ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານທາງລົດໄຟ ທີ່ເມືອງວັງວຽງ

 

ພາຍຫຼັງທີ່ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ສຳເລັດເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ແຂວງອຸດົມໄຊ ໃນຕອນເຊົ້າວັນທີ 3 ມີນາ 2022,  ມາໃນຕອນບ່າຍ ຂອງວັັນດຽວກັນ ທ່ານ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານທາງລົດໄຟ ຊ່ວງທີ່ຜ່ານເມືອງວັງວຽງ, ແຂວງວຽງຈັນ, ໂດຍມີທ່ານ ດາວເຮືອງ ນັນທະວົງ, ຮອງເຈົ້າແຂວງວຽງຈັນ; ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ; ພະນັກງານບໍລິສັດ ທາງລົດໄຟ ລາວ-ຈີນ ພ້ອມດ້ວຍ ຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງ ຂອງແຂວງວຽງຈັນ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມເຄື່ອນໄຫວເຮັດວຽກ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປກວດກາເບິ່ງຄວາມຄືບໜ້າ ໃນການກໍ່ສ້າງສາງຄ່ຽນຖ່າຍສິນຄ້າ, ພ້ອມທັງ ມີຄຳເຫັນຊີ້ນຳພາກສ່ວນກ່ຽວຂ້ອງກັບທີ່ ເປັນຕົ້ນ ໃຫ້ບໍລິສັດ ທາງລົດໄຟ ລາວ-ຈີນ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂບັນຫາ ລົດໄຟຂົນສົ່ງສິນຄ້າ ຈາກສະຖານີບໍ່ເຕ່ນ ລົງມາຫາບັນດາສະຖານີແຂວງພາກເໜືອ ແລະ ນະຄອນຫຼວງວຽງຈັນ ໃນປະຈຸັນ ເຫັນວ່າ ສ່ວນຫຼາຍແລ້ວ ແມ່ນລາກແກ່ຕູ້ຄອນເທນເນີເປົ່າ (ບໍ່ມີສິນຄ້າ) ເຮັດໃຫ້ບໍ່ມີປະສິດທິຜົນເທົ່າທີ່ຄວນ, ພ້ອມທັງ ຄົ້ນຄວ້າການຄຸ້ມຄອງ, ສະໜອງ ຫຼື ແຈກຢາຍ ຕູ້ຄອນເທນເນີ ໃຫ້ບັນດາພາກສ່ວນ ທີ່ມາໃຊ້ບໍລິການ ຂົນສົ່ງສິນຄ້າ ດ້ວຍລົດໄຟ ໃນຂອບເຂດທົ່ວປະເທດ ໃຫ້ພຽງພໍ, ຄ່າບໍລິການ ສົມເຫດສົມຜົນ, ການສະໜອງ ແລະ ຄຸ້ມຄອງ ເປັນລະບົບ, ຮັບປະກັນ ບໍ່ໃຫ້ຕູ້ຄອນເທນເນີ ຕົກເຮ່ຍເສຍຫາຍ ຫຼື ສັບສົນປົນແປກັບຂອງພາກສ່ວນອື່ນ; ໃຫ້ບໍລິສັດທາງລົດໄຟ ລາວ-ຈີນ ສົມທົບກັບແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ສຳຫຼວດເກັບກຳຂໍ້ມູນທີ່ດິນ ເພື່ອຈະນຳໃຊ້ພັດທະນາກິດຈະການປິ່ນອ້ອມ, ລວມທັງ ການວາງແຜນໄກ່ເກ່ຍ ແລະ ຊົດເຊີຍຜົນກະທົບຕ່າງໆ; ການຂົນສົ່ງສິນຄ້າດ້ວຍລົດບັນທຸກໜັກ ເຂົ້າສູ່ສະຖານີຂົນສົ່ງສິນຄ້າ ໃນໄລຍະຂ້າມຜ່ານ ທີ່ຕາໜ່າງເສັ້ນທາງ ບໍ່ທັນມີຄວາມພ້ອມເທົ່າທີ່ຄວນນີ້ (ໄລຍະທີ່ບໍ່ທັນມີທາງເວັ້ນ) ແມ່ນໃຫ້ແຂວງ, ເມືອງ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ສົມທົບກັນ ກຳນົດເວລາ ໃນການຂົນສົ່ງຜ່ານເສັ້ນທາງເລກທີ 13 ເໜືອ ເຂົ້າສູ່ສະຖານີ ຄັກແນ່ ໂດຍສະເພາະ ອະນຸຍາດໃຫ້ຂົນສົ່ງນອກໂມງລັດຖະການ ເພື່ອບໍ່ໃຫ້ສົ່ງຜົນກະທົບ ຕໍ່ການສັນຈອນ ກໍ່ຄືການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ ຂອງສັງຄົມທົ່ວໄປ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າອອກແບບ, ກຳນົດຕາໜ່າງເສັ້ນທາງ ເຂົ້າ-ອອກ ສະຖານີຂົນສົ່ງສິນຄ້າ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ ໃນປະຈຸບັນ ກໍ່ຄືສະເພາະໜ້າ ແລະ ຍາວນານ; ການພັດທະນາກິດຈະການຕ່າງໆ ເພື່ອຮອງຮັບການຂົນສົ່ງສິນຄ້າ ໂດຍລົດໄຟ ເປັນຕົ້ນ ສາງສິນຄ້າປະເພດຕ່າງໆ, ຈຸດພາສີ, ຈຸດກວດກາຕ່າງໆ, ຈຸດຄ່ຽນຖ່າຍສິນຄ້າ, ຈຸດຊັ່ງນໍ້າໜັກ, ພາຫະນະ, ເຄື່ອງມືຮັບໃຊ້  ແລະ ອື່ນໆ ຕ້ອງມີການອອກແບບ ແລະ ຈັດວາງ ໃຫ້ເປັນລະບົບຄົບຊຸດ, ພຽງພໍກັບຄວາມຕ້ອງການຊົມໃຊ້, ຫຼີກລ່ຽງຄວາມແອອັດ ແລະ ສັບສົນປົນເປບໍ່ເປັນລະບຽບຮຽບຮ້ອຍ ທີ່ຈະເຮັດໃຫ້ການຄຸ້ມຄອງ ແລະ ໃຊ້ບໍລິການຫຍຸ້ງຍາກ, ຊຶ່ງວຽກນີ້ ເຫັນວ່າ ຈຸດທ່າບົກ-ທ່ານາແລ້ງ ໄດ້ປະຕິບັດມາແລ້ວ ອາດຈະນຳມາສຶກສາເປັນຕົວແບບ;  ໃຫ້ກະຊວງການເງິນ ຄົ້ນຄວ້າ ແລະ ສະເໜີ ການປະຕິບັດວຽກງານພາສີ ເພື່ອຮອງຮັບການບໍລິການຂົນສົ່ງສິນຄ້າ ໄດ້ຕະຫຼອດ 24 ຊົ່ວໂມງທຸກໆມື້, ພ້ອມທັງ ປະຈຳການ ຢູ່ຈຸດຄ່ຽນຖ່າຍສິນຄ້າ ຫຼື ບໍລິເວນໃກ້ຄຽງ. ອັນສຳຄັນ, ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໜັກ ໃຫ້ບໍລິສັດທາງລົດໄຟ ລາວ-ຈີນ ຮີບຮ້ອນພັດທະນາ-ກໍ່ສ້າງ ກິດຈະການທີ່ຍັງຄົງຄ້າງ ແລະ ບໍ່ທັນສາມາດຮອງຮັບການບໍລິການຂົນສົ່ງສິນຄ້າ ໄດ້ເຕັມຮູບແບບ ໂດຍສະເພາະ ເສັ້ນທາງເຂົ້າ ແລະ ຈຸດຄ່ຽນຖ່າຍສິນຄ້າ ໃຫ້ມີຄວາມຄືບໜ້າໄວ, ພ້ອມທັງ ເພີ່ມກຳລັງການຂົນສົ່ງສິນຄ້າຕໍ່ວັນ ໃຫ້ໄດ້ຫຼາຍຂຶ້ນຕື່ມອີກ, ນຳໃຊ້ທ່າແຮງເສັ້ນທາງລົດໄຟ ໃຫ້ເຕັມກຳລັງ ແລະ ເກີດປະໂຫຍດສູງສຸດເປັນກ້າວໆ, ຊຶ່ງທັງໝົດນັ້ນ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຂົນສົ່ງສິນຄ້າອອກ ຂອງສັງຄົມ ທີ່ມີສູງ ແລະ ອັ່ງອໍຫຼາຍ ໃນປະຈຸບັນ ກໍ່ຄືການເພີ່ມປະສິດທິພາບ ແລະ ປະສິດທິຜົນ ຂອງການນຳໃຊ້ເສັ້ນທາງລົດໄຟ ໃຫ້ເກີດປະໂຫຍດສູງສຸດ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

Loading...