ໃນລະຫວ່າງວັນທີ 19-20 ສິງຫາ 2021, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງ ຫຼວງນໍ້າທາ ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ອ່ອນຈັນ ຄໍາພາວົງ, ຮອງເຈົ້າແຂວງໆຫຼວງນໍ້າທາ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສູນກາງ, ຄະນະນໍາແຂວງຫຼວງນໍ້າທາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ໄດ້ລົງກວດກາເບິ່ງການເຮັດຮົ້ວລຽບຕາມຊາຍແດນ ລາວ-ຈີນ ເພື່ອປ້ອງກັນ ແລະ ສະກັດກັ້ນການຂ້າມຊາຍແດນແບບຜິດກົດໝາຍ ຢູ່ບໍລິເວນດ່ານສາກົນ ບໍ່ເຕັນ-ບໍ່ຫານ ແລະ ເບິ່ງການຈັດຕັ້ງປະຕິບັດ ມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ການເຂົ້າ-ອອກ ຂອງລົດບັນທຸກສິນຄ້າ ແລະ ບຸກຄົນ, ການປັບປຸງ ແລະ ພັດທະນາບໍລິເວນດ່ານ, ເບິ່ງອຸມົງທາງລົດໄຟ ລາວ-ຈີນ, ຈຸດທາງລົດໄຟ ລາວ-ຈີນ ຕັດຜ່ານເສັ້ນຊາຍແດນ ລາວ-ຈີນ, ພ້ອມດຽວກັນກໍ່ໄດ້ຢ້ຽມຢາມເບິ່ງການພັດທະນາເຂດເສດຖະກິດ-ສັງຄົມ ຢູ່ເຂດເສດຖະກິດພິເສດ ບໍ່ເຕັນ-ບໍ່ຫານ. ໃນໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຄໍາໄຫຼ ສີປະເສີດ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ ນໍາອີກດ້ວຍ.

