ໃນຕອນເຊົ້າ ວັນທີ 9 ມີນາ 2022 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກ ງານ ການພັດທະນາເສດຖະ ກິດ- ສັງຄົມ ແຂວງສະຫວັນນະເຂດ ໂດຍມີທ່ານ ສັນຕິພາບ ພົມວິ ຫານ, ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະນຳຂອງແຂວງ, ຜູ້ຕາງໜ້າພະແນກການ ແລະ ຄະນະນຳຂອງເມືອງທີ່ກ່ຽວ ຂ້ອງ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົບປະການນຳຫຼັກແຫຼ່ງເມືອງນອງ, ແຂວງສະ ຫວັນນະເຂດ ຢູ່ທີ່ສະໂມສອນ ຂອງເມືອງດັ່ງກ່າວ ແລະ ໄດ້ຮັບຟັງການລາຍງານ ກ່ຽວກັບສະ ພາບການພັດທະນາເສດຖະກິດ- ສັງຄົມ ຂອງເມືອງ ຈາກທ່ານ ລຳແກ້ວ ແສງໜູທອງ, ເຈົ້າເມືອງໆນອງ ເຫັນວ່າ: ທົ່ວເມືອງ ມີ 69 ບ້ານ, ພົນລະເມືອງ 32.000 ກວ່າຄົນ, ຍິງ 16.000 ກວ່າຄົນ, ມີ 5.221 ຫຼັງຄາເຮືອນ, 6.447 ຄອບຄົວ, ການຜະລິດເປັນສິນຄ້າທີ່ພົ້ນເດັ່ນ ມີກ້ວຍ 5.344 ເຮັກ ຕາ, ມັນຕົ້ນ 1.200 ເຮັກຕາ (ປູກເພີ່ມໃໝ່ ປີ 2022 ມີ 3.626 ເຮັກຕາ) ແລະ ຕົ້ນໄມ້ອຸດສາ ຫະກຳ ປະມານ 2.000 ເຮັກຕາ; ລາຍຮັບສະເລ່ຍຕໍ່ຫົວຄົນ 7.150.000 ກີບ/ຄົນ/ປີ; ຕາໜ່າງໂທລະຄົມມະນາຄົມ ກວມ 88%; ຕາຂ່າຍໄຟຟ້າ ເຂົ້າເຖິງບ້ານ ກວມ 84,5%, ປະຊາຊົນ ໄດ້ຊົມໃຊ້ໄຟຟ້າ ໃນຄົວເຮືອນ ກວມ 65,28%; ເດັກໃນເກນອາຍຸ 3-5 ປີ ໄດ້ເຂົ້າຮຽນ 43,7%, ອັດຕາການເຂົ້າຮຽນ ຊັ້ນປະຖົມ 99%, ຊັ້ນມັດທະຍົມຕົ້ນ 48,5%, ມັດທະຍົມປາຍ 23,7%; ບ້ານວັດທະນະທຳ ກວມ 50,1%.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ທິດທາງແຜນ ການຂອງລັດຖະບານ ໃນການປັບປຸງແກ້ໄຂວຽກງານຕ່າງໆ ທັງອັນຮີບດ່ວນ, ສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ດີຂຶ້ນ ແລະ ຮັບປະກັນຄວາມຍືນຍົງ.
ພ້ອມກັນນັ້ນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການປົກຄອງເມືອງນອງ ທີ່ສາມາດປະຕິບັດວຽກງານ ໃນໄລຍະຜ່ານມາ ມີຜົນສຳເລັດສຳເລັດໃໝ່ຫຼາຍດ້ານ ໂດຍສະເພາະ ມີຫຼາຍໂຄງ ການ ໄດ້ເຂົ້າມາລົງທຶນພັດທະນາ ຢູ່ເມືອງນອງ, ການຜະລິດກະ ສິກຳ (ການປູກ-ການລ້ຽງ) ກໍ່ມີຈຳນວນເພີ່ມຂຶ້ນ ແລະ ກາຍເປັນໜໍ່ແໜງອັນດີ ໃຫ້ແກ່ການພັດທະ ນາ ຊຶ່ງທັງໝົດນີ້ ແມ່ນໄດ້ປະ ກອບ ສ່ວນ ເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ. ອັນສຳ ຄັນ, ທ່ານ ຮອງນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໜັກ ໃຫ້ເມືອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ສ້າງເງື່ອນ ໄຂ ໃຫ້ປະຊາຊົນ ມີລາຍຮັບຕົວຈິງ ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍນຳໃຊ້ທ່າແຮງບົ່ມຊ້ອນ ຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ການຈັັດສັນ-ນຳໃຊ້ທີ່ດິນ, ແຫຼ່ງນໍ້າ ແລະ ອື່ນໆ ເຂົ້າໃນການຜະລິດກະສິກຳ ທີ່ມີຄວາມເໝາະສົມ, ຍົກສະມາດຕະພາບການຜະລິດ ຕິດພັນກັບການປຸງແຕ່ງ, ມີຕະຫຼາດຮອງຮັບຄັກແນ່ ແລະ ມີການແຜນການຄຸ້ມຄອງດ້ານຕ່າງໆ ໃຫ້ດີ; ຈັດສັນທີ່ຢູ່ອາໃສ ໃຫ້ແກ່ປະຊາຊົນ ຕາມທິດສາມສ້າງ ໂດຍມີການປຸກລະດົມ, ອະທິບາຍຊີ້ແຈງ ໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມ; ກວດກາ ແລະ ປັບປຸງຄືນ ກົງຈັກການຈັດ ຕັ້ງຂັ້ນບ້ານ ໃຫ້ຖືກຕ້ອງ ແລະ ສອດ ຄ່ອງກວ່າເກົ່າ; ຈັດສັນການລົງທຶນພັດທະນາ ພາຍໃນເມືອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ບົນພື້ນຖານ ມີການຈັດລຽງບູລິມະສິດ ແລະ ມີຈຸດສຸມ; ພ້ອມກັນເອົາໃຈໃສ່ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງ ເປັນກ້າວໆ; ໃຫ້ແຂວງ ສືບຕໍ່ຜັນຂະຫຍາຍ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ເກີດໝາກເກີດຜົນຕົວຈິງ ໂດຍສະເພາະ ຈຳກັດການຮົ່ວໄຫຼ ຂອງງົບປະມານ, ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານ, ດຶງດູດ ແລະ ລະດົມການລົງທຶນ, ຫຼຸດຜ່ອນການຟູມເຟືອຍ ແລະ ອື່ນໆ.
ໃນຕອນບ່າຍ ຂອງວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງ ໄປເບິ່ງພື້ນທີ່ທຳການຜະລິດ ຂອງປະຊາຊົນ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ຈາກໂຄງການຮ່ວມໃຈ ສາຍໃຍໂລມາຄຳ ທີ່ບ້ານປະແນະ, ເມືອງນອງ ຕື່ມອີກ. ຫຼັງຈາກນັ້ນ ກໍ່ໄດ້ສືບຕໍ່ເດີນທາງ ໄປກວດກາເບິ່ງສະພາບການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດ ພົງຊັບທະວີ ທຣີບີ ຈຳກັດຜູ້ດຽວ ຢູ່ທີ່ບ້ານປ່າກ້ວຍ, ເມືອງບົວລະພາ, ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ
Loading...