ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 19 ມັງກອນ ປີນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດ ແຫ່ງສປປລາວ ພ້ອມຄະນະ ໄດ້ລົງຢ້ຽມ ຢາມ ແລະ ໂອ້ລົມການນໍາແຂວງໄໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະ ຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມການນໍາຫຼັກແຫຼ່ງຂອງແຂວງ.
ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ໄດ້ລາຍງານ ສະພາບການພັດທະ ນາເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບ, ໂດຍລວມແລ້ວແຂວງ ໄຊຍະບູລີ ແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ສະພາບແນວຄິດຂອງພະນັກງານ, ສະ ມາຊິກພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າແມ່ນມີຄວາມອຸ່ນອ່ຽນທຸ່ນທ່ຽນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດຢ່າງແທ້ຈິງ, ດ້ານເສດຖະ ກິດເຫັນວ່າເສດຖະກິດມະຫາພາກຂອງແຂວງ ບໍ່ສາມາດບັນລຸຄາດໝາຍ, ແຜນວາງໄວ້ 5%, ຜ່ານການສະຫຼຸບຕີລາຄາ ບັນລຸ 4,9% ລວມຍອດຜະລິດຕະພັນພາຍໃນ 12,339 ຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງ 29,47 ລ້ານກີບ ຫຼື ເທົ່າກັບ 1.734 ໂດລາສະຫະລັດ, ສະເລ່ຍ 3.683 ໂດລາ/ຄົນ ເພີ່ມຂື້ນ 268 ໂດລາ/ຄົນ, ປະຕິບັດລາຍຮັບໄດ້ 1.197,84 ຕື້ກີບ, ເທົ່າກັບ 105,6%, ໃນນັ້ນ ພູດສູນກາງ ປະຕິບັດໄດ້ 920,34 ຕື້ກີບ ແລະ ພູດທ້ອງຖິ່ນປະຕິບັດໄດ້ 277,50 ຕື້ກີບ, ສິນຄ້າສົ່ງອອກບັນລຸ 113,09 ລ້ານໂດສະຫະລັດ, ສິນຄ້ານໍາເຂົ້າ 111,31 ລ້ານໂດລາສະຫະລັດ, ການຜະລິດແມ່ນໄດ້ສຸມໃສ່ຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານໃນເນື້ອທີ 49.168 ກວ່າເຮັກຕາ ຜົນຜະລິດໄດ້ທັງໝົດ 194.800 ກວ່າໂຕນ ແລະ ພືດເປັນສິນຄ້າເຊັ່ນ: ສາລີ, ໝາກເດືອຍ, ຖົ່ວເຫຼືອງຝັກສົດ ແລະ ພືດອື່ນໆ; ພົ້ນເດັ່ນແມ່ນການປູກມັນຕົ້ນຂອງປະຊາຊົນ, ຈາກນັ້ນ ທ່ານ ບຸນທອງ ຈິດມະນີ ກໍ່ໄດ້ໃຫ້ກຽດໂອ້ລົມ, ເຊິ່ງກ່ອນອື່ນແມ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ພ້ອມທັງໄດ້ເໜັ້ນໜັກໃຫ້ການນໍາຂອງແຂວງສືບຕໍ່ຍູ້ແຮງການຈັດ ຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII ໃຫ້ເຂົ້າສູ່ລວງເລິກ, ເປັນເຈົ້າການຍົກສູງສະຕິລະວັງຕົວ, ຕ້ານປະກົດການທີ່ບໍ່ຖືກຕ້ອງ, ມີສະຕິຕໍ່ກົນອຸ ບາຍຂອງອິດທິກຳລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີ, ສືບຕໍ່ຕັ້ງໜ້າບຸກບືນສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດວຽກງານ, ເອົາ ໃຈໃສ່ດ້ານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການພັດທະນາເສດ ຖະກິດ-ສັງຄົມ ຕ້ອງເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ, ການດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະ ເທດ ໂດຍໃຫ້ຄວາມສະດວກ ແລະ ຄຸ້ມ ຄອງທີ່ດິນໃຫ້ໄປຕາມກົດໝາຍ ແລະ ລະບຽບການ, ສືບຕໍ່ນຳພາຊີ້ນຳ ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ແຂວງເປັນຕົ້ນ: ບັນຫາການຂີ້ລັກງັດແງະ, ບັນຫາຢາເສບຕິດ, ອຸບປະຕິເຫດຕາມທ້ອງຖະໜົນ, ການລັກລອບຄ້າຂາຍເຖື່ອນ, ການຕົ້ມຕຸນຮູບແບບຕ່າງໆ, ການລັກລອບຂຸດຄົ້ນຊັບພະ ຍາກອນທຳມະຊາດ, ສະພາບຫຍໍ້ທໍ້ບໍ ລິເວນຊາຍແດນ, ການເຄື່ອນໄຫວສາສະ ໜາບໍ່ຖືກຕ້ອງ ແລະ ອື່ນໆ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງຢ່າງມີຈຸດສຸມ ແລະ ມີເນື້ອໃນ, ຮູບການທີ່ແທດກັບສະພາບຕົວຈິງຢູ່ແຕ່ລະບ່ອນ, ແນ່ໃສ່ສ້າງ ແລະ ບູລະນະລະບົບການເມືອງ ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ສາມາດນຳ ພາປະຊາຊົນ ເປັນເຈົ້າການປົກປັກຮັກສາ, ພັດທະນາຕົນ ເອງ, ພັດທະນາບ້ານຊ່ອງ ແລະ ເອົາໃຈໃສ່ປັບປຸງການບໍລິຫານ-ຄຸ້ມຄອງລັດໃຫ້ເຂັ້ມແຂງໜັກແໜ້ນ ແລະ ມີປະສິດ ທິ ພາບ,