ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳປີຂອງອົງການພະລັງ ງານປະລາມະນູສາກົນ ຄັ້ງທີ່ 65 (The 65th International Atomic Energy Agency General Conference) ຊຶ່ງໄດ້ຈັດຂື້ນລະຫວ່າງວັນທີ 20-24 ກັນຍາ 2021, ທີ່ປະເທດ ໂອຕຣິດ (ຜ່ານກອງປະຊຸມທາງໄກ), ພາຍໃຕ້ການເປັນປະທານຂອງປະເທດ ກູເວດ.
ກອງປະຊຸມໃຫຍ່ຂອງອົງການ IAEA ຈັດຂື້ນທຸກປີ ໂດຍການເຂົ້າຮ່ວມຂອງປະ ເທດສະມາຊິກທັງໝົດ ເພື່ອທົບທວນຄືນການຈັດຕັ້ງປະຕິບັດພັນທະສາກົນທີ່ກ່ຽວຂ້ອງ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງອົງການ IAEA ໃນການສົ່ງເສີມການນຳໃຊ້ເຕັກໂນໂລຊີນິວເຄຼຍຢ່າງສັນຕິເພື່ອການພັດທະນາເສດຖະກິດ-ສັງຄົມ. ກອງປະຊຸມໃນຄັ້ງນີ້ ໄດ້ມີການພິຈາລະນາຮັບຮອງເອົາ 10 ຍັດຕິທີ່ກ່ຽວຂ້ອງກັບຄວາມປອດໄພ, ຄວາມໝັ້ນຄົງ ແລະ ການຄ້ຳປະກັນໃນການນຳໃຊ້ນິວເຄຼຍໃນທາງສັນຕິ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີດັ່ງກ່າວເຂົ້າໃນວຽກງານການແພດ, ການປ້ອງກັນພະຍາດຕິດຕໍ່ຈາກສັດ ແລະ ການຊ່ວຍເຫລືອປະເທດສະມາຊິກໃນການຕອບໂຕ້ພະຍາດໂຄວິດ-19. ນອກນັ້ນ, ກອງປະຊຸມໄດ້ມີການເລືອກຕັ້ງເອົາສະມາຊິກຄະນະບໍລິຫານງານຂອງອົງການ (IAEA Board of Governors) ແລະ ຜູ້ກວດສອບພາຍນອກ (External Auditor). ບັນດາປະເທດສະມາຊິກຂອງອົງການທີ່ເຂົ້າຮ່ວມກອງປະຊຸມທັງແບບເຊິງໜ້າ ແລະ ທາງໄກ ໄດ້ປະກອບຄຳເຫັນຕໍ່ກັບບົດລາຍງານຂອງອົງການ ແລະ ຕີລາຄາຄວາມສຳຄັນບົດບາດຂອງອົງການ IAEA ໃນການຮັບປະກັນບໍ່ໃຫ້ມີການນຳໃຊ້ນິວເຄຼຍເພື່ອຜະລິດເປັນອາວຸດ ແລະ ສົ່ງເສີມໃຫ້ນຳໃຊ້ນິວເຄຼຍຢ່າງສັນຕິເພື່ອການພັດທະນາແບບຍືນຍົງ, ມີຄວາມປອດໄພ ແລະ ໝັ້ນຄົງ.
ໃນໂອກາດດ່ັງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ກ່າວບົດປາໄສໃນກອງປະຊຸມໂດຍໄດ້ຍ້ຳຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດພັນທະສາກົນພາຍໃຕ້ສົນທິສັນຍາວ່າດ້ວຍການບໍ່ແຜ່ຜາຍອາວຸດນິວເຄຼຍ ແລະ ຮັບປະກັນວ່າ ສປປ ລາວ ຈະນຳໃຊ້ເຕັກໂນໂລຊີທາງນິວເຄຼຍຢ່າງສັນຕິເພື່ອການພັດທະນາເສດຖະກິດ-ສັງຄົມ. ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IAEA ໃນຮອບ 10 ປີ, ຊຶ່ງຕະຫລອດ 10 ປີທີ່ຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກ IAEA ໃນດ້ານການພັດທະນາບຸກຄະລາກອນໃນຫຼາຍໆຂະແໜງການ ເປັນຕົ້ນ ຂະແໜງສາທາ, ວິທະຍາສາດ, ກະສິກຳ, ພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມ, ພ້ອມນັ້ນ, ກໍ່ໄດ້ໃຫ້ຄຳໝມາຍໝັນໃນການສົ່ງເສີມ ແລະ ສືບຕໍ່ຮ່ວມມືກັບອົງການ IAEA ໃຫ້ມີປະສິດທິຜົນຍິ່ງໆຂື້ນໄປ.
ອົງການພະລັງງານປະລາມະນູສາກົນ (International Atomic Energy Agency ຫຼື IAEA) ຖືກສ້າງຕັ້ງຂື້ນໃນປີ 1957 ໂດຍມີຈຸດປະສົງເພື່ອສົ່ງເສີມການນຳໃຊ້ພະລັງງານນິວເຄຼຍໃນທາງສັນຕິ ແລະ ເກືອດຫ້າມການນຳໃຊ້ໃນທາງການທະຫານ ກໍ່ຄືຫ້າມຜະລິດເປັນອາວຸດ. ປັດຈຸບັນອົງການ IAEA ມີສະມາຊິກທັງໝົດ 173 ປະເທດ, ຊຶ່ງ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວໃນປີ 2011.