ໃນຕອນເຊົ້າຂອງວັນທີ 21 ເມສາ 2021, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ກ່ອນອື່ນ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ ໄດ້ໃຫ້ກຽດຂຶ້ນລາຍງານກ່ຽວກັບການກະກຽມເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ທ່ານໄດ້ກ່າວວ່າ: ພາຍຫຼັງໄດ້ຮັບ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ XI ຂອງພັກ, ຄະນະປະຈໍາພັກແຂວງ ກໍ່ໄດ້ຮີບຮ້ອນຄົ້ນຄວ້າເຊື່ອມຊຶມໃຫ້ ກໍາມະການພັກແຂວງເພື່ອຫັນເປັນອັນລະອຽດ, ພ້ອມທັງໄດ້ອອກຄໍາແນະນໍາຂອງຄະນະປະຈໍາພັກແຂວງວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 38/ຄລສພ, ແຕ່ງຕັ້ງຄະນະຮັບຜິດຊອບນໍາເຜີຍແຜ່ເຊື່ອມຊຶມຢູ່ບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງແລະ 11 ເມືອງທົ່ວແຂວງ, ຕິດພັນກັບການຈັດຕັ້ງປະຕິບັດມະຕິ VII ຂອງອົງຄະນະພັກແຂວງ, ໂດຍໄດ້ສ້າງແຜນການ ແລະ ຕາຕະລາງໃນການດຳເນີນການເຜີຍແຜ່ເຊື່ອມຊືມ ແລະ ຜັນຂະຫຍາຍຢ່າງລະອຽດ ເຊິ່ງຈະລົງເຜີຍແຜ່ຢູ່ຂັ້ນແຂວງດຳເນີນ 2 ຊຸດ: ຊຸດທີ 1 ພະນັກງານການນຳຫຼັກແຫຼ່ງ, ຊຸດທີ 2 ພະນັກງານລັດຖະກອນທົ່ວໄປ, ຢູ່ຂັ້ນເມືອງແບ່ງອອກເປັນ 2 ຊຸດ: ຊຸດທີ 1 ພະນັກງານຫຼັກແຫຼ່ງອອ້ມຂ້າງເມືອງ, ຊຸດທີ 2ເຜີຍແຜ່ໃຫ້ພະນັກງານລັດຖະກອນອ້ອມຂ້າງເມືອງ ແລະ ປະຊາຊົນໃນທົ່ວແຂວງ, ພ້ອມດຽວກັນ ທ່ານເຈົ້າແຂວງກໍ່ໄດ້ລາຍງານສະພາບການຂະຫຍາຍຕົວຂອງເສດຖະກິດໃນທົ່ວແຂວງ, ການເຝົ້າລະວັງ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19, ໃນ 1 ປີຜ່ານມາ ເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັດຕາການເຕີບໂຕຂອງເສດຖະກິດຢູ່ໃນລະດັບ4,8% ແລະ ສ້າງມູນຄ່າເພີ່ມລາຄາໃນປີໄດ້ປະມານ 10.706ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.031 ໂດລາສະຫະລັດ, ຜ່ານການປະຕິບັດບັນດາມາດຕະການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ມາຮອດປະຈຸບັນແຂວງ ໄຊຍະບູລີ ຍັງມີສູນກັກກັນແຮງງານທີ່ຂ້າມມາແບບຖືກຕ້ອງຈໍານວນ 2 ສູນ ມີຈໍານວນແຮງງານກັກກັນຍັງຄ້າງສູນທັງໝົດ 41, ຍິງ 6 ຄົນ, ຈາກນັ້ນ ທ່ານ ບຸນທອງ ຈິດມະນີ ກໍ່ໄດ້ໂອ້ລົມ ພ້ອມທັງໄດ້ເນັ້ນໜັກໃຫ້ການນໍາແຂວງເອົາໃຈໃສ່ຄົ້ນຄົ້ວບັນດາເນື້ອໃນຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃສ່ກັບມະຕິກອງປະຊຸມຂອງແຂວງ, ອັນໃດທີ່ເຫັນວ່າຍັງບໍ່ທັນຄືກັນແມ່ນໃຫ້ປັບເຂົ້າກັນຢ່າງລະອຽດ, ເນັ້ນບັນຫາສໍາຄັນ, ສ້າງເປັນແຜນການ, ແຜນງານ, ເປັນໂຄງການແຕ່ລະໄລຍະເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄປລວງດຽວກັນ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້, ພ້ອມທັງຈັດຕັ້ງປະຕິບັດຕົວຈິງໄປພ້ອມ ແລະ ມີການຕິດຕາມ, ກວດກາ ແລະ ສະຫຼຸບຖອດຖອນບົດຮຽນ.

 

ຂ່າວ: ອຸ່ນເຮືອນ ໂພທິລັກ

Loading...