວພົ້ນທຸກ ໃນທົ່ວແຂວງ ມີ 23.949 ຄອບຄົວ ກວມ 40,47%, ບ້ານທີໄດ້ນຳໃຊ້ຖາວອນ ແລະ ເຄິ່ງຖາວອນ ກວມ 93%. ສຳລັບວຽກງານທາງລົດໄຟ ລາວ-ຈີນ ເຫັນວ່າ ມາຮອດປະຈຸບັນ ສຳເລັດການຊົດເຊີຍຜົນກະທົບ ທາງດ້ານສິ່ງແວດ ລ້ອມ- ສັງຄົມ ໄປແລ້ວ 8 ງວດ, ໃນ 3 ເມືອງ, 38 ບ້ານ, 1.164 ຄອບ ຄົວ, ລວມມູນຄ່າຊົດເຊີຍທັງໝົດ 138,38 ຕື້ກີບ, ຍັງຄ້າງ 444 ຄອບຄົວ ເຊິ່ງເປັນຜົນກະທົບທາງອ້ອມ ແລະ ກໍາລັງສືບຕໍ່ດໍາເນີນການແກ້ໄຂ. ນອກຈາກນັ້ນ ກໍ່ຍັງມີການພັດທະນາຕາໜ່າງເສັ້ນ ທາງ ເຂົ້າຫາສະຖານີລົດໄຟ ເມືອງໄຊ ແລະ ເມືອງງາ; ພັດທະນາສູນເຕົ້້າໂຮມ-ຄ່ຽນຖ່າຍສິນຄ້າ ແລະ ທ່າບົກ; ພັດທະນາການບໍລິການ ພາຍໃນສະຖານີໂດຍສານ (ຫ້ອງນໍ້າສາທາລະນະ, ຮ້ານສະດວກຊື້, ຮ້ານອາຫານເບົາ, ຫ້ອງລໍຖ້າ-ຮັບ ແຂກ (VIP), ພັດທະນາລະບັບຮັກສາຄວາມປອດໄພ ແລະ ອື່ນໆ) ເພື່ອສາມາດຮອງຮັບການບໍລິການ ໃຫ້ໄດ້ເຕັມຮູບແບບ ຢ່າງວ່ອງໄວ.
ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອ້ ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເຈາະຈີ້ມ ແລະ ແລກປ່ຽນຄຳເຫັນ ຕໍ່ບາງບັນຫາ ທີ່ກອງປະຊຸມໄດ້ຕັ້ງຂຶ້ນ, ພ້ອມກັນນັ້ນ ກໍ່ໄດ້ຊີ້ນຳ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະສະເພາະກິດ ຮັບຜິດ ຊອບວຽກງານທາງລົດໄຟ ຂອງແຂວງ ລາຍງານສະພາບ ແລະ ຄວາມຄືບໜ້າ ໃນການ ຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ຄະນະຄຸ້ມຄອງໂຄງການ ແລະ ຄະນະປະຈຳພັກແຂວງ ແຕ່ລະໄລຍະ ຢ່າງເປັນປົກກະຕິ ໂດຍສະເພາະ ບັນຫາຮີບດ່ວນ ທີ່ຕ້ອງໄດ້ຂໍທິດຊີ້ນຳ ໃນການແກ້ໄຂ; ແຜນການພັດທະນາກິດຈະການຕ່າງໆ ໃຫ້ຄຳນຶງເຖິງ ປະສິດ ທິ ພາບ ແລະ ປະສິດທິຜົນ ກໍ່ຄືຜົນຕອບແທນທີ່ກຸ້ມຄ່າກັບການລົງທຶນ, ມີການຈັດລຽງບູລິມະສິດ ໂດຍໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ເປັນໃຈກາງປະສານສົມທົບ ແລະ ຈັດຕັ້ງປະຕິບັດ; ນອກຈາກນັ້ນ ກໍ່ເນັ້ນ ໜັກໃຫ້ແຂວງ ກະກຽມ ລາຍງານ ແລະ ເຂົ້າຮ່ວມ ກອງປະຊຸມທົ່ວປະເທດ ເພື່ອສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໃນໄລຍະ ປີ 2016- 2020 ແລະ ວາງທິດທາງ 2021-2025 ທີ່ຈະຈັດຂຶ້ນ ໃນໄວໆນີ້ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ສົມບູນ ເຫັນໄດ້ຜົນສຳເລັດ ແລະ ວິທີການທີ່ພົ້ນເດັ່ນ ຢ່າງຈະແຈ້ງ; ເອົາໃຈໃສ່ ແກ້ໄຂບັນຫາການນຳໃຊ້ລົດ ທີ່ນຳເຂົ້າບໍ່ຖືກຕ້ອງ ໃຫ້ມີຄວາມຄືບໜ້າເປັນກ້າວໆ; ເອົາໃຈໃສ່ ການເກັບລາຍຮັບເຂົ້າງົບປະມານຂອງລັດ ໂດຍສະ ເພາະ ລາຍຮັບຈາກທີ່ດິນ, ຈາກການນຳໃຊ້ພາຫະນະ, ຈາກການປະມູນຂາຍຊັບສິນ ທີ່ລັດອາຍັດ ແລະ ອື່ນໆ ທີ່ເປັນລາຍຮັບມູນຄ່າສູງ; ເອົາໃຈໃສ່ ຄຸ້ມຄອງລາຍຈ່າຍໃຫ້ດີ ໂດຍສະເພາະ ການລົງທຶນຂອງລັດ ໂດຍມີການຈັດສັນສັດສ່ວນມູນຄ່າ ໃຫ້ມີຄວາມເໝາະສົມ; ເອົາໃຈໃສ່ ວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ພາຍໃນແຂວງ ໃຫ້ທັນການ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ໃນນັ້ນ ໃຫ້ເອົາໃຈໃສ່ ແກ້ໄຂໜໍ່ແໜງ ຂອງປະກົດການຫຍໍ້ທໍ້ ເປັນສຳຄັນ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ
Loading...